Homeຂ່າວການຊ່ວຍເຫຼືອມອບທຶນຊ່ວຍເຫຼືອ 900 ລ້ານເຢນ ລັດຖະບານຍີ່ປຸ່ນມອບທຶນຊ່ວຍເຫຼືອ ໂດຍການສະໜອງລົດເມໄຟຟ້າ ເພື່ອສົ່ງເສີມການທ່ອງທ່ຽວຢູ່ແຂວງຫຼວງພະບາງ

ມອບທຶນຊ່ວຍເຫຼືອ 900 ລ້ານເຢນ ລັດຖະບານຍີ່ປຸ່ນມອບທຶນຊ່ວຍເຫຼືອ ໂດຍການສະໜອງລົດເມໄຟຟ້າ ເພື່ອສົ່ງເສີມການທ່ອງທ່ຽວຢູ່ແຂວງຫຼວງພະບາງ

Published on

ໃນຕອນບ່າຍວັນທີ 6 ກຸມພານີ້ ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນໃນໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນການຂົນສົ່ງສາທາລະນະ (The Economic and Social Deve lopment Programme-Public transportation related equipment) ມູນຄ່າ 900 ລ້ານເຢນ ຊຶ່ງຕາງໜ້າລັດຖະບານລາວເຂົ້າຮ່ວມລົງນາມ ໂດຍທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍທ່ານ ໂຄອິຊຸມິຊຶໂຕມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດແຫ່ງຍີ່ປຸ່ນປະຈໍາ ສປປ ລາວ, ພ້ອມທັງມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມເປັນສັກຂີພະຍານ.

ໂຄງການຊ່ວຍເຫຼືອດັ່ງກ່າວແມ່ນແນໃສ່ການພັດທະນາການຂົນສົ່ງໃນ ສປປ ລາວ ໂດຍສະເພາະແມ່ນການເສີມຂະຫຍາຍການຂົນສົ່ງເພື່ອຮອງຮັບການທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມໃນແຂວງຫຼວງພະບາງ ຕາມແຜນແມ່ບົດການຂົນສົ່ງໃນຕົວເມືອງແຂວງຫຼວງພະບາງ ທີ່ໄດ້ຮັບການຊ່ວຍເຫຼືອພາຍໃຕ້ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໂດຍການສະໜອງລົດເມໄຟຟ້າ, ສິ່ງອໍານວຍຄວາມສະດວກ ແລະ ລະບົບການຄຸ້ມຄອງລົດເມ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການປົກປັກຮັກສາສິ່ງແວດລ້ອມໃນແຂວງຫຼວງພະບາງ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຫຼາຍປີທີ່ຜ່ານມາ ຊຶ່ງໂຄງການຊ່ວຍເຫຼືອຄັ້ງນີ້ຈະປະກອບສ່ວນອັນສໍາຄັນເຂົ້າໃນການຍົກລະດັບຄວາມອາດສາມາດຂອງການຄົມມະນາຄົມ, ຂົນສົ່ງ ແລະການບໍລິການທ່ອງທ່ຽວຢູ່ພາຍໃນແຂວງຫຼວງພະບາງ, ລວມທັງປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເປັນກ້າວໆ. ນອກນັ້ນ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ກໍຍັງໄດ້ຕາງໜ້າໃຫ້ຂະແໜງການກ່ຽວຂ້ອງຂອງລາວໃຫ້ຄໍາໝັ້ນສັນຍາວ່າຈະນຳໃຊ້ການຊ່ວຍເຫຼືອຈາກຍີ່ປຸ່ນຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ, ມີປະສິດທິພາບ ແລະ ມີປະສິດທິຜົນສູງສຸດເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວພ້ອມທັງສະແດງຄວາມຫວັງວ່າລັດຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຮ່ວມມືຢ່າງຕໍ່ເນື່ອງໃນຊຸມປີຕໍ່ໜ້າ ຊຶ່ງການຊ່ວຍເຫຼືອຄັ້ງນີ້ບໍ່ພຽງແຕ່ເປັນການປັບປຸງພື້ນຖານໂຄງລ່າງເທົ່ານັ້ນ, ແຕ່ຍັງເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານລະຫວ່າງສອງປະເທດ ລາວ – ຍີ່ປຸ່ນ ໃຫ້ນັບມື້ນັບກວ້າງຂວາງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ທ່ານເອກອັກຄະຣາຊະທູດ ກໍໄດ້ສະແດງຄວາມໝາຍໝັ້ນວ່າຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມກໍຄືຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານຍີ່ປຸ່ນ-ລາວໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດຍີ່ປຸ່ນ ແລະ ລາວໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...