Homeຂ່າວພາຍ​ໃນສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່

Published on

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2026 -2027

– ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ,

– ພີ່ນ້ອງ​ປວງ​ຊົນ​ລາວທັງຊາດ ທີ່​ນັບຖື ​ແລະ ຮັກ​ແພງ.

ມື້ນີ້ ເປັນອີກວັນໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຊຶ່ງນັກຮຽນ-ນັກສຶກສາ, ຄູອາຈານ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ຢູ່ໃນບັນຍາກາດກຽມຈິດໃຈ ເພື່ອເຂົ້າຮຽນ ໃນສົກຮຽນໃໝ່ 2026-2027.

ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ນີ້, ໃນນາມຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ, ຂ້າພະເຈົ້າຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ມານະໂອກາດນີ້.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ,

ພັກ, ລັດຖະບານ ຍາມໃດກໍ່ຖືວຽກງານການສຶກສາ, ການພັດທະນາຊັບພະຍາກອນມະນຸດ ເປັນວຽກງານບູລິມະສິດແຖວໜ້າທີ່ສຳຄັນ ໂດຍຖື “ເອົາການສຶກສາ ໄປກ່ອນວຽກງານອື່ນກ້າວໜຶ່ງ”, “ເອົາຄົນເປັນເປົ້າໝາຍ, ເປັນໃຈກາງ” ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່ ແລະ ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃນແຕ່ລະໄລຍະ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ການສຶກສາ ເປັນອົງປະກອບທີ່ສຳຄັນ ແລະ ເປັນປັດໄຈພື້ນຖານຕົ້ນຕໍ ໃນການສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ, ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ.

ໃນສົກຮຽນຜ່ານມາ ເຖິງຈະພົບຄວາມຫຍຸ້ງຍາກນາໆປະການ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ແລະ ຮອບດ້ານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ຕໍ່ການປະຕິບັດວຽກງານຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ. ແຕ່ເຖິງຢ່າງໃດກໍ່ຕາມ, ຂະແໜງ ສຶກສາທິການ ແລະ ກິລາ ໃນຂອບເຂດທົ່ວປະເທດ ໄດ້ມີຄວາມຕັດສິນໃຈສູງ ສຸມທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາ ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ສາມາດຂັບເຄື່ອນການປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ມີຜົນສໍາເລັດອັນສໍາຄັນຫຼາຍດ້ານ ເປັນຕົ້ນ: ໄດ້ປັບປຸງໂຄງລ່າງພື້ນຖານຂອງສະຖານການສຶກສາຕ່າງໆ, ສະໜອງອາຫານທ່ຽງໃນໂຮງຮຽນໃຫ້ແກ່ນັກຮຽນຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ໃນເຂດຫ່າງໄກສອກຫຼີກ, ການສຶກສານອກໂຮງຮຽນ, ເພີ່ມການສະໜອງ​ເງິນ​ອຸດ​ໜູນເບ້ຍ​ລ້ຽງ​ນັກ​ຮຽນ-ນັກ​ສຶກ​ສາ ທຸກ​ຊັ້ນ, ທຸກ​ສາຍ; ໄດ້ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ ແລະ ຍົກສູງຄຸນນະພາບການສິດສອນຂອງຄູໃນທຸກລະດັບ ເຊິ່ງກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ປະຈຳສົກຮຽນ 2025-2026 ກໍ່ໄດ້ກໍານົດ 08 ທິດທາງ ເພື່ອເປັນພື້ນຖານທີ່ສໍາຄັນ ໃນການຍົກລະດັບວຽກງານສຶກສາ, ວິທະຍາສາດ ແລະ ກິລາ ໃນສົກຮຽນ 2026-2027 ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ.

ຍ້ອນຄວາມເອົາໃຈໃສ່ ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ໃນທຸກຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຈຶ່ງເຮັດໃຫ້ການສົ່ງເສີມການເຂົ້າຮຽນ, ການປະລະການຮຽນ ແລະ ຍົກສູງຄຸນນະພາບການສຶກສາ ໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ ເຊິ່ງສະແດງອອກໃນຜົນການຮຽນ ຂອງນັກຮຽນ-ນັກສຶກສາ ທຸກຊັ້ນທຸກສາຍ ເຫັນວ່າ ຢູ່ໃນເກນ ແລະ ມາດຕະຖານທີ່ດີຂຶ້ນກວ່າເກົ່າ, ນັກຮຽນນັກສຶກສາລາວຈໍານວນໜຶ່ງ ຍັງໄດ້ສ້າງຜົນງານອັນໂດດເດັ່ນ ໃນການເຂົ້າຮ່ວມການແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ.

ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ຕີລາຄາສູງ ແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ຄະນະພັກ-ຄະນະ​ນໍາ ກະຊວງ​ສຶກສາ​ທິການ​ ​ແລະ ກິລາ, ອົງການປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ບັນດາສະຖານການສຶກສາທົ່ວປະເທດ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພະນັກງານ​ປະຕິວັດອາວຸ​ໂສ, ​ພະນັກງານ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ທີ່ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ປະກອບສ່ວນຢ່າງຕັ້ງໜ້າທາງດ້ານວັດຖຸປັດໄຈ, ເຫື່ອແຮງ ແລະ ສະຕິປັນຍາ ຕໍ່ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍ່ຄືບັນດາຜົນສໍາເລັດ ແລະ ຜົນງານທີ່ເອກອ້າງທະນົງໃຈ ທີ່ພວກເຮົາພ້ອມກັນຍາດມາໄດ້ໃນສົກຮຽນຜ່ານມາ ມານະໂອກາດນີ້ດ້ວຍ.

ຂ້າພະເຈົ້າ ຂໍຖືໂອກາດນີ້, ສະແດງຄວາມຂອບໃຈ ມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ມີສ່ວນຮ່ວມ ຢ່າງສະເໝີຕົ້ນສະເໝີປາຍ ໃນການພັດທະນາການສຶກສາ ໃນສົກຮຽນຜ່ານມາ.

ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,

ເພື່ອກຽມຄວາມພ້ອມ ໃຫ້ແກ່ການຮຽນ-ການສອນ ໃນສົກຮຽນ 2026-2027 ທີ່ປຽບດັ່ງປາງບຸນໃຫຍ່ຂອງສົກການສຶກສາ ໃຫ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີປະສິດທິຜົນ, ຮັບປະກັນຄຸນນະພາບການຮຽນ-ການສອນ, ແກ້ໄຂບັນຫາ, ຈຸດຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນແມ່ນ ອັດຕາການປະລະການຮຽນ ເຖິງວ່າມີທ່າອ່ຽງຫຼຸດລົງ ແຕ່ກໍ່ຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດຕົວ, ບັນຫາຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງ ຍັງບໍ່ທັນໄດ້ຮັບການຫັນປ່ຽນຢ່າງແຂງແຮງ ແລະ ອື່ນໆ; ເພື່ອສ້າງພື້ນຖານທີ່ໜັກແໜ້ນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງຜູ້ຮັບຜິດຊອບວຽກງານສຶກສາທິການ ແລະ ກິລາ ໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມກັນເອົາໃຈໃສ່ ດັ່ງນີ້:

  1. ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ ຈົ່ງເຊີດຊູ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືືອງຂອງຕົນ ໃຫ້ສູງຂຶ້ນ, ກຳແໜ້ນສະພາບຂອງບັນດາສະຖານການສຶກສາ, ມີການຕິດຕາມ, ຊຸກຍູ້ ຢ່າງໃກ້ຊິດ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານເປັນປົກກະຕິ ແລະ ຕໍ່ ເນື່ອງ, ເອົາໃຈໃສ່ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ​ວັນນະຄະດີ ແລະ ສ້າງສະພາບແວດລ້ອມ, ສິ່ງອຳນວຍຄວາມສະດວກຂອງໂຮງຮຽນ ໃຫ້ມີບັນຍາກາດອັນໃໝ່ ເພື່ອດຶງດູດນັກຮຽນ-ນັກ ສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ໃຫ້ຄວາມສຳຄັນຕໍ່ການຮ່ຳຮຽນຫຼາຍຂຶ້ນ;
  2. ການນໍາກະຊວງສຶກສາທິການ ແລະ ກິລາ, ການນໍາຂອງພະແນກສຶກສາທິການ ແລະ ກິລາ, ນະຄອນຫຼວງວຽງຈັນ, ບັນດາແຂວງ, ເມືອງ, ນະຄອນ ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນສຳ ເລັດ ກໍຄື ມະຕິກອງປະຊຸມຜູ້ບໍລິຫານງານການສຶກສາທົ່ວປະເທດ ປະຈຳສົກຮຽນ 2025-2026 ເຂົ້າສູ່ວຽກງານຕົວຈິງໃຫ້ເປັນຮູບປະທໍາ;
  3. ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ວິຊາສະເພາະຕາມຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ ດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຈັນຍາທຳ ຕໍ່ວິ ຊາຊີບຂອງຕົນ, ເປັນເຈົ້າການປະຕິບັດ 3 ລັກສະນະ 5 ຫຼັກມູນ ຂອງການສຶກສາ, ຮໍ່າຮຽນເອົາເຕັກ ນິກອັນໃໝ່ ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນ-ການສອນ ໃຫ້ມີຄວາມຫຼາກຫຼາຍ ເພື່ອດຶງດູດນັກຮຽນ-ນັກສຶກສາ ໃຫ້ມີຄວາມສົນໃຈ, ມີຄວາມຕັ້ງໃຈ ໃນການຮໍ່າຮຽນ.
  4. ຮຽກຮ້ອງມາຍັງ ພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍລູກຫຼານຂອງຕົນ ທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບຢ່າງໜ້ອຍ ການສຶກສາພາກບັງຄັບ (ຊັ້ນມັດທະຍົມສຶກສາປີທີ 4) ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນທີ່ສູງຂຶ້ນໄປ, ໃຫ້ນັບມື້ຫຼາຍຂຶ້ນ, ໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມຮັບຜິດຊອບລວມຕໍ່ສັງຄົມ ຂອງຜູ້ປົກຄອງ ກໍ່ຄືເພື່ອອະນາຄົດທີ່ດີຂອງລູກຫຼານ;
  5. ສໍາລັບ, ລູກຫຼານນັກຮຽນ-ນັກສຶກສາ ຈົ່ງພາກັນຕັ້ງໃຈຄົ້ນຄວ້າຮ່ຳຮຽນ ຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາຈານ, ເປັນລູກຫຼານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະເມືອງທີ່ດີຂອງປະເທດຊາດ;
  6. ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ໂຮງຮຽນພາກເອກະຊົນ, ຫົວໜ່ວຍທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມແນວຄິດໃຫ້ແກ່ນັກຮຽນ-ນັກສຶກສາ, ຊ່ວຍຄູອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາ ຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ກວ້າງຂວາງ ເຫັນໄດ້ຄວາມສຳ ຄັນ, ຈຳເປັນ ແລະ ຄຸນປະໂຫຍດຂອງການສຶກສາ, ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ ໃນທົ່ວສັງຄົມຂອງປະເທດເຮົາ.

ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງ ທຸກການຈັດຕັ້ງ ທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນການກະກຽມຄວາມພ້ອມ, ສ້າງເງື່ອນໄຂສິ່ງອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອ, ສະໜັບສະໜູນ ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອເຮັດໃຫ້ສົກຮຽນໃໝ່ 2026-2027 ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ.

ທ້າຍສຸດນີ້, ຂ້າພະ​ເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນ ສຳເລັດໃນໜ້າທີ່ວຽກງານຂອງຕົນ ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາການສຶກສາຂອງລາວເຮົາ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ອວຍພອນແດ່ ສົກຮຽນໃໝ່ 2026–2027 ຈົ່ງເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ.

(ຂໍຂອບໃຈ)

ແຫຼ່ງທີ່ມາ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ ຢູ່ 2 ຈຸດ ກັກຕົວໄດ້ 139 ຄົນ.

ໃນທ້າຍອາທິດຜ່ານມາ ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ, ເວບພະນັນທາງອອນລາຍ ຢູ່ 2 ຈຸດຄື: ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ...

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...