Homeຂ່າວພາຍ​ໃນເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

Published on

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ.

ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ, ມີປະຫວັດຄວາມເປັນມາຍາວນານ ແລະ ເປັນເຂດຍຸດທະສາດທີ່ມີມູນເຊື້ອທາງດ້ານປະຫວັດສາດ-ວັດທະນະທຳອັນໂດດເດັ່ນ ຕິດພັນກັບການຜະລິດກະສິກຳ.

ກົນໄກການຈັດຕັ້ງ ແລະ ບຸກຄະລາກອນ:
ຫ້ອງການຕາແສງແມ່ນຕັ້ງຢູ່ ບ້ານປ່າຝາງ (ຫ້ອງການກຸ່ມ II ບ້ານຫ້ອມ) ໂດຍມີໂຄງປະກອບບຸກຄະລາກອນທັງໝົດ 13 ທ່ານ (ຍິງ 6 ທ່ານ) ດັ່ງນີ້:

  • ພະນັກງານລັດຖະກອນ: 6 ທ່ານ (ຍິງ 2 ທ່ານ)
  • ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ຕຳຫຼວດ 1 ທ່ານ ແລະ ທະຫານ 1 ທ່ານ
  • ພະນັກງານຊ່ວຍວຽກ: 5 ທ່ານ (ຍິງ 4 ທ່ານ) (ໃນຄະນະນຳປະກອບມີ: ປະທານ 1 ທ່ານ, ຮອງປະທານ 2 ທ່ານ ແລະ ກຳມະການທີ່ເປັນຫົວໜ້າໜ່ວຍງານ 5 ທ່ານ, ຍິງ 2 ທ່ານ)

ຂໍ້ມູນພົນລະເມືອງ ແລະ ການປົກຄອງ:

  • ເນື້ອທີ່ທັງໝົດ: 2.877,37 ເຮັກຕາ(ມີອັດຕາຄວາມໜາແໜ້ນຂອງພົນລະເມືອງ 7.012 ຄົນ/ກິໂລຕາແມັດ).
  • ການປົກຄອງ: ປະກອບມີ 16 ບ້ານ (ແບ່ງເປັນ ກຸ່ມ II ບ້ານຫ້ອມ ແລະ ກຸ່ມ III ສີຖານໃຕ້) ຄື: ບ້ານຫາດກັນຊາ, ຫົວຫ້າ, ດອນເກີດ, ໂພເງິນ, ໂພສີ, ສະຫວ່າງ, ປ່າຝາງ, ຈອມທອງ, ຈຽມປາງ, ຫ້ອມໃຕ້, ຖິ່ນເພຍ, ທ່າແຂກ, ຊາຍຟອງເໜືອ, ຊາຍຟອງໃຕ້, ໂຄກຊາຍ ແລະ ສີຖານໃຕ້.
  • ພົນລະເມືອງ: ທັງໝົດ 19.634 ຄົນ (ຍິງ 9.961 ຄົນ), ມີ 364 ໜ່ວຍ, 4.356 ຄອບຄົວ, ແລະ 4.550 ຫຼັງຄາເຮືອນ.
  • ໂຄງປະກອບຊົນເຜົ່າ: ເຜົ່າລາວ ກວມເອົາສ່ວນໃຫຍ່ 99,95% (19.626 ຄົນ), ເຜົ່າກຶມມຸ 0,03% (6 ຄົນ), ເຜົ່າພູໄທ 0,005% (1 ຄົນ) ແລະ ເຜົ່າມົ້ງ 0,005% (1 ຄົນ).

ທ່າແຮງດ້ານເສດຖະກິດ, ການບໍລິການ ແລະ ວັດທະນະທຳ:
ດ້ວຍພື້ນທີ່ດິນປູກຝັງທີ່ອຸດົມສົມບູນ, ປະຊາຊົນມີມູນເຊື້ອໃນການເຮັດກະສິກຳ-ປູກຝັງລ້ຽງສັດ ແລະ ການປະມົງ (ມີເຮືອປະມົງເຖິງ 90 ລໍາ).

ນອກຈາກນີ້ ຍັງມີການຂະຫຍາຍຕົວດ້ານເສດຖະກິດ ແລະ ການບໍລິການທີ່ໜ້າສົນໃຈ:

  • ບໍ່ຫີນ-ຊາຍ 10 ແຫ່ງ
  • ຕະຫຼາດ 2 ແຫ່ງ ແລະ ໂຮງງານ 1 ແຫ່ງ
  • ໂຮງແຮມ, ລິສອດ, ຮ້ານອາຫານ ແລະ ຮ້ານບັນເທີງກິນດື່ມ 10 ແຫ່ງ
  • ດ້ານວັດທະນະທຳ-ທ່ອງທ່ຽວ: ມີສະຖານທີ່ສັກສິດທີ່ເປັນບ່ອນຍຶດໜ່ຽວຈິດໃຈຂອງປະຊາຊົນ ເຊັ່ນ: ວັດທົ່ງທາດ, ວັດປ່າເລໄລ ແລະ ວັດໜອງຄໍາແສນ.

ການຄົມມະນາຄົມ ແລະ ພື້ນຖານໂຄງລ່າງ:
ຕາແສງຊາຍຟອງ ມີລະບົບໄຟຟ້າ, ນໍ້າປະປາ ແລະ ເສັ້ນທາງຄົມມະນາຄົມທີ່ສະດວກສະບາຍ ເຊິ່ງເປັນທ່າແຮງສຳຄັນໃນການເຊື່ອມໂຍງ ໄປມາຫາສູ່ກັນລະຫວ່າງຕາແສງ, ບັນດາເມືອງອ້ອມຂ້າງໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງຢ່າງຄ່ອງຕົວ.

ແຫຼ່ງທີ່ມາ: ບ້ານຫາດກັນຊາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...