Homeຂ່າວພາຍ​ໃນສອງຝ່າຍກໍໄດ້ຕີລາຄາສູງກ່ຽວກັບການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ສອງຝ່າຍກໍໄດ້ຕີລາຄາສູງກ່ຽວກັບການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

Published on

ການພົບປະຄັ້ງນີ້, ສອງຝ່າຍກໍໄດ້ຕີລາຄາສູງກ່ຽວກັບການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຫຼາຍວຽກງານ ໃນໄລຍະຜ່ານມາ ກ່ຽວກັບວຽກງານຂະແໜງການສຶກສາ ແລະ ກິລາ ໂດຍສະເພາະ ທາງລັດຖະບານ ສປປ ລາວ ສະເໜີໃຫ້ລັດຖະບານ ສສ ຫວຽດນາມ.

ຫວຽດນາມຈະຊ່ວຍລາວມີດັ່ງນີ້:

1.ສືບຕໍ່ຊ່ວຍເຫຼືອປັບປຸງສູນເຝິກກິລາແຫ່ງຊາດ ທີ່ເປັນໂຄງການຊ່ວຍເຫຼືອຈາກ ສສ ຫວຽດນາມ ເຊິ່ງກໍ່ສ້າງຂຶ້ນໃນປີ 2009 ເນື່ອງຈາກປັດຈຸບັນ ມີສະພາບທີ່ຊຸດໂຊມ ແລະ ບໍ່ສາມາດນຳໃຊ້ໄດ້ເປັນປົກກະຕິແລ້ວ.

2.ສືບຕໍ່ຊຸກຍູ້, ຊ່ວຍເຫຼືອໂຄງການກໍ່ສ້າງສູນວິທະຍາສາດການກິລາ ເພື່ອນໍາໃຊ້ເຂົ້າໃນການກະກຽມນັກກິລາທີມຊາດລາວ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາຊີເກມ ຄັ້ງທີ 36 ໃນປີ 2031 ທີ່ ສປປ ລາວ ເປັນເຈົ້າພາບ.

3.ສືບຕໍ່ສະໜອງທຶນການສຶກສາໄລຍະຍາວໃນສາຂາການກິລາ ແລະ ທຶນເຝິກອົບຮົມໄລຍະສັ້ນ-ກາງ ໃຫ້ແກ່ບຸກຄະລາກອນກິລາ ແລະ ນັກກິລາທີມຊາດ ທັງໃນຮູບແບບນຳສົ່ງວິທະຍາກອນມາຈັດເຝິກອົບຮົມໃຫ້ຢູ່ ສປປ ລາວ ແລະ ທຶນເກັບຕົວເຝິກຊ້ອມໄລຍະ 3-6 ເດືອນ ທີ່ ສສ ຫວຽດນາມ ຈຳນວນ 35-60 ທຶນຕໍ່ປີ ແລະ ໄລຍະ ປີ 2029-2030 ທີ່ກະກຽມເປັນເຈົ້າພາບຊີເກມ ປີ 2031 ຈໍານວນ 70-100 ທຶນຕໍ່ປີ.

4.ສືບຕໍ່ສະໜອງອຸປະກອນເຝິກຊ້ອມ ແລະ ເເຂ່ງຂັນທີ່ຈຳເປັນ ແລະ ໄດ້ມາດຕະຖານ ໃຫ້ແກ່ປະເພດກິລາຄວາມຫວັງຫຼຽນລາງວັນ ໂດຍສະເພາະປະກອບໃຫ້ແກ່ ສູນເຝິກກິລາແຫ່ງຊາດ, ສະຖາບັນກິລາ-ກາຍະກຳແຫ່ງຊາດ ເພື່ອກະກຽມນັກກິລາທີມຊາດ ເຂົ້າຮ່ວມເເຂ່ງຂັນງານມະຫະກຳກິລາຊີເກມ ປີ 2031 ທີ່ ສປປ ລາວ ເປັນເຈົ້າພາບ.

5.ພ້ອມນີ້, ຍັງສະເໜີຝ່າຍຫວຽດນາມ ສະໜອງທຶນເຝິກອົບຮົມການບໍລິຫານຄຸ້ມຄອງກິລາຄົນພິການໃຫ້ຜູ້ບໍລິຫານ; ການຈັດກິດຈະກຳການແຂ່ງຂັນກິລາບານເຕະນັກຮຽນມັດທະຍົມສຶກສາ ລະຫວ່າງ ລາວ ແລະ ຫວຽດ ນາມ.

6.ສືບຕໍ່ຊ່ວຍເຫຼືອເຝິກຊ້ອມໃຫ້ແກ່ນັກກິລາຄົນພິການທີມຊາດລາວ ປະເພດກິລາແລ່ນ-ລານ ແລະ ຍົກນ້ຳໜັກ ພ້ອມທັງແລກປ່ຽນການສົ່ງເສີມມວນຊົນທຸກເພດໄວ ເຂົ້າຮ່ວມຂະບວນການອອກກຳລັງກາຍເພື່ອສຸຂະພາບ ແລະ ສົ່ງເສີມກິລາພື້ນເມືອງ.

ແຫຼ່ງທີ່ມາ: ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...