Homeຂ່າວທົ່ວໄປຂະບວນແຫ່ບູຮານລາວ ແຂວງຄໍາມ່ວນ ກຽມຈັດຂະບວນແຫ່ບຸນປີໃໝ່ ຕາມແບບບູຮານລາວ ໃນວັນທີ 16 ເມສາ 2026 ຄາດວ່າຈະມີມວນຊົນເຂົ້າຮ່ວມຫຼາຍກວ່າ 1.000 ຄົນ.

ຂະບວນແຫ່ບູຮານລາວ ແຂວງຄໍາມ່ວນ ກຽມຈັດຂະບວນແຫ່ບຸນປີໃໝ່ ຕາມແບບບູຮານລາວ ໃນວັນທີ 16 ເມສາ 2026 ຄາດວ່າຈະມີມວນຊົນເຂົ້າຮ່ວມຫຼາຍກວ່າ 1.000 ຄົນ.

Published on

ບຸນສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569 ປະເພນີລາວ ທີ່ເຄີຍຈັດຂຶ້ນໃນທຸກໆປີ ສືບທອດກັນມາຢ່າງຍາວນານ, ສຳລັບປີນີ້ ແມ່ນກົງກັບວັນທີ 14-16 ເມສາ 2026 ຊຶ່ງຢູ່ແຂວງຄໍາມ່ວນ ຈະມີຫຼາຍກິດຈະກໍາເພື່ອສ້າງສີສັນ ໃຫ້ແກ່ນັກທ່ອງທ່ຽວ ກໍໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ໄດ້ຮ່ວມສະເຫລີມສະຫຼອງ ບຸນປີໃໝ່ລາວໄປພ້ອມໆກັນຢ່າງມີບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນ.

ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຄຳມ່ວນ ໄດ້ແຈ້ງກ່ຽວກັບການກະກຽມກິດຈະກຳໃນບຸນປີໃໝ່ລາວ ພສ 2569 ໂດຍການຊຸກຍູ້ສົ່ງເສີມດ້ານການອະນຸລັກຮີດຄອງປະເພນີອັນດີງາມຂອງລາວເຮົາ ດ້ວຍການຫົດສົງພະພຸດທະຮູບ, ຜູ້ຊົງຄຸນວຸດທິ ແລະ ອວຍພອນເຊິ່ງກັນ ແລະ ກັນ ຕາມຮີດຄອງປະເພນີລາວ. ພິເສດໃນປີນີ້ ຍັງຈະມີກິດຈະກຳແຫ່ບຸນປີໃໝ່ ຕາມບູຮານລາວ ຊຶ່ງເປັນຂະບວນໃຫຍ່ໂດຍຈະຈັດຂຶ້ນໃນວັນທີ 16 ເມສາ 2026 ຄາດວ່າຈະມີມວນຊົນເຂົ້າຮ່ວມຫຼາຍກວ່າ 1.000 ຄົນ ໂດຍຈະມີການເຕົ້າໂຮມຢູ່ທີ່ຈຸດວົງວຽນຫຼັກ 2 ເລີ່ມແຫ່ຂະບວນແຕ່ເວລາ 15:00 ໂມງ ແຫ່ໄປຕາມຖະໜົນກຸວໍລະວົງຮອດຫໍຈາລຶກ 21 ມີນາ (ນໍ້າພຸ) ໄປຫາວັດນາໂບ ຊຶ່ງໃນຂະບວນດັ່ງກ່າວ ຈະປະກອບມີຂະບວນຍ່ອຍຄື: ຂະບວນກອງໂຊ, ຂະບວນພະພຸດທະຮູບ, ຂະບວນສົມມາ, ຂະບວນພາຂວັນ, ຂະບວນພະທາດຊາຍ, ຂະບວນທຸງ 12 ລາສີ, ຂະບວນນໍ້າດອກໄມ້, ຂະບວນຟ້ອນ, ຂະບວນຖອດດູກເຫລົ້າ ແລະ ເຄື່ອງສຽງ, ເຄື່ອງດົນຕີພື້ນເມືອງລາວ, ພາຍຫລັງທີ່ແຫ່ຂະບວນໄປຮອດວັດນາໂບແລ້ວ ກໍຈະມີພິທີຫົດສົງເສົາຫລັກເມືອງ, ຕົບພະຊາຍ, ຫົດສົງພະພຸດທະຮູບ ແລະ ພະສົງ, ພິທີບາສີສູ່ຂວັນ, ຄາລະວະ ແລະ ຮັບພອນປີໃໝ່ ຊຶ່ງຈະເປັນກິດຈະກຳທີ່ສ້າງສີສັນ ໃຫ້ແກ່ບຸນປີໃໝ່ລາວ ຢູ່ແຂວງຄຳມ່ວນ. ນອກນັ້ນ, ຍັງມີການກຳນົດຈຸດເຕົ້າໂຮມ ໃນການສະເຫລີມສະຫລອງບຸນປີໃໝ່ລາວ ໂດຍເລີ່ມແຕ່ 4 ແຍກໄຟແດງພະແນກສຶກສາທິການ ແລະ ກິລາແຂວງ ຫາ ທະນາຄານສົ່ງເສີມກະສິກຳ ໃນຈຸດດັ່ງກ່າວຈະມີການບໍລິການເຄື່ອງດື່ມ, ດົນຕີ, ເວທີການສະແດງ, ຫຼິ້ນນໍ້າ ແລະ ອື່ນໆ ໂດຍເລີ່ມເປີດໃຫ້ບໍລິການແຕ່ວັນທີ 14-16 ເມສາ 2026 ເພື່ອສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ມວນຊົນ ແລະ ນັກທ່ອງທ່ຽວ.

ນອກນີ້, ບັນດາແຫລ່ງທ່ອງທ່ຽວຂອງແຕ່ລະເມືອງ ກໍໄດ້ມີການກະກຽມເຊັ່ນດຽວກັນ ເປັນຕົ້ນ ຖໍ້າກອງລໍ ເມືອງຄູນຄໍາ ກໍໄດ້ຈັດກິດຈະກຳທ່ອງທ່ຽວບຸນປີໃໝ່, ຕາດສຽງລື, ຖໍ້ານໍ້າຫລອດເຊບັ້ງໄຟ ເມືອງບົວລະພາ ກໍໄດ້ຈັດກິດຈະກຳເພື່ອດຶງດູດນັກທ່ອງທ່ຽວ ພ້ອມນັ້ນກໍຍັງຈັດໃຫ້ມີການເຂົ້າທ່ຽວຊົມ ແລະ ສຳຜັດກັບອຸທິຍານຫີນໜາມໜໍ່ ທີ່ໄດ້ຮັບຮອງເປັນມໍລະດົກໂລກທາງດ້ານທຳມະຊາດ ຮ່ວມຊາຍແດນ ກັບຟອງຫຍາແກບາງ ສສ ຫວຽດນາມ ແລະ ບັນດາເມືອງອື່ນໆ ກໍໄດ້ມີການກະກຽມຮອງຮັບໃຫ້ແກ່ນັກທ່ອງທ່ຽວເຊັ່ນດຽວກັນ.

ແຫຼ່ງຂໍ້ມູນ: ປະເທດລາວ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...