Homeຂ່າວຕ່າງປະເທດຄັ້ງທຳອິດໃນປະເທດໄທ ໃນການໃຊ້ຫຸ່ນຍົນ Da Vinci XI System ຜ່າຕັດຫົວໃຈໃຫ້ແກ່ຄົນເຈັບໄດ້ສຳເລັດ ຖືວ່າເປັນກ້າວບາດສຳຄັນທີ່ຍົກລະດັບການຜ່າຕັດຫົວໃຈ

ຄັ້ງທຳອິດໃນປະເທດໄທ ໃນການໃຊ້ຫຸ່ນຍົນ Da Vinci XI System ຜ່າຕັດຫົວໃຈໃຫ້ແກ່ຄົນເຈັບໄດ້ສຳເລັດ ຖືວ່າເປັນກ້າວບາດສຳຄັນທີ່ຍົກລະດັບການຜ່າຕັດຫົວໃຈ

Published on

ໃນວັນທີ 9 ມັງກອນ 2026 ທີ່ຜ່ານມາ, ໂຮງໝໍທຳມະສາດ ປະສົບຜົນສຳເລັດໃນການຜ່າຕັດຫົວໃຈດ້ວຍຫຸ່ນຍົນ Da Vinci XI System ເປັນຄັ້ງທຳອິດໃນປະເທດໄທ.

ການຜ່າຕັດໃນຄັ້ງນີ້ນຳພາໂດຍ  ທ່ານໝໍບຸນວັດ ຫອມວິເສດ ຮ່ວມກັບຜູ້ຊ່ຽວຊານຈາກຕ່າງປະເທດ Dr. Sathyaki Nambala ເປັນຜູ້ຊ່ຽວຊານທາງດ້ານການຜ່າຕັດຫົວໃຈໂດຍໃຊ້ຫຸ່ນຍົນໂດຍສະເພາະ. ສໍາລັບການຜ່າຕັດແມ່ນສໍາເລັດ 2 ກໍລະນີຄື:

  • ສາມາດຜ່າຕັດປ່ຽນລີ້ນຫົວໃຈ ຄົນເຈັບອາຍຸ 86 ປີ ເຊິ່ງໃຊ້ເວລາ 3 ຊົ່ວໂມງ
  • ສາມາດຜ່າຕັດປິດຮູຮົ່ວຜະໜັງຫົວໃຈ ໃຫ້ແກ່ຄົນເຈັບທີ່ເປັນໂຣກຫົວໃຈແຕ່ກຳເນີດ ອາຍຸ 64 ປີ ໂດຍໃຊ້ເວລາ 5 ຊົ່ວໂມງ

ຂໍ້ດີຂອງເທັກໂນໂລຊີນີ້ແມ່ນ: ບາດແຜນ້ອຍບໍ່ເກີນ 2 ເຊັນຕີແມັດ, ຫຼຸດຜ່ອນຄວາມເຈັບປວດ, ຄົນເຈັບຟື້ນຕົວໄວກວ່າການຜ່າຕັດແບບເກົ່າ, ການຜ່າຕັດຄວາມລະອ່ອນ ສົ່ງຜົນກະທົບເນື້ອເຍື່ອໜ້ອຍກວ່າແບບເກົ່າ.

ຜົນສຳເລັດຄັ້ງນີ້ຖືວ່າເປັນກ້າວສຳຄັນທີ່ຍົກລະດັບການຜ່າຕັດຫົວໃຈຂອງປະເທດໄທສູ່ມາດຕະຖານສາກົນ.

ແຫຼ່ງຂໍ້ມູນ: TNN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...