Home​ຂ່າວທ່ອງທ່ຽວເລີ່ມຕົ້ນປີດ້ວຍຄວາມມ່ວນຊື່ນໃນງານບຸນປະເພນີອັນດີງາມ ທີ່ສືບທອດກັນມາຢ່າງຍາວນານ

ເລີ່ມຕົ້ນປີດ້ວຍຄວາມມ່ວນຊື່ນໃນງານບຸນປະເພນີອັນດີງາມ ທີ່ສືບທອດກັນມາຢ່າງຍາວນານ

Published on

ງານບຸນສຳຄັນ ແລະ ຍິ່ງໃຫຍ່ປະຈຳສາມແຂວງຕັ້ງແຕ່ພາກກາງຫາພາກໃຕ້ໄດ້ໝຸນວຽນມາຮອດອີກຄັ້ງ. ງານບຸນ, ນອກຈາກຈະນຳພາຄົນລາວທຸກຄົນຮ່ວມສືບສານວັດທະນາທຳ ຮີດຄອງປະເພນີອັນເກົ່າແກ່ແລ້ວ ຍັງເປັນສະຖານທີ່ເຕົ້າໂຮມຈິດໃຈ ແລະ ຄວາມສາມັກຄີໃຫ້ເປັນໜຶ່ງດຽວຂອງຄົນພາຍໃນຊາດ ຈົນໄປຮອດແຂກຕ່າງດ້າວ ທ້າວຕ່າງແດນອີກດ້ວຍ.

ເລີ່ມຕົ້ນດ້ວຍງານບຸນພຣະທາດສີໂຄດຕະບອງ, ງານບຸນພຣະທາດໂພ່ນ ແລະ ງານບຸນວັດພູຈຳປາສັກ. ພ້ອມນີ້, ຍັງມີງານເທດສະການອາຫານລາວທີ່ບົ່ງບອກເຖິງຄວາມອຸດົມສົມບູນ ແລະ ລົດຊາດອັນເປັນເອກະລັກປະຈຳແຕ່ລະແຂວງ. ງານບຸນເຫຼົ່ານີ້ ຍັງຄົງໄດ້ຮັບການສະໜັບສະໜູນຢ່າງຈິງໃຈ ແລະ ສະໝໍ່າສະເໝີ ຈາກ ບໍລິສັດ ເບຍລາວ ຈຳກັດ ໃນການສົ່ງເສີມມໍລະດົກທາງດ້ານວັດທະນະທຳ ແລະ ຊ່ວຍສືບສານຮີດຄອງປະເພນີອັນດີງາມຕັ້ງແຕ່ງານທ້ອງຖິ່ນຈົນເຖິງງານລະດັບຊາດ ໃຫ້ຄົງຢູ່ຮ່ວມກັບສັງຄົນລາວໄປຕະຫຼອດໄປ.

ງານບຸນພຣະທາດສີໂຄດຕະບອງ ຖືກຈັດຂຶ້ນຕັ້ງແຕ່ວັນທີ 29 ມັງກອນ ຫາ 2 ກຸມພາ 2026 (5ມື້) ເປັນງານບຸນໃຫຍ່ປະຈຳເແຂວງຄຳມ່ວນ. ມວນຊົນຊາວພຸດໄດ້ເຕົ້າໂຮມກັນຄົບງັນ ເຮັດກິດຈະກຳທາງສາສະໜາ ເພື່ອໃຫ້ຈິດໃຈສະຫງົບ ແລະ ມີຊີວິດຊີວາ ພ້ອມດ້ວຍຄວາມເບີກບານມ່ວນຊື່ນໃນລະຫວ່າງມື້ຈັດງານ.

ງານບຸນພຣະທາດໂພ່ນ ຈັດຂຶ້ນຕັ້ງແຕ່ວັນທີ 26 ມັງກອນ ຫາ 2 ກຸມພາ 2026 (7ມື້), ຖືວ່າເປັນສະຖານທີ່ສັກກະລັກບູຊາ ແລະ ກາບໄຫວ້ຂໍພອນ ປະຈຳແຂວງສະຫວັນນະເຂດ. ນອກນີ້, ຍັງມີມວນຊົນທຸກສາລະທິດ ບໍ່ວ່າຈະຢູ່ພາຍໃນ ແລະ ຕ່າງປະເທດກໍມີຄວາມເຫຼືອມໃສສັດທາ ແລະ ຮູ້ຈັກພຣະທາດໂພ່ນເປັນຢ່າງດີ.

ງານບຸນວັດພູຈຳປາສັກ ຫຼື ເອີ້ນຊື່ເຕັມວ່າ ງານບຸນນະມັດສະການຜາສາດຫີນວັດພູ ຈະຖືກຈັດຂຶ້ນຕັ້ງແຕ່ວັນທີ 31 ມັງກອນ ຫາ 2 ກຸມພາ 2026 (3ມື້). ວັດພູຈຳປາສັກເປັນສິ່ງທີ່ສະທ້ອນເຖິງປະຫວັດສາດ ແລະ ອະລິຍະທຳອັນຍິ່ງໃຫຍ່ປະຈຳພາກໃຕ້. ບໍ່ວ່າຈະຢູ່ໃສ ເຮັດຫຍັງຢູ່ກໍຕາມ ເມື່ອຮອດງານບຸນ ຄົນແຂວງຈຳປາສັກລ້ວນແລ້ວແຕ່ມາເຕົ້າໂຮມກັນຢູ່ບ່ອນດຽວ. ໃນໂອກາດດຽວກັນ ຍັງຕິດພັນກັບການສະເຫຼີມສະຫຼອງ ມໍລະດົກໂລກ ວັດພູ ຈຳປາສັກ ຄົບຮອບ 25 ອີກດ້ວຍ.

ງານເທດສະການອາຫານລາວ ຄັ້ງທີ 21, ຈັດຂຶ້ນຕັ້ງແຕ່ວັນທີ 26 – 30 ມັງກອນ 2026 (5ມື້), ໂດຍຈັດຂຶ້ນພາຍໃຕ້ຄຳຂວັນທີ່ວ່າ “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ”. ເຊິ່ງມີທັງໝົດ 180 ຮ້ານເຂົ້າຮ່ວມ, ອາຫານມາຈາກທຸກແຂວງ ແຕ່ເໜືອຮອດໃຕ້ ເພື່ອໃຫ້ຫຼາຍຄົນໄດ້ຮູ້ຈັກ ແລະ ລອງຊິມລົດຊາດອັນເປັນເອກະລັກສະເພາະຂອງແຕ່ລະຂົງເຂດ. ເທດສະການນີ້ຖືກຈັດຂຶ້ນທຸກໆປີທີ່ສວນເຈົ້າອະນຸວົງ, ນະະຄອນຫຼວງວຽງຈັນ.

ທຸກໆເທດສະການທີ່ກ່າວມາຂ້າງເທິງນີ້ລ້ວນແລ້ວແຕ່ແມ່ນສິ່ງຍຶດໜ້ຽວຈິດໃຈ ທີ່ສະແດງອອກຜ່ານທາງດ້ານວັດທະນະທຳ ຮີດຄອງປະເພນີ ຂອງຄົນລາວໃນຊາດ ແລະ ຈະຍັງສືບຕໍ່ໄປເລື້ອຍໆຈາກຮຸ່ນນີສູ່ຮຸນຕໍ່ໄປ.

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...