Homeຂ່າວພາຍ​ໃນເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

Published on

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ ນວ, ມີທ່ານ ພົງສະຫວັນ ສິລິພັນ ກຳມະການປະຈຳພັກ ປະທານແນວລາວສ້າງຊາດ ນວ, ທ່ານ ນາງ ບົວວອນ ສຸກລາແສງ ເລຂາພັກເມືອງໄຊເສດຖາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ໃນພິທີ ທ່ານ ກຸມພະວາ ຈຳປາສຸກ ປະທານຄະນະກຳມະການປົກຄອງເມືອງໄຊເສດຖາ ໄດ້ຂຶ້ນລາຍງານການກະກຽມເປີດຕາແສງບ້ານດຸງພັດທະນາໃຫ້ຮູ້ວ່າ: ຕາແສງດຸງພັດທະນາ ເປັນຕາແສງໜຶ່ງ ທີ່ຂຶ້ນກັບເມືອງໄຊເສດຖາ ຕັ້ງຢູ່ເຂດຊານເມືອງ ປະກອບມີ 11 ບ້ານຄື: ບ້ານ ດຸງ, ນາບຽນ, ໂພນທອງ, ໂຊກໃຫຍ່, ໂຊກນ້ອຍ, ໄຮຄໍາ, ນາສ້າງໄພ, ຂາມງອຍ, ນາໄຫ, ນາໂນ ແລະ ຈອມສີ; ຜ່ານການກະກຽມຄວາມພ້ອມແມ່ນມີຜົນສຳເລັດຕາມລະດັບຄາດໝາຍ ເຊິ່ງໄດ້ກຳນົດເອົາຫ້ອງການ ປກສ ກຸ່ມ ເປັນສະຖານທີ່ຕັ້ງຂອງສໍານັກງານຕາແສງດຸງພັດທະນາ ຢູ່ ຕິດກັບຫ້ອງການບ້ານດຸງ; ການສ້າງຕັ້ງຕາແສງດຸງພັດທະນາຄັ້ງນີ້ ບໍ່ພຽງແຕ່ເປັນການຈັດຕັ້ງປະຕິບັດຕາມລະບຽບການເທົ່ານັ້ນ ແຕ່ຍັງເປັນການຍົກລະດັບການບໍລິຫານລັດໃຫ້ໃກ້ຊິດກັບປະຊາຊົນ ເພີ່ມປະສິດທິພາບໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ຍືນຍົງ.

ໃນພິທີຄັ້ງນີ້ ໄດ້ມອບມະຕິຕົກລົງໃຫ້ແກ່ອົງການປົກຄອງເມືອງໄຊເສດຖາ,ມອບໃຫ້ຄະນະບໍລິຫານງານຕາແສງ ແລະ ໄດ້ມອບໃບຍ້ອງຍໍໃຫ້ອົງການປົກຄອງບ້ານທີ່ຂຶ້ນກັບຕາແສງ ແລະ ຜູ້ໃຫ້ການສະໜັບສະໜູນ ຈາກນັ້ນ ກໍໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳ ຈາກທ່ານ ອາດສະພັງທອງ ສີພັນດອນ ເຊິ່ງໃນໂອກາດນີ້ ທ່ານ ຍັງໄດ້ມອບເງິນ 200ລ້ານກີບ ໃຫ້ອົງການປົກຄອງບ້ານດຸງ ເພື່ອນຳໄປພັດທະນາປັບປຸງອາຄານສະຖານທີ່ຫ້ອງການບ້ານ ແລະ ໝູນໃຊ້ເຂົ້າໃນວຽກງານ.

ຕອນທ້າຍພິທີ ການນໍານະຄອນຫຼວງ, ເມືອງ ແລະ ຜູ້ເຂົ້າຮ່ວມ ກໍໄດ້ຮ່ວມເປີດປ້າຍ ພ້ອມທັງລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃນງານ ແລະ ຢ້ຽມຊົມສະຖານທີ່ເຮັດວຽກຂອງຕາແສງດຸງພັດທະນາ ອີກດ້ວຍ.

ອ້າງອີງຈາກ:  Vte9 Channel

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...