Homeກໍ່ສ້າງເສັ້ນທາງເຊື່ອມຕໍ່ເສັ້ນທາງລົດໄຟເຂົ້າກັບແລວສາກົນ ກະຊວງ ຍທຂ ຮ່ວມລົງນາມເປັນສະມາຊິກ ແລວທາງລົດໄຟໝາຍເລກທີ 2 ເຊື່ອມຕໍ່ 6 ປະເທດ ລາວ, ຫວຽດນາມ, ຈີນ,...

ເຊື່ອມຕໍ່ເສັ້ນທາງລົດໄຟເຂົ້າກັບແລວສາກົນ ກະຊວງ ຍທຂ ຮ່ວມລົງນາມເປັນສະມາຊິກ ແລວທາງລົດໄຟໝາຍເລກທີ 2 ເຊື່ອມຕໍ່ 6 ປະເທດ ລາວ, ຫວຽດນາມ, ຈີນ, ກາຊັກສະຖານ, ຣັດເຊຍ ແລະ ເອສໂຕນີ

Published on

ວັນທີ 11-12 ມິຖຸນາ 2026 ຄະນະຜູ້ແທນ ກະຊວງໂຍທາທິການ ແລະ ຂົນສົ່ງ ນຳໂດຍ ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍ ທ່ານ ຫົວໜ້າກົມທາງລົດໄຟ, ຜູ້ອຳນວຍການໃຫ່ຍ ລັດວິສາຫະກິດລົດໄຟແຫ່ງຊາດລາວ ແລະ ຄະນະກຳມະການ ສປປ ລາວ ຜູ້ປະຈຳການຢູ່ ອົງການ OSJD ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອົງການຮ່ວມມືລະຫວ່າງທາງລົດໄຟ (Organisation for Co operation between Railways) ຄັ້ງທີ 53 ທີ່ເມືອງ ດູຊານເບ, ປະເທດ ທາຈິກິສຖານ.

ກອງປະຊຸມຄັ້ງນີ້, ເປັນເວທີລະດັບສູງທີ່ສຳຄັນ ໃນການປຶກສາຫາລືກ່ຽວກັບການພັດທະນາວຽກງານການຂົນສົ່ງທາງລົດໄຟ ແລະ ການຊຸກຍູ້ການເຊື່ອມໂຍງເຄືອຂ່າຍການຂົນສົ່ງລະຫວ່າງປະເທດສະມາຊິກ.

ກອງປະຊຸມໄດ້ຮ່ວມລົງນາມໃນບົດບັນທຶກການຮ່ວມມື ເພື່ອເຂົ້າຮ່ວມເປັນສະມາຊິກແລວທາງລົດໄຟ ໝາຍເລກທີ 2 (Corridor 2) ຂອງອົງການຮ່ວມມືລະຫວ່າງທາງລົດໄຟ ຢ່າງເປັນທາງການ ຊຶ່ງແລວທາງດັ່ງກ່າວ ເປັນແລວທາງລົດໄຟ ເຊື່ອມຕໍ່ 6 ປະເທດຄື: ສປປ ລາວ, ສສ ຫວຽດນາມ, ສປ ຈີນ, ສ ກາຊັກສະຖານ, ສະຫະພັນ ຣັດເຊຍ ແລະ ສ ເອສໂຕນີ.

ການລົງນາມຄັ້ງນີ້ ຖືເປັນຂີດໝາຍປະຫວັດສາດ ແລະ ບາດກ້າວອັນສຳຄັນໃນວຽກງານການຂົນສົ່ງທາງລົດໄຟຂອງ ສປປ ລາວ, ພ້ອມກັນນັ້ນ ທັງເປັນການເຊື່ອມຕໍ່ເສັ້ນທາງລົດໄຟ ຂອງ ສປປ ລາວ ເຂົ້າກັບແລວທາງການຂົນສົ່ງກັບພາກພື້ນ ແລະ ສາກົນ.

ແຫຼ່ງຂໍ້ມູນ: ກະຊວງ ໂຍທາທິການ ແລະ ຂົນສົ່ງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...