Homeຂ່າວພາຍ​ໃນປະກາດລາຍຊື່ຢ່າງເປັນທາງການ! ຄະນະກຳມະການເລືອກຕັ້ງຂັ້ນແຂວງ ປະກາດແຈ້ງການລາຍຊື່ຜູ້ທີ່ໄດ້ຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງຫົວພັນ ຊຸດທີ V

ປະກາດລາຍຊື່ຢ່າງເປັນທາງການ! ຄະນະກຳມະການເລືອກຕັ້ງຂັ້ນແຂວງ ປະກາດແຈ້ງການລາຍຊື່ຜູ້ທີ່ໄດ້ຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງຫົວພັນ ຊຸດທີ V

Published on

ວັນທີ 25 ກຸມພາ 2026 ນີ້, ທ່ານ ຄອນປະພັນ ເລືອງສີຈັນທອງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ, ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບລາຍຊື່ຜູ້ທີ່ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງຫົວພັນ ຊຸດທີ V ຊຶ່ງມີຈໍານວນທັງໝົດ 50 ທ່ານ, ຍິງ 14 ທ່ານ ລາຍລະອຽດໃນແຕ່ລະເຂດເລືອກຕັ້ງເມືອງມີດັ່ງນີ້:

1 ເຂດເລືອກຕັ້ງ ເມືອງຊໍາເໜືອ ຈໍານວນ 5 ທ່ານ, ຍິງ 2 ທ່ານ ຄື:

  1. ທ່ານ ຫົງທອງ ຈັນທາຈິດ
  2. ທ່ານ ພົມແພງ ວິໄລທອງ
  3. ທ່ານ ນາງ ພວງແສງ ອຸດົມມີໄຊ
  4. ທ່ານ ພັນໂທ ທອນມີ ແກ້ວຈິນດາ
  5. ທ່ານ ນາງ ໄມວັນ ບີ້ສຸລິວັນ

2 ເມືອງວຽງໄຊ ຈໍານວນ 5 ທ່ານ, ຍິງ 1 ທ່ານ ຄື:

  1. ທ່ານ ວົງເພັດ ບຸນມະນີ
  2. ທ່ານ ສໍສະຫວັນ ບານຄໍາມີ
  3. ທ່ານ ອຸທອນ ບຸນວິໄລ
  4. ທ່ານ ເພັງຈັນ ແກ້ວດວງຄໍາ
  5. ທ່ານ ນາງ ວອນແພງ ດີທອງພອນ

3 ເມືອງຊໍາໃຕ້ ຈໍານວນ 5 ທ່ານ, ຍິງ 1 ທ່ານ ຄື:

  1. ທ່ານ ທອງ ຄູນທອນຮຸ່ງມີໄຊ
  2. ທ່ານ ພັນເອກ ທອງພັນ ພັດທະວົງ
  3. ທ່ານ ວົງໄຊ ຄໍາດີ
  4. ທ່ານ ນາງ ລາວອນ ສີລີນພັນ
  5. ທ່ານ ທອນ ສຸວັນໄຕ

4 ເມືອງກວັນ ຈໍານວນ 5 ທ່ານ, ຍິງ 1 ທ່ານ ຄື:

  1. ທ່ານ ສຸກສົມພັນ ແກ້ວມີໄຊ
  2. ທ່ານ ນາງ ພອນສີ ໄຊຍາບູນ
  3. ທ່ານ ເວີນໄຈ ບານທອງໄຊ
  4. ທ່ານ ແກ້ວມະນີ ອິນທຸມມາ
  5. ທ່ານ ວີສອນ ຊົ່ງເນ່ງທົ່ງ

5 ເມືອງສົບເບົາ ຈໍານວນ 5 ທ່ານ ຍິງ 1 ທ່ານ ຄື:

  1. ທ່ານ ຄໍາຟອງ ກົ້ວມີໄຊ
  2. ທ່ານ ຮຸ່ງອາລຸນ ບຸນທະເມືອງ
  3. ທ່ານ ສິງວົງໄຊ ສຸລິວົງພັນ
  4. ທ່ານ ທິບພະກອນ ພົມມາວົງ
  5. ທ່ານ ນາງ ຕຸ້ຍ ພົມມາທອງ

6 ເມືອງຊຽງຄໍ້ ຈໍານວນ 5 ທ່ານ, ຍິງ 1 ທ່ານ ຄື:

  1. ທ່ານ ເຄນທອງ ພອນພະແກ້ວ
  2. ທ່ານ ທອນສຸກ ເພັດວິຍານ
  3. ທ່ານ ໄອເພັດ ລາພັນ
  4. ທ່ານ ນາງ ຄໍາພວງ ບຸນມີໄຊ
  5. ທ່ານ ໄພທອນ ບຸນໄມ

7 ເມືອງແອດ ຈໍານວນ 5 ທ່ານ, ຍິງ 2 ທ່ານ ຄື:

  1. ທ່ານ ວັນເພັດ ສີບຸນແສງ
  2. ທ່ານ ນາງ ແຍງເພັດ ບຸນມີໄຊ
  3. ທ່ານ ພອນຄໍາ ທະວີເພັດ
  4. ທ່ານ ເຂັມພອນ ສົມສະໄໝ
  5. ທ່ານ ນາງ ມອນໄຊ ຫົວພັນ

8 ເມືອງຫົວເມືອງ ຈໍານວນ 5 ທ່ານ, ຍິງ 2 ທ່ານ ຄື:

  1. ທ່ານ ໄມເລີຍ ພີມມາສອນ
  2. ທ່ານ ນາງ ພອນແສງ ຄໍາພົມສົມບັດ
  3. ທ່ານ ວົງທອງ ອິນທິວອນ
  4. ທ່ານ ຄໍາຊາວ ດວງປະເສີດ
  5. ທ່ານ ນາງ ສົມຈິດ ວິລະວົງສາ

9 ເມືອງຮ້ຽມ ຈໍານວນ 5 ທ່ານ ຍິງ 1 ທ່ານ ຄື:

  1. ທ່ານ ວຽງສອນ ພົມມາສອນ
  2. ທ່ານ ທ່ານ ສຸກມີໄຊ ສິງບຸນເຮືອງ
  3. ທ່ານ ນາງ ມານີວັນ ວັງລາວົງ
  4. ທ່ານ ໄຊຊະນະ ຈິດໝັ້ນຄົງ
  5. ທ່ານ ສຸພາວັນ ສຸວົງໄຊ.

10 ເມືອງຊ່ອນ ຈໍານວນ 5 ທ່ານ, ຍິງ 2 ທ່ານ ຄື:

  1. ທ່ານ ສີວິໄລ ພີມມະວົງ
  2. ທ່ານ ປອ. ຄອນເສີດ ດອນວິໄຊ
  3. ທ່ານ ນາງ ພຸດສະດາ ພີມສຸວັດ
  4. ທ່ານ ຄໍາລຽນ ມຸ້ຍມີສຸກ
  5. ທ່ານ ນາງ ຫຼ້າອິດ ໄມຊະນະ

ດັ່ງນັ້ນ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຈິ່ງປະກາດແຈ້ງການມາຍັງບັນດາຄະນະກໍາມະການເລືອກຕັ້ງຂັ້ນເມືອງ, ບັນດາອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ຈົ່ງຈັດຕັ້ງເຜີຍແຜ່ຜົນການເລືອກຕັ້ງສະມາຊິກສະພາປະຊາຊົນ ແຂວງຫົວພັນ ຊຸດທີ V ໃຫ້ຖັນແຖວພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ ນັບແຕ່ວັນທີ່ໄດ້ຮັບປະກາດແຈ້ງການ ເປັນຕົ້ນໄປ.

ແຫຼ່ງຂໍ້ມູນ: ຂ່າວຫົວພັນ Houaphan News

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...