Homeຂ່າວຄວາມສະຫງົບພົບເຫັນກຸ່ມແກ້ງຄໍເຊັນເຕີ ໃຫ້ບໍລິການຕອບແຊັດເວບພະນັນອອນລາຍ.

ພົບເຫັນກຸ່ມແກ້ງຄໍເຊັນເຕີ ໃຫ້ບໍລິການຕອບແຊັດເວບພະນັນອອນລາຍ.

Published on

ດັ່ງນັ້ນ, ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ນຳກົມກອງວິຊາສະເພາະສຸມໃສ່ແກ້ໄຂບັນຫາດັ່ງກ່າວຢ່າງຕັ້ງໜ້າ ແລະ ມາໃນວັນທີ 11-12 ພຶດສະພາ 2026 ສາມາດມ້າງພວກຂະບວນການເປີດຫຼິ້ນການພະນັນທາງອອນລາຍໄດ້ 2 ກຸ່ມໃຫຍ່ຄື:

ໃນວັນທີ 11 ພຶດສະພາ 2026, ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາອາຄານແຫ່ງໜຶ່ງທີ່ເປັນເປົ້າໝາຍ ໃນນະຄອນຫຼວງວຽງຈັນ, ພົບເຫັນກຸ່ມແກ້ງຄໍເຊັນເຕີ ໃຫ້ບໍລິການຕອບແຊັດເວບພະນັນອອນລາຍສາມາດກັກຕົວຄົນໄທ ໄດ້ຈຳນວນ 251 ຄົນ, ຍິງ 142 ຄົນ ແລະ ພົບເຫັນອຸປະກອນທີ່ນໍາໃຊ້ເຂົ້າໃນການເຄື່ອນໄຫວກະທໍາຜິດ ມີຄອມພິວເຕີໂນດບຸກ ຈໍານວນ 155 ເຄື່ອງ, ຈໍຄອມພິວເຕີຕັ້ງໂຕະ ຈໍານວນ 23 ຈໍ, ເຄດຄວາມຈໍາຄອມ ຈໍານວນ 09 ເຄື່ອງ, ໂທລະສັບມືຖື ຈຳນວນ 419 ໜ່ວຍ.

ໃນວັນທີ 12 ພຶດສະພາ 2026, ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ປະສານສົມທົບກັບອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າກວດຄົ້ນບ່ອນພັກເຊົາແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ພົບເຫັນຄົນໄທ ຈໍານວນ 56 ຄົນ, ຍິງ 28 ຄົນ ແລະ ພົບເຫັນອຸປະກອນ ທີ່ນໍາໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດ (ຕອບແຊັດເວບພະນັນທາງອອນລາຍ) ມີຈໍຄອມພິວເຕີຕັ້ງໂຕະ ຈຳນວນ 256 ຈໍ, ໂທລະສັບມືຖື ຈໍານວນ 56 ໜ່ວຍ.

ເຊິ່ງການເຂົ້າມ້າງທັງ 2 ຂະບວນການນີ້, ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ສາມາດຈັບຕົວກຸ່ມແກ້ງພວກຮ່ວມຂະບວນການເປີດການພະນັນທາງອອນລາຍ ເຊິ່ງເປັນຄົນສັນຊາດໄທໄດ້ທັງໝົດຈໍານວນ 307 ຄົນ, ຍິງ 170 ຄົນ, ພ້ອມດ້ວຍເຄື່ອງຂອງກາງທັງໝົດ ມີຄອມພິວເຕີໂນດບຸກ 155 ເຄື່ອງ, ຈໍຄອມພິວເຕີຕັ້ງໂຕະ 279 ຈໍ, ເຄດຄວາມຈໍາ 9 ເຄື່ອງ, ໂທລະສັບມືຖື 475 ໜ່ວຍ, ເຊິ່ງການກະທໍາຂອງພວກກ່ຽວແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ເປັນຕົ້ນແມ່ນຜິດຕໍ່ປະມວນກົດໝາຍອາຍາມາດຕາ 141 ໃນສະຖານ: ການຫຼິ້ນການພະນັນທີ່ຕ້ອງຫ້າມ.

ເພື່ອປະຕິບັດຕາມລະບຽບກົດໝາຍ ແລະ ກົນໄກການຮ່ວມມືວຽກງານຕຳຫຼວດລະຫວ່າງສອງປະເທດ, ມາໃນວັນທີ 21 ພຶດສະພາ 2026 ກົມຕໍາຫຼວດເສດຖະກິດ ໂດຍການປະສານສົມທົບກັບ ກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ມອບຕົວຜູ້ຖືກຫາ ສັນຊາດໄທ ຈໍານວນ 307 ຄົນ ຍິງ 170 ຄົນ ໃຫ້ທາງການໄທ ກັບໄປດໍາເນີນຄະດີຕາມລະບຽບກົດໝາຍຢູ່ ຣາຊະອານາຈັກໄທ.

ພິທີມອບ-ຮັບ ໄດ້ຈັດຂຶ້ນຢູ່ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ 1 ນະຄອນຫຼວງວຽງຈັນ-ໜອງຄາຍ.

ໃນໂອກາດນີ້, ທັງສອງຝ່າຍກໍໄດ້ມີການເຊັນບົດບັນທຶກມອບ-ຮັບ ຕົວຜູ້ຖືກຫາຈໍານວນດັ່ງກ່າວ ເຊັນມອບຝ່າຍລາວແມ່ນ ພັອ ທອງວຽງ ໄຊຍະຈັນ ຮອງຫົວໜ້າກົມຕໍາຫຼວດເສດຖະກິດ ແລະ ເຊັນຮັບຝ່າຍໄທແມ່ນ ພັອ ປອ ກິດສະດາກອນ ກິ່ນເກສອນ ຮອງຜູ້ບັງຄັບການກວດຄົນເຂົ້າ-ອອກເມືອງ 4 ປະເທດໄທ ເຊິ່ງມີຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການເຄື່ອນໄຫວກະທຳດັ່ງກ່າວ, ເຈົ້າຂອງເຄຫະສະຖານ, ຜູ້ຫຼິ້ນການພະນັນ, ເຈົ້າຂອງເວັບ ຫຼື ເຈົ້າຂອງກິດຈະການ ບໍ່ວ່າຄົນລາວ, ຄົນຕ່າງດ້າວ ຫຼື ຄົນຕ່າງປະເທດ ທີ່ມີເຄື່ອນໄຫວຢູ່ ສປປ ລາວ ແມ່ນມີຄວາມຜິດຕໍ່ປະມວນກົດໝາຍອາຍາ ແລະ ຝາກເຖິງພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ນັບເຖິງພະນັກງານທຸກຄົນຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນທີ່ໜ້າສົງໄສ ແມ່ນໃຫ້ແຈ້ງຕໍ່ກັບເຈົ້າໜ້າທີ່ຢ່າງຮີບດ່ວນ ຫຼື ສາມາດແຈ້ງມາຍັງເພຈ໌ເຟກ໌ບຸກຂອງພວກເຮົາໄດ້ ເພື່ອເປັນການປະກອບສ່ວນສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ຕໍ່ກັບເຫດການດັ່ງກ່າວ ຈຶ່ງຂໍຝາກເຕືອນມາຍັງທຸກຄົນໃນທົ່ວສັງຄົມ ຈົ່ງມີສະຕິຕໍ່ເລ່ຫຼ່ຽມກົນອຸບາຍຂອງພວກກຸ່ມຄົນບໍ່ດີ ແລະ ຫ້າມຫຼິ້ນການພະນັນທາງອອນລາຍທຸກປະເພດ, ເວັບການພະນັນທາງອອນລາຍ ແມ່ນການຫຼິ້ນເກມການເດີມພັນຕ່າງໆ ຜ່ານລະບົບອິນເຕີເນັດ ເຊັ່ນ: ຫວຍ, ຄາສິໂນ, ບາຄາຣ່າ, ສະລັອດ, ການພະນັນບານເຕະ ແລະ ການພະນັນອື່ນໆ ເຖີງວ່າມັນຈະເຂົ້າເຖິງໄດ້ງ່າຍ ແລະ ເບິ່ງຄືວ່າເປັນທາງລັດໃນການຫາເງິນ, ແຕ່ມັນມີຄວາມສ່ຽງ ແລະ ຜົນກະທົບທີ່ຮ້າຍແຮງ, ໃນຫຼາຍປະເທດ ລວມທັງ ສປປ ລາວ, ການເປີດ ແລະ ການຫຼິ້ນເວັບພະນັນທາງອອນລາຍ ແມ່ນຜິດກົດໝາຍ, ເວັບການພະນັນສ່ວນຫຼາຍ ມີການຕັ້ງຄ່າລະບົບ ເພື່ອໃຫ້ເຈົ້າຂອງເວັບໄດ້ປຽບສະເໝີ, ໃນໄລຍະທໍາອິດອາດຈະຫຼິ້ນໄດ້ເງິນງ່າຍ ເພື່ອດຶງດູດໃຈ, ແຕ່ສຸດທ້າຍກໍຈະເສຍຄືນທັງໝົດ, ເມື່ອຫຼິ້ນໄດ້ເງິນຈຳນວນຫຼາຍ, ຫຼາຍເວັບມັກຈະມີຂໍ້ມີອ້າງໃນການບໍ່ໃຫ້ຖອນເງິນ, ປິດບັນຊີໜີ, ຫຼື ບລັອກຢູເຊີ (User) ໄປເລີຍ, ການສະໝັກເວັບເຫຼົ່ານີ້ຕ້ອງໄດ້ປ້ອນຂໍ້ມູນທະນາຄານ ແລະ ຂໍ້ມູນສ່ວນຕົວ, ເຊິ່ງອາດຖືກມິດສາຊີບນຳໄປໃຊ້ຕໍ່ໃນທາງທີ່ຜິດ ຫຼື ແຮັກບັນຊີເງິນຝາກໄດ້, ເຊິ່ງຈະສົ່ງຜົນກະທົບຕໍ່ຊີວິດ ແລະ ຈິດໃຈ, ຕິດພະນັນ, ເປັນໜີ້ສິນ, ເສຍຊັບສິນ, ສ້າງຄວາມເດືອດຮ້ອນໃຫ້ຄອບຄົວ ແລະ ຄົນອ້ອມຂ້າງ, ເກີດຄວາມຄຽດ, ຊຶມເສົ້າ, ເຊິ່ງມີຜົນກະທົບຕໍ່ຄວາມສະຫງົບ, ຄວາມເປັນລະບຽບຮຽບ, ຄວາມປອດໄພໃນສັງຄົມ.

ແຫຼ່ງທີ່ມາ: ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ...

ຍທຂ ຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບບັບເລກທີ 19229/ຫກ, ລົງວັນທີ 13 ສິງຫາ 2026 ກ່ຽວກັບການຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ...