Homeຂ່າວພາຍ​ໃນສືບຕໍ່ຊຸກຍູ້ ລາວ-ຫວຽດນາມ ສືບຕໍ່ຮ່ວມມືດ້ານພະລັງງານໄຟຟ້າ ດ້ານບໍ່ແຮ່ ແລະ ດ້ານການຄ້າ.

ສືບຕໍ່ຊຸກຍູ້ ລາວ-ຫວຽດນາມ ສືບຕໍ່ຮ່ວມມືດ້ານພະລັງງານໄຟຟ້າ ດ້ານບໍ່ແຮ່ ແລະ ດ້ານການຄ້າ.

Published on

ເພື່ອຜັນຂະຫຍາຍຜົນການພົບປະຂອງການນຳຂັ້ນສູງ ຂອງສອງພັກ, ສອງລັດຖະບານ ລາວ-ຫວຽດນາມ, ໃນວັນທີ 31 ກໍລະກົດ 2026, ທ່ານ ມະໄລທອງ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າລາວ ໄດ້ນຳພາຄະນະຜູ້ແທນ ພົບປະ ແລະ ປຶກສາຫາລື ແບບບໍ່ເປັນທາງການກັບ ທ່ານ ເລ ແມັງ ຮຸ່ງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ພ້ອມດ້ວຍຄະນະ.

ຈຸດປະສົງຂອງການພົບປະ ແມ່ນເພື່ອທົບທວນຄືນ ການປະຕິບັດແຜນການຮ່ວມມືປະຈຳປີ ຂອງຂະແໜງ ອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ແລະ ເພື່ອຜັນຂະຫຍາຍຜົນກອງປະຊຸມຄັ້ງທີ 48 ຂອງສອງລັດຖະບານ ໃຫ້ເຂົ້າສູ່ລວງເລິກ ແນໃສ່ບັນລຸຄາດໝາຍມູນຄ່າການຄ້າສອງຝ່າຍ 4 ແລະ 10 ຕື້ໂດລາສະຫະລັດ ໃນປີ 2026 ແລະ 2030 ຕາມລໍາດັບ.

ສອງຝ່າຍຕີລາຄາສູງວ່າ ການຮ່ວມມືລະຫວ່າງ ສອງກະຊວງ ເວົ້າລວມ, ເວົ້າສະເພາະ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ມີຄວາມສຳຄັນຍິ່ງ ຕໍ່ການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ຂອງສອງປະເທດ. ໃນນີ້, ໄດ້ສະຫຼຸບຕົວເລກການຄ້າສອງຝ່າຍ ໃນປີ 2025 ທີ່ຜ່ານມາ ເຊິ່ງບັນລຸ 3.196 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 12% ທຽບໃສ່ປີ 2024) ພ້ອມນັ້ນ ສອງຝ່າຍຍັງໄດ້ຮ່ວມກັນວາງຄາດໝາຍສູ້ຊົນ ເພື່ອບັນລຸຕົວເລກການຄ້າສອງຝ່າຍ ໃຫ້ໄດ້ 4 ຕື້ໂດລາສະຫະລັດ ໃນປີ 2026 ແລະ 10 ຕືີ້ໂດລາສະຫະລັດ ພາຍໃນປີ 2030.

ກອງປະຊຸມ ໄດ້ແລກປ່ຽນ ແລະ ທົບທວນ ການປະຕິບັດເນື້ອໃນ, ຄາດໝາຍ ແລະ ແຜນຮ່ວມມື ທີ່ສຳຄັນ ໃນຫຼາຍບັນຫາ ເປັນຕົ້ນ:

ດ້ານການຄ້າ: ທົບທວນການປະຕິບັດຕົວເລກຄາດໝາຍການຄ້າສອງຝ່າຍ ປະຈໍາປີ 2026, ທັງຊຸກຍູ້ການຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບການພັດທະນາເຂດເສດຖະກິດ ແລະ ການຄ້າຊາຍແດນ ຂອງສອງປະເທດ.

ດ້ານພະລັງງານ ແລະ ຄວາມໝັ້ນຄົງດ້ານພະລັງງານ: ສືບຕໍ່ຊຸກຍູ້ການຮ່ວມມືດ້ານພະລັງງານໄຟຟ້າທີ່ຕິດພັນກັບການຊື້-ຂາຍໄຟຟ້າ ແລະການເຊື່ອມຕໍ່ໂຄງລ່າງດ້ານພະລັງງານໃຫ້ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມແຜນການຮ່ວມມືຂອງສອງຝ່າຍ, ການຈັດຊື້ ແລະ ສະໜອງນ້ຳມັນເຊື້ອໄຟ ແບບລັດຕໍ່ລັດ (G2G) ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແນໃສ່ຮັບປະກັນຄວາມໝັ້ນຄົງດ້ານການສະໜອງນໍ້າມັນເຊື້ອໄຟໄລຍະຍາວ ແລະ ການຊຸກຍູ້ໂຄງການສ້າງທໍ່ສົ່ງນ້ຳມັນເຊື່ອມຕໍ່ ລາວ-ຫວຽດນາມ.

  

ດ້ານບໍ່ແຮ່ ແລະ ອຸດສາຫະກໍາປຸງແຕ່ງ: ເພີ່ມທະວີການຮ່ວມມືດ້ານບໍ່ແຮ່, ການສົ່ງເສີມ ແລະ ແກ້ໄຂຂໍ້ຫຍຸ້ງຍາກການລົງທຶນໃນຂະແໜງອຸດສາຫະກຳ ແລະ ການຮ່ວມມືສ້າງນິຄົມອຸດສາຫະກຳປຸງແຕ່ງແຮ່ທາດ. ບົນພືື້ນຖານການພົບປະ ສອງຝ່າຍເຫັນດີເປັນເອກະພາບ ທີ່ຈະເພີ່ມທະວີການປະສານງານ ຢ່າງໃກ້ສິດ, ລົງເລິກຄົ້ນຄວ້າສາຍເຫດຕໍ່ຂໍ້ຄົງຄ້າງ ທັງຄົ້ນຄວ້ານະໂຍບາຍ, ກົນໄກ ແລະ ມາດຕະການທີ່ເໝາະສົມ ເພື່ອແກ້ໄຂບັນຫາຮ່ວມກັນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ແຕ່ລະວຽກງານ ໃຫ້ບັນລຸຕາມຄາດໝາຍ ແລະ ແຜນວຽກ ທີ່ໄດ້ກຳນົດໄວ້.

ໃນໂອກາດດັ່ງກ່າວ, ສອງຝ່າຍຍັງໄດ້ສະແດງຄວາມຊົມເຊີຍ ຢ່າງຈິງໃຈ ຕໍ່ຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງບັນດາກົມວິຊາການ ແລະ ວິສາຫະກິດຂອງສອງຝ່າຍ ທີ່ໄດ້ຮ່ວມມືກັນ ຢ່າງສະໜິດແໜ້ນ; ພ້ອມທັງ ຢັ້ງຢືນທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ແບບເພື່ອນສະໜິດມິດສະຫາຍ ບົນພື້ນຖານຫລັກການການຮ່ວມມື ແລະ ເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສອດຄ່ອງກັບກົດຫມາຍ ແລະ ລະບຽບການພາຍໃນ ຂອງສອງຝ່າຍ ແນໃສ່ຮັບປະກັບຜົນປະໂຫຍດສູງສຸດ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ.

 ຂໍ້ມູນອ້າງອີງຈາກ: ຂ່າວສານອຸດສາຫະກຳ ແລະ ການຄ້າ

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...