Homeຂ່າວຕ່າງປະເທດຈີນຫ້າມພະນັກງານລັດ ຮຽນປະລິນຍາໂທບໍລິຫານທຸລະກິດ ກັນຜານເງິນລັດ ແລະ ສໍ້ລາດບັງຫລວງ

ຈີນຫ້າມພະນັກງານລັດ ຮຽນປະລິນຍາໂທບໍລິຫານທຸລະກິດ ກັນຜານເງິນລັດ ແລະ ສໍ້ລາດບັງຫລວງ

Published on

557000015056301

 

ທາງການຈີນ ສັ່ງຫ້າມພະນັກງານລັດ ຈຳນວນຫລາຍກ່ວາ 3,000 ຄົນ ເຂົ້າຮຽນຫລັກສູດປະລິນຍາໂທບໍລິຫານທຸລະ

ກິດ ແລະ ລວມທັງຫລັກສູດລາຄາແພງອື່ນໆອີກ ຕາມນະໂຍບາຍປາບຄໍຣັບຊັ່ນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ທັນວາຜ່ານມານີ້ວ່າ ທາງການຈີນໄດ້ສັ່ງຫ້າມພະນັກງານຂອງລັດ ເຂົ້າ

ຮຽນຫລັກສູດທີ່ມີລາຄາແພງ ຕາມນະໂຍບາຍຂອງພັກກອມມູນິດຈີນ ໃນການປາບປາມການສໍ້ລາດບັງຫລວງ ເຊິ່ງໃນ

ໄລຍະຜ່ານມາ ຫລັກສູດປະລິນຍາໂທ ສາຂາບໍລິຫານທຸລະກິດສຳລັບຜູ້ບໍລິຫານ ໄດ້ກາຍເປັນຫລັກສູດທີ່ເຈົ້າໜ້າທີ່ຂອງ

ລັດນິຍົມຊົມຊອບເຂົ້າຮຽນ ໂດຍບາງແຫ່ງມີລາຄາຮຽນສູງເຖິງປີລະ 600,000 ຢວນ ຫລື ປະມານ 771,000,000 ກີບຕໍ່

ປີ ເຊິ່ງຫລາຍກ່ວາເງິນເດືອນຂອງພະນັກງານລັດບາງຄົນເຖິງ 10 ເທົ່າ.

 

ດ້ວຍເຫດນີ້ ເພື່ອເປັນການປ້ອງກັນການສໍ້ລາດບັງຫລວງ ແລະ ການໃຊ້ຈ່າຍງົບປະມານຂອງລັດຢ່າງຟຸມເຟືອຍ ທາງ

ການຈີນຈຶ່ງໄດ້ອອກນິຕິກຳໃນເດືອນກໍລະກົດທີ່ຜ່ານມາ ໂດຍໄດ້ກຳນົດຊັດເຈນວ່າ ຫລັກສູດປະລິນຍາໂທບໍລິຫານທຸລະ

ກິດສຳລັບຜູ້ບໍລິຫານ ທຸກຫລັກສູດ ໃຫ້ຖືວ່າເປັນຫລັກສູດທີ່ມີລາຄາແພງ ແລະ ຫ້າມພະນັກງານຂອງລັດລົງຮຽນຫລັກ

ສູດນີ້, ສ່ວນພະນັກງານຂອງລັດທີ່ຕ້ອງການຢາກຮຽນຫລັກສູດທີ່ມີລາຄາຖືກລົງມາ ຕ້ອງຈ່າຍຄ່າຮຽນເອົາເອງ ແລະ

ກ່ອນຈະເຂົ້າຮຽນໄດ້ນັ້ນ ກໍຕ້ອງໄດ້ຮັບການອະນຸມັດຢ່າງເປັນທາງການເສຍກ່ອນເທົ່ານັ້ນ.

 

ໃນດ້ານຜົນງານການເຄື່ອນໄຫວອື່ນໆ ທີ່ກ່ຽວຂ້ອງກັບການປາບປາມການສໍ້ລາດບັງຫລວງ ໃນວົງການລັດຖະກອນຈີນ

ນັ້ນ ພົບວ່າໃນໜຶ່ງປີທີ່ຜ່ານມາ (2013) ແມ່ນໄດ້ມີຄູ່ສົມລົດ ແລະ ລູກຂອງພະນັກງານລັດລະດັບອົງການປົກຄອງເມືອງ

ປະມານ 3,200 ຄົນ ຕ່າງກໍພາກັນຍົກຍ້າຍອອກໄປອາໄສຢູ່ນອກປະເທດ, ໂດຍທາງການຈີນໄດ້ກ່າວຫາວ່າ ການຍົກຍ້າຍ

ອອກໄປຂ້າງຕົ້ນນີ້ ແມ່ນເປັນການກຽມຍັກຍອກຖ່າຍເທຊັບສິນ ເພື່ອໄປໃຫ້ຄອບຄົວທີ່ຢູ່ຕ່າງປະເທດ ກ່ອນທີ່ເຈົ້າໜ້າ

ທີ່ທີ່ກ່ຽວຂ້ອງ ຈະໜີອອກນອກປະເທດຕາມກັນໄປ.  ດັ່ງນັ້ນ, ຈິ່ງມີການລົງໂທດ ແລະ ສັ່ງຍົກຍ້າຍພະນັກງານລັດເກືອບ

1,000 ຄົນ ທີ່ສົ່ງຄອບຄົວໄປຕ່າງປະເທດ ແລ້ວບໍ່ຍອມກັບຄືນມາສູ່ແຜ່ນດິນໃຫຍ່.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...