Homeຂ່າວກິລາບໍ່ທຳມະດາ! ສຕລ ແຕ່ງຕັ້ງ ທ່ານ Vladica Grujic ເປັນຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່ ກຽມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027

ບໍ່ທຳມະດາ! ສຕລ ແຕ່ງຕັ້ງ ທ່ານ Vladica Grujic ເປັນຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່ ກຽມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027

Published on

ວັນທີ 20 ກຸມພາ 2026 ສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດການແຕ່ງຕັ້ງ ທ່ານ ວຣາກິຊາ ກຣູຈິກ (Vladica Grujic) ສັນຊາດ ສ. ເຊີເບຍ ຮັບຫນ້າທີ່ເປັນ ຫົວໜ້າຄູຝຶກ ທີມຊາດລາວ ຄົນໃໝ່ ເຊິ່ງຈະຄຸມທີມຊາດລາວ ຊຸດໃຫຍ່ ແລະ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປິ.

ທ່ານ ວຣາກິຊາ ເປັນອາດີດນັກກິລາບານເຕະອາຊີບ ຕຳແໜ່ງຖະຫນັດແມ່ນກອງໜ້າແດນກາງ ເຊິ່ງເພີ່ນໄດ້ເລີ້ມຕົ້ນສາຍອາຊີບລະຫວ່າງ ປີ 1992 – 2005, ກ່ອນຈະຫັນປ່ຽນມາເປັນຄູຝຶກບານເຕະ ແລະ ປັດຈຸບັນເພີ່ນມີໃບປະກາດຄູຝຶກລະດັບ UEFA Pro License ແລະ ມີຜົນງານການຄຸມທີມດັ່ງນີ້:

  1. ປີ 1996 ເລີ່ມຄຸມທີມຄັ້ງທຳອິດ ກັບ ສະໂມສອນ ໃນລີກ ປະເທດ ອົສເຕຣຍ
  2. ປິ 2010 – 2011 ເປັນຜູ້ຊ່ວຍຄູຝຶກ ທີມຊາດລາວ ສະໄໝ ຮານສ໌-ປີເຕີ ຊາເລີ ເປັນຫົວໜ້າຄູຝຶກ
  3. ປີ 2012 – 2013 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ FC TOKYO ປະເທດ ຍີ່ປຸ່ນ
  4. ປີ 2013 – 2014 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນ ຫົວຫນ້າຄູຝຶກ ສະໂມສອນ CEREZO OSAKA ປະເທດ ຍີ່ປຸ່ນ
  5. ປີ 2014 – 2016 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນ ຫົວຫນ້າຄູຝຶກ ສະໂມສອນ REAL ZARAGOZA ປະເທດ ສະເປນ
  6. ປີ 2016 – 2017 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ ບູລີລໍາ ຢູໄນເຕັດ ປະເທດ ໄທ
  7. ປີ 2017 – 2018 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນຫົວຫນ້າຄູຝຶກ ສະໂມສອນ PUNE CITY ປະເທດ ອິນເດຍ
  8. ປິ 2018 – 2019 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ SKN ST. PÖLTEN ປະເທດ ອົສເຕຣຍ
  9. ປີ 2019 – 2023 ເປັນຜູ້ຊ່ວຍຄູຝຶກ ແລະ ເປັນຫົວຫນ້າຄູຝຶກ ສະໂມສອນ MACHIDA ZELVIA ປະເທດ ຍີ່ປຸ່ນ
  10. ປີ 2023 – 2024 ເປັນຜູ້ຊ່ວຍຄູຝຶກ ສະໂມສອນ FK VOJVODINA ປະເທດ ເຊີເບຍ.

ພາລະກິດຫຼັກໃນການມາຄຸມທີມຂອງ ທ່ານ ວຣາກິຊາ ແມ່ນການກະກຽມທີມຊາດລາວ ຊຸດໃຫຍ່ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) “AFC Asian Cup Saudi Arabia 2027 Qualifiers (Final Round)” ນັດທີ 6 ເປັນການພົບກັນ ລະຫວ່າງ ທີມຊາດລາວ ພົບ ທີມຊາດເນປານ ເຊິ່ງຈະໄດ້ຈັດຂຶ້ນໃນ ວັນທີ 31 ມີນາ 2026 ເວລາ 19:00 ທີ່ສະໜາມກິລາແຫ່ງຊາດຫຼັກ 16 ແລະ ການແຂ່ງຂັນ ບານເຕະຊີງແຊ້ມອາຊຽນ 2026 (ASEAN Hyundai Cup 2026) ຈະເປີດສາກຂຶ້ນລະຫວ່າງ ວັນທີ 24 ກໍລະກົດ – 26 ສິງຫາ 2026, ທີມຊາດລາວ ຖືກຈັບສະຫຼາກຢູ່ໃນ ກຸ່ມ B ເຊິ່ງທີມຊາດລາວ ຈະເປີດບ້ານຕ້ອນຮັບທີມຊາດໄທ ໃນວັນທີ 25 ກໍລະກົດ ແລະ ທີມຊາດ ຟີລິບປິນ ໃນວັນທີ 1 ສິງຫາ ແລະ ອອກໄປແຂ່ງນອກບ້ານສອງເກມ ທີ່ປະເທດມາເລເຊຍ ໃນວັນທີ 28 ກໍລະກົດ ແລະ ມຽນມາ ໃນວັນທີ 4 ສິງຫາ 2026.

ນອກຈາກການຄຸມທີມຊາດແລ້ວ ທ່ານ ວຣາກິຊາ ຈະໄດ້ຊ່ວຍ ສຕລ ວາງລະບົບການຄັດເລືອກນັກເຕະທີມຊາດເຍົາວະຊົນທຸກຮຸ່ນອາຍຸ ແລະ ຈະໄດ້ເຮັດວຽກໃກ້ຊິດນຳ ພະແນກບານເຕະວິທະຍາ ແລະ ການພັດທະນາ ເພື່ອຊ່ວຍວາງໂຄງສ້າງລະບົບການສ້າງນັກເຕະຮຸ່ນສືບທອດ ເນັ້ນພັດທະນາທັກສະພື້ນຖານ ໂດຍແບ່ງໄປຕາມຮຸ່ນອາຍຸ, ສ້າງໃຫ້ນັກກິລາເຂົ້າໃຈເກມ ຜ່ານການລົງແຂ່ງຂັນຕົວຈີງ ແລະ ຮຽນຮູ້ຈັດການສະພາບຮ່າງກາຍ ແລະ ຈິດໃຈ ເປົ້າໝາຍຫຼັກກໍ່ເພື່ອສ້າງຮາກຖານ ແລະ ກຽມພ້ອມເຂົ້າເປັນນັກກິລາອາຊີບໃນອານາຄົດ.

ແຫຼ່ງຂໍ້ມູນ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...