Homeຂ່າວພາຍ​ໃນທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

Published on

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ ອາລມາຕູຊິ (Dr. Bader Almatrooshi) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ  (UAE)   ທີ່ມີສໍານັກງານຕັ້ງຢູ່ຮ່າໂນ້ຍ.

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ຄວາມເອົາໃຈໃສ່ຕັ້ງໜ້າປະຕິບັດວຽກງານຂອງທ່ານທູດ ໃນການປະກອບສ່ວນຢ່າງຫ້າວຫັນ ຕະ ຫຼອດໄລຍະ 3 ປີກວ່າ ທີ່ຜ່ານມາ ເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃຫ້ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ກໍຄືການສົ່ງເສີມ ການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນຮ່ວມກັນໃນອະນາຄົດ, ພ້ອມທັງຊຸກຍູ້ການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ແລະ ຂໍ້ຕົກລົງຕ່າງໆ ທີ່ລົງນາມຮ່ວມກັນໃນເດືອນກຸມພາ 2026 ທີ່ຜ່ານມາ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບ ເພື່ອຜົນປະໂຫຍດສູງສຸດຂອງສອງປະເທດ. ສອງຝ່າຍໄດ້ຕີລາຄາສູງຕໍ່ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ (15 ຕຸລາ 1996 – 15 ຕຸລາ 2026) ຄົບຮອບ 30 ປີ ແລະ ສະເໜີໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງສອງປະເທດຮ່ວມມືກັນຢ່າງໃກ້ຊິດໃນການຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ຢ່າງມີຂະບວນຟົດຟື້ນ ແລະ ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມການນໍາຂັ້ນສູງຂອງທັງສອງປະເທດໃຫ້ຫຼາຍຂຶ້ນ.

ໃນການພົບປະ, ທ່ານຮອງລັດຖະມົນຕີ ໄມທອງ ທໍາມະວົງສາ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ສະຫະນະຄອນ ເອເມຣັດ ອາຣັບ ສຳລັບການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ ໂດຍສະເພາະການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງ ແລະ ການປັບປຸງເຄືອຂ່າຍເສັ້ນທາງແຫ່ງຊາດ ໃນ ສປປ ລາວ. ພ້ອມດຽວກັນ ກໍໄດ້ສະ ເໜີໃຫ້ ທ່ານທູດ ລະດົມນັກລົງທຶນຈາກ UAE  ໃຫ້ມາລົງທຶນໃນລາວ ໃຫ້ນັບມື້ຫຼາຍຂຶ້ນໃນບັນດາຂະແໜງການຕ່າງໆເປັນຕົ້ນ ພື້ນຖານໂຄງລ່າງ, ທາງລົດໄຟ, ຖະໜົນຫົນທາງ, ພະລັງງານ ແລະ ຂົງເຂດບູລິມະສິດອື່ນໆ ໂດຍສະເພາະ ແມ່ນການລົງທຶນໃນຂົງເຂດໂລຈິດສະຕິກ ເຂດເສດຖະກິດພິເສດທີ່ແຂວງສະຫວັນນະເຂດ.

ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ບັດເດີ ອາລມາຕູຊິ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນລາວ ລວມທັງຂະແໜງການກ່ຽວຂ້ອງ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກ ເຮັດໃຫ້ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໄດ້ຮັບຄວາມໂລ່ງລ່ຽນເປັນຢ່າງດີ, ພ້ອມທັງສະແດງຄວາມໝາຍໝັ້ນ ທີ່ຈະສືບຕໍ່ປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ອ້າງອີງຈາກ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...