Homeຂ່າວພາຍ​ໃນໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕ້ານການຄ້າມະນຸດແບບຈິງຈັງ.

ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕ້ານການຄ້າມະນຸດແບບຈິງຈັງ.

Published on

ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 ພາຍໃຕ້ຫົວຂໍ້ສາກົນ “Trapped Behind the Scam” ຫຼື ຕິດກັບດັກຢູ່ເບື້ອງຫຼັງການຫຼອກລວງ, ທ່ານ ປອ ຄຳພັນ ພົມມະທັດ ໃນນາມປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຍົກໃຫ້ເຫັນເຖິງການປ່ຽນແປງຂອງຮູບແບບອາຊະຍາກຳຂ້າມຊາດ ທີ່ຫັນມານຳໃຊ້ເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍເປັນເຄື່ອງມືຫຼັກ.

ຕາມຂໍ້ມູນຂອງ ອົງການເພື່ອການຍົກຍ້າຍຖິ່ນຖານສາກົນ (IOM), ປະຊາຊົນຫຼາຍແສນຄົນທົ່ວໂລກໄດ້ຕົກເປັນເຫຍື່ອການຄ້າມະນຸດໂດຍເຄືອຂ່າຍອາຊະຍາກຳ ແລະ ຖືກບັງຄັບໃຫ້ເຂົ້າຮ່ວມໃນການຫຼອກລວງທາງອອນລາຍ ເຊິ່ງເປັນອຸດສາຫະກຳອາຊະຍາກຳທີ່ມີມູນຄ່າຫຼາຍຕື້ໂດລາສະຫະລັດ.

ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງຍຸຕິທໍາ ປະທານຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ເນື່ອງໃນໂອກາດວັນສາກົນເພື່ອຕ້ານການຄ້າມະນຸດ ປະຈຳປີ 2026 (30 ກໍລະກົດ 2026).

ມື້ນີ້ເນື່ອງໃນໂອກາດ ວັນສາກົນເພື່ອຕ້ານການຄ້າມະນຸດ (30 ກໍລະກົດ) ໄດ້ໝູນວຽນມາບັນຈົບ ຄົບຮອບອີກວາລະໜຶ່ງ. ກ່ອນອື່ນ ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ໃນ ນາມສ່ວນຕົວ, ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມສາມັກຄີ ມາຍັງການນຳທຸກຂັ້ນ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ, ພາກສ່ວນທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.

ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າການຄ້າມະນຸດ ຖືເປັນອາຊະຍາກຳ ທີ່ຮ້າຍແຮງທີ່ສຸດຕໍ່ມວນມະນຸດ ໄຊຍະຊາດ, ມັນເປັນການລະເມີດສິດທິພື້ນຖານຂອງຄວາມເປັນມະນຸດກໍຄື ຕໍ່ສິດທິ ຂອງພົນລະເມືອງ, ເຊິ່ງເຫຍື່ອຂອງການຄ້າມະນຸດທຸກກໍລະນີ ລ້ວນແຕ່ຕົກໃນຄວາມສ່ຽງຕໍ່ຊີວິດ ຫຼື ສ້າງບາດແຜ ແລະຄວາມເຈັບຊໍ້າຕໍ່ຮ່າງກາຍ, ຈິດໃຈ, ກຽດສັກສີ, ຂອງຜູ້ຖືກເຄາະຮ້າຍ, ພ້ອມນັ້ນ, ຍັງທໍາລາຍຄວາມອົບອຸ່ນໃນຄອບຄົວ, ກີດຂວາງການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ.

ໃນຊຸມປີຫຼັງໆມານີ້, ຂະບວນການ ແລະ ຮູບແບບຂອງການຄ້າມະນຸດ ຢູ່ໃນໂລກ ກໍຄືຢູ່ປະເທດເຮົາໄດ້ມີທ່າອ່ຽງເພີ່ມຄວາມຮຸນແຮງ ແລະມີການຜັນແປ ທີ່ສະຫຼັບສັບຊ້ອນ. ເພາະສະນັ້ນໃນປີນີ້, ອົງການສະຫະປະຊາຊາດ ໄດ້ກຳນົດຫົວຂໍ້ສາກົນ ວ່າ ” Trapped Behind the Scam ( ຕິດກັບດັກຢູ່ເບື້ອງຫຼັງການຫຼອກລວງ )” ຫຼືເວົ້າໃຫ້ເຂົ້າ ໃຈວ່ານີ້ຄືຄໍາເຕືອນທີ່ໃຫ້ພວກເຮົາລະວັງຄວາມສ່ຽງ ຕໍ່ການຖືກກັບດັກທີ່ປົກປິດດ້ວຍເລ່ຫຼ່ຽມຂອງພວກຄ້າມະນຸດ,ໃຫ້ນໍາເອົາຈິດໃຈນີ້ ເພື່ອຕີແຜ່ຄວາມຈິງທີ່ໜ້າເປັນຫ່ວງຂອງໂລກ ທີ່ກຸ່ມກໍ່ອາຊະຍາກໍາຂ້າມຊາດໄດ້ນໍາໃຊ້ເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍ ເປັນເຄື່ອງມືໃນການກໍ່ອາຊະຍາກຳ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາ ກໍເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບນັບມື້ຮ້າຍແຮງຈາກອາດຊະຍາກໍານີ້ ເນື່ອງຈາກທີ່ຕັ້ງພູມສັນຖານອຳນວຍຄວາມສະດວກໃນການເດີນທາງເຂົ້າ-ອອກ ແລະ ຄວາມຕ້ອງການກຳລັງແຮງງານທີ່ເພີ່ມສູງຂຶ້ນ.

ໃນໄລຍະ 1 ປີຜ່ານມາ, ບັນຫາທີ່ພົ້ນເດັ່ນ ແລະ ເປັນໄພຂົ່ມຂູ່ຢ່າງໜັກໜ່ວງໃນສັງຄົມພວກເຮົາ ແມ່ນພວກກໍ່ອາຊະຍາກໍາ ໄດ້ໂຄສະນາຊວນເຊື່ອວ່າມີ “ວຽກສະບາຍ ລາຍໄດ້ສູງ”, ເຊິ່ງໃນຄວາມເປັນຈິງແລ້ວ ມັນບໍ່ມີຈິງ, ແຕ່ໃນເງື່ອນໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ຊີວິດການເປັນຢູ່ ແລະຄວາມຕ້ອງການວຽກເຮັດທີ່ມີລາຍໄດ້ສູງ ກໍ່ເຮັດໃຫ້ປະຊາຊົນຜູ້ບໍລິສຸດມີຄວາມສົນໃຈ ແລະຈໍານວນບໍ່ໜ້ອຍເອົາໂຕສ່ຽງທີ່ຈະຕົກລົງຈ່າຍເງິນນາຍ ໜ້າ ແລະລັກລອບໄປອອກແຮງຕ່າງປະເທດແບບຜິດກົດໝາຍ, ເຮັດໃຫ້ຫຼາຍໆກໍລະນີ ພົນລະເມືອງຂອງພວກເຮົາ ໂດຍສະເພາະຜູ້ບໍ່ຮູ້ເທົ່າເຖິງການ ຕົກເປັນເຫຍື່ອຂອງກຸ່ມແກ້ງ ຂະບວນການຄ້າມະນຸດ, ຫຼາຍກໍລະນີ ນໍາໄປເຖິງການຖືກບັງຄັບອອກແຮງງານໜັກແຕ່ລາຍໄດ້ຕໍ່າ ຫຼືໃຫ້ອອກແຮງງານບໍ່ມີຄ່າຈ້າງ, ບໍ່ຮັບປະກັນຄວາມປອດໄພ, ກະທັ້ງຖືກທໍລະມານດ້ານຮ່າງກາຍ ແລະຈິດໃຈ. ນອກຈາກນີ້, ຍັງມີການຂົນ ຂວາຍເອົາຍິງສາວລາວ ໄປແຕ່ງດອງກັບຄົນຕ່າງປະເທດ ໂດຍການໃຫ້ເງິນຄ່າດອງແພງເປັນເຄື່ອງລໍ້ໃຈ ເຊິ່ງອາດນໍາໄປເຖິງການບັງຄັບເປັນທາດບໍລິການທາງເພດ,…

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ; ຍ້ອນເຫັນໄດ້ເຖິງອັນຕະລາຍດັ່ງກ່າວ, ພັກ ແລະ ລັດຖະບານ ຈຶ່ງໄດ້ຍົກລະດັບມາດຕະການ ແລະ ຊີ້ນຳ-ນຳພາ ວຽກງານຕ້ານການຄ້າມະນຸດ ຢ່າງເດັດຂາດ ແລະ ຈິງຈັງ, ໄດ້ວາງນະໂຍບາຍ ແລະ ສ້າງເປັນແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 ນັບແຕ່ປີ (2026-2030) ເພື່ອເປັນທິດທາງ ໃນການຈັດຕັ້ງປະຕິບັດຢ່າງເປັນລະບົບ ເເລະ ຮັບປະກັນໃຫ້ການສະກັດກັ້ນອາຊະຍາກຳນີ້ ມີປະສິດທິຜົນ ແລະ ສອດຄ່ອງກັບສະພາບການຕົວຈິງ, ສປປ ລາວ ໄດ້ກຳນົດຫົວຂໍ້ ປະຈຳປີ 2026 ໄວ້ຢ່າງໜັກແໜ້ນວ່າ: “ທັບມ້າງວົງຈອນ, ກວດລ້າງເຄື່ອຂ່າຍ ນາຍໜ້າ ແຕ່ງດອງແອບແຝງ ການຖືພາແທນ ແລະ ການຂູດຮີດທາງເພດຂ້າມຊາດ ໃຫ້ໝົດໄປຈາກສັງຄົມ”.
ຫົວຂໍ້ນີ້ ບໍ່ແມ່ນພຽງແຕ່ຄຳຂວັນ, ແຕ່ເປັນໜ້າທີ່ການເມືອງທີ່ຕ້ອງໄດ້ຈັດຕັ້ງປະຕິບັດ.

ດັ່ງນັ້ນ, ໃນນາມລັດຖະ ບານ ກໍຄືຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຂ້າພະເຈົ້າ ຂໍມອບໝາຍໜ້າທີ່ ໃຫ້ບັນດາຂະແໜງ ການກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ດັ່ງນີ້:
1. ຄະນະໂຄສະນາອົບຮົມສູນກາງພັກ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ: ຕ້ອງເປັນເຈົ້າການໃນການນຳໃຊ້ສື່ມວນຊົນທຸກຂະແໜງການ ເພື່ອປຸກລະດົມຂະ ບວນການໂຄສະນາປູກຈິດສໍານຶກໃຫ້ກວ້າງຂວາງ ແລະ ແຫຼມຄົມ. ຕ້ອງເປີດເຜີຍເລ່ລ່ຽມໃໝ່ໆຂອງພວກກໍ່ອາຊະຍາກໍາ ໂດຍສະເພາະການຫຼອກລວງຜ່ານສື່ອອນລາຍ ເພື່ອໃຫ້ປະຊາຊົນຮູ້ທັນ ແລະ ບໍ່ຕົກເປັນເຫຍື່ອ. ຕ້ອງຄຸ້ມຄອງ, ຕິດຕາມ ກວດກາບັນດາສະຖານທີ່ພັກ ແລະຮ້ານບໍລິການບັນເທິງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

  1. ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ: ເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານປະຈຳດ່ານຊາຍແດນທົ່ວປະເທດ ຕ້ອງຍົກສູງຄວາມຮັບຜິດຊອບໃນການກວດກາ, ຄຸ້ມຄອງການເຂົ້າ- ອອກປະເທດ ຢ່າງເຄັ່ງຄັດ. ຕ້ອງຊອກຄົ້ນຫາ, ທັບມ້າງເຄືອຂ່າຍນາຍໜ້າແຕ່ງດອງແອບແຝງ ແລະ ສະກັດກັ້ນການເຄື່ອນຍ້າຍແຮງງານທີ່ບໍ່ຖືກຕ້ອງ ແຕ່ຫົວທີ; ຕ້ອງດຳເນີນການສືບສວນ, ຕິດຕາມ ແລະ ປິດກັ້ນ ທຸກເຄືອຂ່າຍສື່ສັງຄົມອອນລາຍ ທີ່ໂຄສະນາຊວນເຊື່ອຫຼອກລວງຈັດຫາວຽກເຮັດງານທຳ ທີ່ບໍ່ຖືກຕ້ອງຕາມກົດໝາຍຢ່າງເດັດຂາດ. ຜູ້ລະເມີດທີ່ເປັນນາຍໜ້າຊອກຍິງລາວເພື່ອໄປແຕ່ງດອງແອບແຝງ ຕ້ອງໄດ້ຮັບໂທດຕາມກົດໝາຍຢ່າງໜັກ.
    3. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ: ຕ້ອງເພີ່ມທະວີການຄຸ້ມຄອງ ແລະ ກວດກາ ບັນດາບໍລິສັດຈັດຫາງານຢ່າງເຂັ້ມງວດ, ພ້ອມທັງສືບຕໍ່ຍົກສູງການພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທຳພາຍໃນປະເທດ ໃຫ້ສອດຄ່ອງກັບຕະຫຼາດແຮງງານຕົວຈິງ.
  2. ກະຊວງການຕ່າງປະເທດ: ໂດຍຜ່ານບັນດາສະຖານເອກອັກຄະລັດຖະທູດ ແລະ ສະຖານກົງສຸນລາວ ປະຈຳຕ່າງປະເທດ ຕ້ອງເພີ່ມທະວີ ໃນການຕິດຕາມ, ກອບກູ້ ແລະ ໃຫ້ການປົກປ້ອງຊ່ວຍເຫຼືອພົນລະເມືອງລາວ ທີ່ຕົກເປັນເຫຍື່ອຄ້າມະນຸດຢູ່ຕ່າງປະເທດ ໃຫ້ໄດ້ຮັບຄວາມປອດໄພ ແລະ ທັນເວລາ.
    5. ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ: ຈົ່ງມີສະຕິກ່ອນໝັ້ນໝາຍ ຫຼື ແຕ່ງດອງ ກັບຄົນແປກໜ້າ ເພື່ອໃຫ້ປອດໄພຈາກການຄ້າມະນຸດ. ຖ້າພົບເຫັນການເຄື່ອນໄຫວທີ່ໜ້າສົງໄສ ຂໍໃຫ້ຮີບຮ້ອນແຈ້ງມາຍັງ ສາຍດ່ວນຕ້ານການຄ້າມະນຸດ 1300 ຫຼື ເບີວັອດແອັບ 020 2288 1300 ໃນທັນທີ.

ໃນໂອກາດອັນມີຄວາມໝາຍສຳຄັນນີ້, ຕາງໜ້າລັດຖະ ບານ ແລະຄະນະກໍາມະການຕ້ານການຄ້າມະນຸດ ລະດັບຊາດ, ຂ້າພະເຈົ້າ ຂໍຍ້ອງຍໍຊົມເຊີຍ ຕໍ່ຄະນະກຳມະການການຄ້າມະນຸດທຸກຂັ້ນ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານນີ້ຕະຫຼອດມາ. ພ້ອມດຽວກັນ, ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງບັນດາປະເທດເພື່ອນມິດ, ອົງການຈັດ ຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫຼືອລັດຖະບານ ສປປ ລາວ ໃນການສະກັດກັ້ນຕ້ານ ແລະແກ້ໄຂບັນຫາການຄ້າມະນຸດ ຕະຫຼອດໄລ ຍະຜ່ານມາ.

ຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ບວກກັບການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດສາກົນ,ພວກເຮົາຈະສາມາດເອົາຊະນະອຸປະສັກ ແລະ ເຮັດໃຫ້ໄພຂົ່ມຂູ່ຈາກການຄ້າມະນຸດ ຫຼຸດໜ້ອຍຖອຍລົງ ແລະ ໝົດສິ້ນໄປຈາກສັງຄົມ. ປະຊາຊົນລາວບັນດາເຜົ່າ ພວກເຮົາຈົ່ງຮ່ວມໃຈກັນ ຕ້ານໄພຄ້າມະນຸດ.

ແຫຼ່ງທີ່ມາ: ຄວາມສະຫງົບ Lao Security News

 

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...