Homeຂ່າວກິລາຄວ້າແຊ້ມໂລກກັບບ້ານ ທັບນາຄານ້ອຍ (W.I.G NAGA) U-10 ຕົວແທນໜຶ່ງດຽວຈາກ ສປປ ລາວ ຄວ້າແຊ້ມລະດັບໂລກ

ຄວ້າແຊ້ມໂລກກັບບ້ານ ທັບນາຄານ້ອຍ (W.I.G NAGA) U-10 ຕົວແທນໜຶ່ງດຽວຈາກ ສປປ ລາວ ຄວ້າແຊ້ມລະດັບໂລກ

Published on

WIG NAGA U10 ປີ ເອົາຊະນະ VALENCIA FC ຈາກປະເທດສະເປນ 2-1 ປະຕູຄວ້າແຊ້ມໃນການແຂ່ງຂັນລາຍການ MIC Football 7 ທີ່ເມືອງຄາຕາໂລເນຍ, ປະເທດສະເປນ.

ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ວິໄລກຸນນາຄາ (W.I.G NAGA) ຜູ້ນຳພາທັບນາຄານ້ອຍ U-10 ພ້ອມດ້ວຍຄະນະຄູຝຶກ, ທີມງານ ແລະ ນັກກິລາທຸກຄົນ ໃນນາມຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ສ້າງປະຫວັດສາດອັນຍິ່ງໃຫຍ່ ແລະ ເຮັດຕາມຄຳສັນຍາທີ່ໃຫ້ໄວ້ໄດ້ສຳເລັດ ດ້ວຍການຄວ້າແຊ້ມລາຍການລະດັບໂລກ MIC FOOTBALL 7 ກັບມາຝາກພີ່ນ້ອງຊາວລາວທົ່ວປະເທດໄດ້ຢ່າງສົມສັກສີ! ນຳເອົາຮອຍຍິ້ມ, ຄວາມສຸກ, ຄວາມພາກພູມໃຈ ແລະ ສ້າງຊື່ສຽງຄັ້ງປະຫວັດສາດມາສູ່ຜືນແຜ່ນດິນລາວເຮົາ.

ພາບ: W.I.G NAGA

 

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...