Homeຂ່າວພາຍ​ໃນແຈ້ງສາຍດ່ວນ 1510 ຫາກພົບເຫັນການສວຍໂອກາດ ກັກຕຸນນໍ້າມັນ ຫຼື ຂາຍລາຄາເກີນກຳນົດ ໃນຊ່ວງໄລຍະຄວາມບໍ່ສະຫງົບ

ແຈ້ງສາຍດ່ວນ 1510 ຫາກພົບເຫັນການສວຍໂອກາດ ກັກຕຸນນໍ້າມັນ ຫຼື ຂາຍລາຄາເກີນກຳນົດ ໃນຊ່ວງໄລຍະຄວາມບໍ່ສະຫງົບ

Published on

ອີງຕາມແຈ້ງການເລກທີ 0583/ຫກ ລົງວັນທີ 02 ມີນາ 2026 ກະຊວງ ອຸດສາຫະກຳ ແລະ ການຄ້າ ເຖິງ:
– ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ/ນະຄອນຫຼວງ.
– ທ່ານປະທານສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວ.
– ທ່ານຜູ້ອໍານວຍການບໍລິສັດນໍາເຂົ້າ ແລະ ສົ່ງອອກ ນໍ້າມັນເຊື້ອໄຟ.
– ທ່ານຜູ້ອໍານວຍການບໍລິສັດຈໍາຫນ່າຍນໍ້າມັນເຊື້ອໄຟພາຍໃນ.
– ປໍ້ານໍ້າມັນເຊື້ອໄຟ.
ເລື່ອງ: ການສະໜອງນໍ້າມັນເຊື້ອໄຟ ໃນຊ່ວງໄລຍະຄວາມບໍ່ສະຫງົບໃນພາກພື້ນຕາເວັນອອກກາງ.
ສໍາລັບການສະໜອງນໍ້າມັນເຊື້ອໄຟຂອງບັນດາບໍລິສັດນໍ້າມັນເຊື້ອໄຟ ໃຫ້ປະຕິບັດດັ່ງນີ້:
1. ບໍລິສັດ ຕ້ອງລາຍງານແຜນການນໍາເຂົ້າ-ການ ສະໜອງນໍ້າມັນເຊື້ອໄຟປະຈໍາວັນ ສົ່ງໃຫ້ກົມການຄ້າພາຍໃນ ກ່ອນເວລາ 16:00 ໂມງ ຂອງທຸກໆມື້.
2. ບໍລິສັດ ຕ້ອງຮັບປະກັນ ການສະໜອງນໍ້າມັນເຊື້ອໄຟ ໂດຍຕ້ອງໃຫ້ບູລິມະສິດການສະໜອງໃຫ້ຊໍ້າບໍລິສັດລົງທຶນ ແລະ ປໍ້າຕົວແທນກ່ອນ ເພື່ອຮັບໃຊ້ສັງຄົມຢ່າງປົກກະຕິ.
3. ບໍລິສັດ ຕ້ອງບໍ່ໃຫ້ຂາຍນໍ້າມັນເຊື້ອໄຟໃສ່ ກະຕຸກ ຫຼື ຖັງບັນຈຸ ທຸກປະເພດ ໃນຂະຫນາດບໍລິມາດ 5 ລິດຂຶ້ນໄປໂດຍເດັດຂາດ ແລະ ຖ້າກໍລະນີປິດ ຫຼື ຢຸດໃຫ້ບໍລິການຊົ່ວຄາວ ຕ້ອງແຈ້ງເຫດຜົນໃຫ້ຫ້ອງການອຸດສາຫະກໍາ ແລະ ການຄ້າ ໃຫ້ຜູ້ຊົມໃຊ້ຊາບກ່ອນ 03 ວັນ.
4. ການສະໜອງນໍ້າມັນເຊື້ອໄຟ ຕ້ອງສະຫນອງຂໍ້ມູນສັນຍາຊື້-ຂາຍ ເພື່ອຕິດຕາມກວດກາ.
5. ຫ້າມກັກຕູນນໍ້າມັນເຊື້ອໄຟ ເພື່ອເກັງກໍາໄລ ຫຼື ປັ່ນປ່ວນຕະຫຼາດ ຫຼື ປະຕິເສດການສະໜອງນໍ້າມັນເຊື້ອໄຟ ໂດຍບໍ່ມີເຫດຜົນ ຈະຖືກປັບໃໝຕາມມາດຕະການຢ່າງເຂັ້ມງວດ.
6. ຫາກພົບເຫັນການສະໜອງນໍ້າມັນເຊື້ອໄຟໃຫ້ແກ່ ປໍ້ານໍ້າມັນເຊື້ອໄຟທີ່ບໍ່ແມ່ນປໍ້າຕົວແທນ ໂດຍບໍ່ໄດ້ຮັບອະນຸຍາດ, ການກັກຕູນນໍ້າມັນເຊື້ອໄຟ ເພື່ອເກັງກໍາໄລ ຫຼື ປັ່ນປ່ວນຕະຫຼາດ, ປິດປໍ້າຊົ່ວຄາວ ຫຼື ປິດຖາວອນ ໂດຍບໍ່ມີເຫດຜົນ ແມ່ນໃຫ້ປະຕິບັດ ຕາມລະບຽບການຢ່າງເຂັ້ມງວດ.
ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ ເຮັດທຸກວິທີທາງ ເພື່ອປົກປ້ອງຜົນປະໂຫຍດຂອງປະຊາຊົນ ແລະ ຮັບປະກັນໃຫ້ເສດຖະກິດ-ສັງຄົມ ດຳເນີນໄປໄດ້ຢ່າງປົກກະຕິ.
ຫາກພົບເຫັນການສວຍໂອກາດກັກຕຸນນໍ້າມັນ ຫຼື ຂາຍລາຄາເກີນກຳນົດ, ທ່ານສາມາດແຈ້ງສາຍດ່ວນ 1510 ໄດ້ຕະຫຼອດເວລາ.
ແຫຼ່ງຂໍ້ມູນ: ຂ່າວສານອຸດສາຫະກຳ ແລະ ການຄ້າ – Ministry of Industry and Commerce

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...