spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເສຍຫາຍຫຼາຍຕື້ ຍ້ອນລິດໄຟ

ເສຍຫາຍຫຼາຍຕື້ ຍ້ອນລິດໄຟ

Published on

5382b57146af44ffc2948802af9f1d32

 

ເຮືອນ​ປະ­ຊາ­ຊົນ 3 ຫຼັງ​ຢູ່​ບ້ານເມືອງ​ໝໍ ເມືອງ​ແກ່ນ​ທ້າວ ແຂວງ​ໄຊ​ຍະບູ​ລີ ຖືກ­ເສຍ​ຫາຍ​ເຖິງ 3 ຕື້​ກວ່າ​ກີບ ຍ້ອນ​ລິດ​ຂອງ

​ອັກ­ຄີ​ໄພ.

 

ເຫດ​ເກີດ​ຂຶ້ນ​ເວ­ລາ 8:00 ໂມງ​ເຊົ້າ ຂອງ​ວັນ​ທີ 20 ທັນ­ວາ ປີ 2014 ນີ້, ໂດຍ​ຕົ້ນ​ເພີງ​ໄດ້​ເກີດ​ຈາກ​ເຮືອນ​ລຸງ​ວິ ລາດ ພົມ​ມະ​ດີ

ອາ­ຍຸ 65 ປີ ປະ­ຊາ­ຊົນ ບ້ານ​ເມືອງ​ໝໍ, ໄຟ​ໄດ້​ລຸກ​ໄໝ້​ຢູ່​ຊັ້ນ​ສອງ ກ່ອນ​ຈາກ​ນັ້ນ​ກໍ່​ລຸ­ກລາມ​ໄປ​ໃສ່​ເຮືອນຂອງ ລຸງ​ແຫຼ້ ວັນ​ຄຳ

ອາ­ຍຸ 65 ປີ ແລະ ເຮືອນ​ລຸງ​ຮ່ວງ​ສຸກ​ກະ­ເສີມ ອາ­ຍຸ 64 ປີ ຢູ່​ຕິດ​ກັນ ຕາມ​ການ​ປະ​ເມີນ​ເບື້ອງ​ຕົ້ນຄວາມ​ເສຍ​ຫາຍ​ທັງ 3 ຫຼັງ

ດັ່ງ­ກ່າວ ຕົກ​ເປັນ​ມູນ​ຄ່າ​ຫຼາຍ​ເຖິງ 3,5 ຕື້​ກວ່າ​ກີບ.

 

ສ່ວນ​ສາ­ເຫດ​ແມ່ນ​ເກີດ​ມາ​ຈາກ​ໄຟຟ້າ​ລັດ​ວົງ​ຈອນ ແນວ­ໃດ​ກໍ​ຕາມ ເຫດການ​ໄຟ​ໄໝ້​ຄັ້ງ​ນີ້​ແມ່ນ​ບໍ່​ມີ​ຜູ້​ໄດ້​ຮັບ​ບາດເຈັບ ຫຼື

ເສຍ​ຊີ­ວິດ ແລະ ທາງ​ອຳ­ນາດການ​ປົກ­ຄອງ​ເມືອງ, ໄດ້​ລົງ​ຊີ້​ນຳ​ອຳນາດ​ການ​ປົກ­ຄອງ​ບ້ານ​ໃຫ້­ການ​ຊ່ວຍ ເຫຼືອ​ບັນ­ເທົາ​ທຸກ​

ເບື້ອງ​ຕົ້ນ​ໃຫ້​ແກ່​ຄອບຄົວ​ດັ່ງ­ກ່າວ​ດ້ວຍ​ການ​ຈັດ​ ສະ­ຖານ­ທີ່​ພັກເຊົາ​ຊົ່ວ­ຄາວ ແລະ ເຄື່ອງ­ນຸ່ງ​ຫົ່ມ​ຈຳ­ນວນໜຶ່ງ​ແລ້ວ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...