Homeຂ່າວທົ່ວໄປຄົບຮອບ 116 ປີ! ວັນທີ 08 ມີນາ ວັນແມ່ຍິງສາກົນ ເປັນວັນທີ່ເຮັດໃຫ້ແມ່ຍິງໃນທົ່ວໂລກ ຮູ້ເຖິງສິດທິຂອງຕົນເອງຫຼາຍຂຶ້ນ (08/03/1910-08/03/2026)

ຄົບຮອບ 116 ປີ! ວັນທີ 08 ມີນາ ວັນແມ່ຍິງສາກົນ ເປັນວັນທີ່ເຮັດໃຫ້ແມ່ຍິງໃນທົ່ວໂລກ ຮູ້ເຖິງສິດທິຂອງຕົນເອງຫຼາຍຂຶ້ນ (08/03/1910-08/03/2026)

Published on

ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍ ແຫ່ງໄຊຊະນະພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງ ເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກ ນາຍທຶນແກ້ໄຂຊີວິດການ ເປັນຢູ່ພາຍໃຕ້ຄໍາຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນ ເທົ່າ ກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານ ສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ”.

ວັນແມ່ຍິງສາກົນ 8 ມີນາ ເກີດຂຶ້ນຈາກກໍາມະກອນຍິງ ໃນໂຮງງານຕໍ່າ ແຜ່ນຢູ່ເມືອງນິວຢອກ, ປະເທດສະຫະລັດອາເມລິກາ ລຸກຮືຂຶ້ນປະທ້ວງໃຫ້ ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. ແຕ່ສຸດທ້າຍ ແມ່ຍິງເຖິງ 119 ຄົນ ໄດ້ເສຍຊີວິດຈາກເຫດການນີ້ຍ້ອນມີການລອບວາງ ເພີງໄຟໄໝ້ໂຮງງານບ່ອນທີ່ພວກເຂົານັ່ງຢູ່ຮ່ວມກັນ. ເຫດການທັງໝົດ ເກີດຂຶ້ນໃນວັນທີ 8 ມີນາ 1857.

ຫຼັງຈາກນັ້ນ, ໃນປີ 1907 ກໍາມະກອນຍິງ ໃນໂຮງງານຕໍ່າແຜນທີ່ເມືອງຊິກາໂກ ສະຫະລັດອາເມລິກາ ບໍ່ສາມາດທົນຕໍ່ ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງນາຍຈ້າງ ທີ່ໃຊ້ພວກ ເຂົາ ຄືທາດ ເນື່ອງຈາກວ່າແມ່ຍິງເຫຼົ່ານີ້ເຮັດວຽກໜັກເຖິງມື້ລະ 16-17 ຊົ່ວໂມງຕໍ່ມື້ ໂດຍບໍ່ມີວັນຢຸດ. ບໍ່ມີການປະກັນໄພແຮງງານ ເປັນຜົນໃຫ້ເກີດການເຈັບເປັນ ແລະ ລົ້ມຕາຍແຕ່ກັບໄດ້ຮັບຄ່າແຮງງານພຽງເລັກ ນ້ອຍ ແລະ ຖ້າຖືພາກໍ່ຖືກໄລ່ອອກ.

ດ້ວຍເຫດນັ້ນໃນວັນທີ 8 ມີນາ 1907 ໄດ້ມີຂະບວນຮຽກຮ້ອງໃຫ້ນາຍຈ້າງຫຼຸດຜ່ອນເວລາເຮັດວຽກຂອງເຂົາ ເຈົ້າລົງເຫລືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ປັບປຸງສະຫວັດດີການຂອງເຂົາ ເຈົ້າທຸກຢ່າງ. ຢ່າງໃດກໍ່ຕາມ, ເຖິງແມ່ນວ່າການຮ້ອງຂໍນີ້ຈະບໍ່ສໍາເລັດແຮງ ງານຍິງຫຼາຍຮ້ອຍຄົນຖືກຈັບ, ແຕ່ເຮັດໃຫ້ແມ່ຍິງໃນທົ່ວໂລກສະໜັບ ສະໜູນການກະທໍາດັ່ງກ່າວ ແລະ ເຮັດໃຫ້ແມ່ຍິງທົ່ວໂລກຮູ້ເຖິງສິດທິຂອງເຂົາເຈົ້າຫຼາຍຂຶ້ນ.

ໃນວັນທີ 8 ມີນາ 1908, ແຮງງານຍິງຫຼາຍກວ່າ 15.000 ຄົນ ໄດ້ຮ່ວມເດີນຂະບວນທົ່ວເມືອງນິວຢອກ ເພື່ອຮຽກຮ້ອງໃຫ້ນາຍທຶນ ຫຼຸດຜ່ອນຊົ່ວໂຮງເຮັດວຽກ, ຢຸດການຂູດຮີດແຮງງານເດັກ ແລະ ທວງໃຫ້ ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ການເດີນຂະບວນຄັ້ງນີ້ແມ່ນພາຍໃຕ້ຄໍາຂວັນວ່າ “ເຂົ້າຈີ່ ແລະ ດອກກຸຫຼາບ” ໝາຍເຖິງການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບຊີວິດ ທີ່ດີຂຶ້ນນັ້ນເອງ.

ຈົນມາຮອດວັນທີ 8 ມີນາ 1910, ຄວາມພະຍາຍາມຂອງກໍາມະກອນຍິງ ກຸ່ມນີ້ກໍ່ໄດ້ຮັບຜົນສໍາເລັດ. ເມື່ອມີຜູ້ຕາງໜ້າແມ່ຍິງຈາກ 17 ບັນດາ ປະເທດ ໄດ້ເຂົ້າຮ່ວມກອງປະຊຸມສະມາຄົມສະຕີສັງຄົມນິຍົມ ຄັ້ງທີ 2 ຢູ່ເມືອງໂກເປນຮາກປະເທດດານມາກ, ໂດຍໃນທີ່ປະຊຸມໄດ້ປະກາດ ຮັບຮອງຂໍ້ຮຽກຮ້ອງຂອງບັນດາກໍາມະກອນຍິງ ຄື: ຕ້ອງອະນຸຍາດໃຫ້ພວກ ເຂົາຫຼຸດເວລາເຮັດວຽກເຫລືອ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກສາຫາຄວາມຮູ້ ເພື່ອພັດທະນາສັກກະຍະພາບຂອງຕົນເອງອີກ 8 ຊົ່ວໂມງ ແລະອີກ 8 ຊົ່ວໂມງ ເປັນເວລາພັກຜ່ອນພ້ອມກັນນີ້ຍັງໄດ້ປັບເງິນຄ່າແຮງງານຂອງ ແມ່ຍິງໃຫ້ເທົ່າກັບແຮງງານ ຊາຍ ແລະ ຍັງມີການຄຸ້ມຄອງສະຫວັດດີແມ່ ຍິງ ແລະແຮງງານເດັກ. ທັງນີ້ຍັງໄດ້ຮັບຮອງ ຂໍ້ສະເໜີຂອງ Clara Setkinດ້ວຍການກໍານົດໃຫ້ ວັນທີ 8 ມີນາຂອງທຸກປີ ເປັນວັນແມ່ຍິງສາກົນ.

ແຫຼ່ງຂໍ້ມູນ: ປະເທດລາວ

 

#ລາວໂພສ #ວັນແມ່ຍິງສາກົນ #ວັນແມ່ຍິງ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...