spot_img
Homeຂ່າວຕ່າງປະເທດຍິງໄທ ຖືກສານມາເລເຊຍ ຕັດສິນປະຫານຊີວິດ ໂທດຂົນຢາບ້າເຂົ້າປະເທດ

ຍິງໄທ ຖືກສານມາເລເຊຍ ຕັດສິນປະຫານຊີວິດ ໂທດຂົນຢາບ້າເຂົ້າປະເທດ

Published on

EyWwB5WU57MYnKOuFNDAHQO2uuTSyYaHEiJ4nZ8356O7miAZnP003J

 

ຍິງຊາວໄທ ເຊິ່ງເຮັດວຽກເປັນແມ່ເຮືອນຢູ່ປະເທດມາເລເຊຍ ຖືກສານມາເລ ຕັດສິນລົງໂທດປະຫານຊີວິດ ໃນມື້ວັນຈັນ

(22 ກັນຍາ) ຜ່ານມາ ຫລັງມີຄວາມຜິດຂໍ້ຫາລັກລອບຂົນຢາເສບຕິດເຂົ້າມາເລເຊຍ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ທັນວານີ້ວ່າ ສານສູງແຫ່ງປະເທດມາເຊຍ ໄດ້ຕັດສິນລົງໂທດປະຫານຊີວິດ

ນາງ ດວງຈິດ ຄົນໂທຄອນບຸຣີ ອາຍຸ 33​ ປີ ເຊິ່ງເຮັດອາຊີບຮັບຈ້າງເປັນແມ່ເຮືອນໃນມາເລເຊຍ ຫລັງຈາກທີ່ນາງໄດ້ຖືກ

ຈັບກຸມພ້ອມຢາເສບຕິດປະເພດຢາບ້າ ນ້ຳໜັກ 2.81 ກິໂລກຣາມ ທີ່ສະໜາມບິນສາກົນກົວລາລຳເປີ ເມື່ອວັນທີ 6 ມີນາ

ປີ 2013.

 

ທັງນີ້ ຕາມກົດໝາຍຂອງປະເທດມາເລເຊຍ ຜູ້ໃດກໍຕາມທີ່ມີຢາບ້າໃນຄອບຄອງຢ່າງໜ້ອຍ 50 ກຣາມ ກໍຈະຖືວ່າເປັນ

ການລັກລອບຂົນຢາເສບຕິດ ແລະ ມີໂທດເຖິງປະຫານຊີວິດ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...