Homeຂ່າວຄວາມສະຫງົບປັກຫຼັກໝາຍຊາຍແດນ  ລາວ-ກຳປູເຈຍ ກໍານົດຈຸດທີ່ຈະປັກຫຼັກຊາຍແດນ ສຳເລັດແລ້ວ 213 ຫຼັກໝາຍ ເພື່ອແກ້ໄຂບັນຫາການບຸກເບີກເນື້ອທີ່ກະສິກຳທີ່ລ່ວງລໍ້າຊາຍແດນ

ປັກຫຼັກໝາຍຊາຍແດນ  ລາວ-ກຳປູເຈຍ ກໍານົດຈຸດທີ່ຈະປັກຫຼັກຊາຍແດນ ສຳເລັດແລ້ວ 213 ຫຼັກໝາຍ ເພື່ອແກ້ໄຂບັນຫາການບຸກເບີກເນື້ອທີ່ກະສິກຳທີ່ລ່ວງລໍ້າຊາຍແດນ

Published on

ກອງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ເມືອງໂຂງ ແຂວງຈຳປາສັກ ໄດ້ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພາຍໃນປີ 2025 ທີ່ຜ່ານມາ.​ ທ່ານ ພັນໂທ ໂພສະຫວັນ ພິມມະວົງ ຫົວໜ້າພະແນກແຜນການສັງລວມ, ຮສຮ ກະຊວງປ້ອງກັນປະເທດ ລາຍງານໃນວັນທີ 5 ພຶດສະພານີ້ວ່າ: ຜົນສຳເລັດທີ່ພົ້ນເດັ່ນໃນປີ 2025 ແມ່ນສາມາດກໍານົດຈຸດທີ່ຈະປັກຫຼັກໝາຍແບບໃໝ່ປ່ຽນແທນຫຼັກໝາຍເກົ່າ ແລະ ປັກຫຼັກໝາຍເພີ່ມເຕີມໄດ້ທັງໝົດ 76 ຫຼັກໝາຍ, ພ້ອມທັງສຳເລັດການກໍ່ສ້າງຫຼັກໝາຍຕົວຈິງໃນພື້ນທີ່ໄດ້ເຖິງ 67 ຫຼັກໝາຍ.

ທີມງານວິຊາການໄດ້ນຳໃຊ້ເຕັກໂນໂລຊີ GPS ລະບົບສອງຄື້ນ ເພື່ອວັດແທກຄ່າພິກັດຫຼັກໝາຍໄດ້ 77 ຫຼັກໝາຍ (ແຕ່ຫຼັກໝາຍ 034 ຫາ 078) ແລະ ສຳເລັດການສ້າງຫຼັກບ໋ອກເຄົ້າພິກັດພື້ນຖານໃນຂັ້ນຕ່າງໆອີກຫຼາຍສິບຫຼັກ ເພື່ອເປັນບ່ອນອີງທາງດ້ານວິຊາການທີ່ຊັດເຈນ; ໄດ້ມີການລົງສຳຫຼວດພື້ນທີ່ຕົວຈິງເພື່ອສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງຂົວຂ້າມເຊລຳເພົາ ແລະ ເສັ້ນທາງເຊື່ອມຕໍ່ໄປຍັງແຂວງເພຣຍວິເຮຍ ຣາຊະອານາຈັກກຳປູເຈຍ ເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ ແລະ ການຄ້າຂາຍລະຫວ່າງສອງຊາດ.

ບໍລິເວນຫຼັກໝາຍເລກທີ 033/3-034 ສອງຝ່າຍໄດ້ເປັນເອກະພາບກຳນົດຈຸດສຳເລັດຈຳນວນ 6 ຫຼັກ, ພ້ອມທັງຕິດຕາມ ແລະ ແກ້ໄຂບັນຫາການບຸກເບີກເນື້ອທີ່ກະສິກຳ ທີ່ລ່ວງລໍ້າຊາຍແດນຢ່າງໃກ້ຊິດ. ໂດຍລວມແລ້ວ, ແຕ່ເດືອນ ພຶດສະພາ 2023 ມາເຖິງທ້າຍປີ 2025, ວຽກງານກຳນົດຈຸດປັກຫຼັກໝາຍຊາຍແດນ ລາວ–ກຳປູເຈຍ ແມ່ນສຳເລັດແລ້ວ 280 ຫຼັກໝາຍ ຈາກທັງໝົດ 510 ຫຼັກໝາຍ (ເທົ່າກັບ 54.9%) ແລະ ກໍ່ສ້າງສຳເລັດແລ້ວ 213 ຫຼັກໝາຍ (ເທົ່າກັບ 41.76%).

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...