Homeຂ່າວພາຍ​ໃນສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

Published on

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ 2026 ທີ່ສຳນັກງານໃຫຍ່ ສປຊ ທີ່ ນິວຍອກ, ສະຫະລັດອາເມລິກາ ເຊິ່ງມີປະມຸກລັດ, ຫົວໜ້າລັດຖະບານ, ລັດຖະມົນຕີ, ຜູ້ຕາງໜ້າຂອງແຕ່ລະປະເທດ ແລະ ອົງການຈັດຕັ້ງສາກົນ ຈຳນວນ 115 ປະເທດເຂົ້າຮ່ວມ.

ຄະນະຜູ້ແທນຂັ້ນສູງ ຈາກ ສປປ ລາວ ນຳໂດຍ ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳພາຄະນະເຂົ້າຮ່ວມ ແລະ ປະກອບຄຳເຫັນ ແລະ ພິຈາລະນາຮັບຮອງຖະແຫລງການການ ເມືອງ, ກຳນົດແນວທາງ, ນະໂຍບາຍ ແລະ ແຜນງານ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 11 (SDG11).

ສປປ ລາວ ໄດ້ຂຶ້ນກ່າວລາຍງານ ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອທົບທວນກາງສະໄໝ ແລະ ຮ່ວມກັນປຶກສາຫາລືກັບແຕ່ລະປະເທດທີ່ເປັນສະມາຊິກ ກໍຄື ສປປ ລາວ ກ່ຽວກັບບັນຫາຕົວເມືອງ ເປັນຕົ້ນ: ການຫັນເປັນຕົວເມືອງແບບຍືນຍົງ, ການພັດທະນາໂຄງລ່າງພື້ນຖານ ແລະ ການຂະຫຍາຍຕົວຢ່າງໄວວາຂອງຕົວເມືອງ ໂດຍຜ່ານການຂຶ້ນກ່າວ ບົດປາໄສ, ຮ່ວມກັນສົນທະນາແລກປ່ຽນ ໃນການຮ່ວມກັນກຳນົດນະໂຍບາຍ ແລະ ການຮ່ວມມືຂອງແຕ່ລະປະເທດເພື່ອສຸມໃສ່ການຈັດຕັ້ງປະຕິບັດໃຫ້ຮີບດ່ວນ, ເສີມຂະຫຍາຍການຕິດຕາມກວດກາ ແລະ ເພີ່ມທະວີຄວາມພະຍາຍາມໃນການພັດທະນາຕົວເມືອງແບບຍືນຍົງ, ຕະຫຼອດເຖິງການກຳນົດຂົງເຂດຈຸດສຸມຫຼັກ ໃຫ້ມີການເຊື່ອມໂຍງ ວາລະຕົວເມືອງໃໝ່ ກັບ ເປົ້າໝາຍການພັດທະນາແບບຍືນຍົງ SDGs, ປັບປຸງການເກັບກຳຂໍ້ມູນ, ສົ່ງເສີມການຮ່ວມມື ແລະ ແກ້ໄຂຜົນກະທົບຂອງການປະເຊີນກັບວິກິການຕ່າງໆໃນເຂດຕົວເມືອງ. ກອງປະຊຸມໃນຄັ້ງນີ້ ສປປ ລາວ ໄດ້ບັນລຸໝາກຜົນຂອງການຈັດຕັ້ງປະຕິບັດ ກາງສະໄໝ ແລະ ຢັ້ງຢືນແຜນງານໃນຕໍ່ໜ້າຂອງວຽກງານດັ່ງກ່າວທີ່ຈະສືບຕໍ່ເຮັດວຽກຮ່ວມກັບບັນດາປະເທດສະມາຊິກທັງໝົດເພື່ອພັດທະນາຕົວເມືອງ ຂອງ ສປປ ລາວ ໃຫ້ມີຄວາມຍືນຍົງ, ໜ້າຢູ່ ແລະ ທັນສະໄໝ ຜ່ານ 3 ແຜນວຽກບູລິມະສິດ ຄື:

1.) ຂະຫຍາຍການວາງແຜນຕົວເມືອງແບບປະສົມປະສານ ໂດຍກຳນົດເປົ້າໝາຍສູ້ຊົນ “ໜຶ່ງຕົວເມືອງ, ໜຶ່ງແຜນຜັງ”;

2.) ເສີມສ້າງການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ ລະດົມການລົງທຶນ ແລະ ຍາດແຍ່ງງົບປະມານ ເຂົ້າໃນການລົງທຶນແບບປະສົມປະສານເພື່ອຂະຫຍາຍການພັດທະນາຕົວເມືອງແບບຍືນຍົງ;

3.) ສືບຕໍ່ ຄຸ້ມຄອງ ແລະ ພັດທະນາທີ່ຢູ່ອາໄສ, ຍົກລະດັບການບໍລິຫານຕົວເມືອງ ແລະ ສຸມໃສ່ພັດທະນາໂຄງລ່າງພື້ນຖານຂອງຕົວເມືອງໃຫ້ມີຄວາມຄົງທົນ ໂດຍສະເພາະບັນດາເມືອງນ້ອຍທີ່ມີການເຕີບໂຕຢ່າງໄວວາ.

ແຫຼ່ງທີ່ມາ: ກະຊວງ ໂຍທາທິການ ແລະ ຂົນສົ່ງ

 

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...