ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳ ເນີນມາແຕ່ວັນທີ 05 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນ ທັງໝົດ 835 ສະຫາຍ, ຍິງ123 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະ ມາຊິກພັກ ທັງໝົດ 421.865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ, ຍັງມີແຂກຖືກເຊີນ ຈໍານວນ 391 ສະຫາຍ, ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1.226 ສະຫາຍ.

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແມ່ນເຫດການທາງດ້ານການເມືອງ-ສັງຄົມ ອັນສຳຄັນຍິ່ງ ຂອງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດຳເນີນ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນ ເອົາການເອົາງານ ມີຄວາມຮັບຜິດຊອບສູງ ແລະ ໄດ້ສິ້ນສຸດລົງ ດ້ວຍຜົນສຳເລັດອັນຈົບງາມ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບ ຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.

ບັນດາຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ທັງໝົດ ລ້ວນແຕ່ເຫັນເປັນເອກະພາບກັນວ່າ, ນີ້ແມ່ນກອງປະຊຸມໃຫຍ່ ທີ່ມີຄວາມສາມັກຄີເປັນເອກະພາບສູງ; ແມ່ນກອງປະຊຸມໃຫຍ່ແຫ່ງການຍູ້ແຮງພາລະກິດປ່ຽນແປງໃໝ່ ໃຫ້ເຂົ້າສູ່ລວງເລິກ ແລະ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ; ແມ່ນກອງປະຊຸມໃຫຍ່ແຫ່ງໄຊຊະນະ, ແມ່ນກອງປະຊຸມໃຫຍ່ແຫ່ງການເສີມຂະຫຍາຍມານະຈິດປະຕິວັດ, ແມ່ນກອງປະຊຸມໃຫຍ່ແຫ່ງຄວາມເຊື່ອໝັ້ນ ຕໍ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ, ທົ່ວພັກ ແລະ ທົ່ວປວງຊົນລາວ ຕ່າງກໍຊື່ນຊົມຍິນດີ ແລະ ຕອບຮັບດ້ວຍບັນຍາກາດອັນຟົດຟື້ນ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ປະຕິບັດໜ້າທີ່ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ແລະ ໄດ້ພິຈາລະນາ, ຮັບຮອງເອົາເອກະສານສຳຄັນຂອງພັກ, ຂອງຊາດ ແລະ ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຂອງພັກ, ເຊິ່ງມີລາຍລະອຽດ ດັ່ງນີ້:
- ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາໂຄງການການເມືອງ ສະບັບທີ 03 ຂອງພັກ ທີ່ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເຊິ່ງເປັນເອກະສານສໍາຄັນ ທີ່ກໍານົດທິດພື້ນຖານໃຫ້ແກ່ການວາງຍຸດທະສາດ ແລະ ວິໄສທັດ ຂອງພັກ. ໂຄງການການເມືອງ ສະບັບນີ້ ໄດ້ຕີລາຄາການຈັດຕັ້ງປະຕິບັດໂຄງການການເມືອງ ສະບັບທີ 2 ກໍຄື ພັກນໍາພາ ເຮັດສໍາເລັດພາລະກິດປົດປ່ອຍຊາດ ແລະ ສ້າງພື້ນຖານ ຂອງລະບອບປະ ຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ງສັງຄົມນິິຍົມ, ເຊິ່ງໄດ້ແບ່ງເປັນ 3 ໄລຍະ (ພັກນໍາພາ ພາ ລະກິດປົດປ່ອຍຊາດ, ພັກນໍາພາ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ພັກ ນໍາພາ ພາລະກິດປ່ຽນແປງໃໝ່); ພ້ອມທັງໄດ້ຍົກໃຫ້ເຫັນບັນດາບົດຮຽນ ແລະ ບັນຫາທີ່ເປັນລັກສະນະກົດເກນຂອງການປະຕິວັດລາວ 06 ປະການ. ພ້ອມນັ້ນ, ຍັງໄດ້ວາງຈຸດໝາຍ ຮອດປີ 2055 ກໍຄື ວັນສ້າງຕັ້ງພັກຄົບຮອບ 100 ປີ ແມ່ນສູ້ຊົນສ້າງປະເທດເຮົາເປັນປະເທດກໍາລັງພັດທະນາ, ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການ ເມືອງ ທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດ ໄດ້ຮັບການພັດທະ ນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ; ພ້ອມທັງ ໄດ້ກໍານົດ 11 ເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
- ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ເປັນເອກະສານສັນຮັບຮອງເອົາ ລາຍງານການ ເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເຊິ່ງໄດ້ຕີລາຄາ ຢ່າງກວມລວມ ແລະ ເລິກເຊິ່ງ ກັບໝາກຜົນແຫ່ງການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໃນ 5 ປີ ຜ່ານມາ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ບັນຫາເຄັ່ງຮ້ອນເສດຖະ ກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ.
ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະພາບ ພາວະວິໄສ ຕໍ່ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງ ໃນການນໍາພາ-ຊີ້ນໍາຂອງພັກ ກໍ່ຄື ການຈັດຕັ້ງປະຕິບັດໜ້າທີ່, ວຽກງານຈຸດສຸມໃນບາງດ້ານ ທີ່ບໍ່ສາມາດບັນລຸຜົນຕາມຄາດໝາຍທີ່ວາງອອກ, ພ້ອມທັງ ຊີ້ໃຫ້ເຫັນສາເຫດຕົ້ນຕໍ ເພື່ອກໍານົດທິດທາງມາດຕະການແກ້ໄຂ ທີ່ສອດຄ່ອງ ແລະ ແທດເໝາະ, ພ້ອມທັງ ເລັ່ງທວງ ໃຫ້ດໍາເນີນການແກ້ໄຂຂໍ້ຄົງຄ້າງທີ່ຜ່ານ ຢ່າງຈິງຈັງ ເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນໃໝ່ ຢ່າງຕັ້ງໜ້າຫຼາຍຂຶ້ນ. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ 06 ບົດຮຽນ ທີ່ຖອດຖອນໄດ້ ຈາກພຶດຕິກໍາ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄື ພຶດຕິກໍາຕົວຈິງ ໃນການນໍາພາ ຂອງພັກເຮົາ ໃນ 05 ປີ ຜ່ານມາ ເພື່ອເປັນບ່ອນອີງສໍາຄັນ ໃນການປັບປຸງການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ໃນຕໍ່ໜ້າ.
ເພື່ອສືບຕໍ່ພາລະກິດອັນສໍາຄັນ ໃຫ້ບັນລຸຕາມຄາດໝາຍ ທີ່ວາງອອກ, ກອງປະຊຸມໃຫຍ່ ໄດ້ຢືນຢັນຄວາມຕັດສິນໃຈ ທີ່ຈະສືບຕໍ່ນໍາພາປະເທດຊາດ ສືບຕໍ່ບູລະນະລະບອບປະຊາທິປະໄຕປະ ຊາຊົນໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມບົນພື້ນຖານຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ເສີມຂະຫຍາຍກໍາລັງແຮງຂອງຊາດ, ສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ, ຮອດປີ 2030 ໃຫ້ມີພື້ນຖານ ແລະ ທ່ວງທ່າ ທີ່ໜັກແໜ້ນ ໃຫ້ແກ່ການພັດທະນາ ພາຍຫຼັງປະເທດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະ ຊາຊົນ, ຍົກລະດັບການສ້າງປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ ໃນຊຸມປີຕໍ່ໜ້າ. ໂດຍສະເພາະ ໃນ 05 ປີ ຕໍ່ໜ້ານີ້, ກອງປະຊຸມໃຫຍ່ ໄດ້ເອກະພາບຮັບຮອງເອົາ 11 ທິດທາງໃຫຍ່ ເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດເນື້ອໃນ ຂອງລາຍງານການເມືອງ ໃຫ້ມີຜົນສໍາເລັດຕົວຈິງ.
III. ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ X (2026-2030) ເຊິ່ງແມ່ນແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ເປັນແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນສໍາລັບໂຄງການເຫຼົ່າ ນັ້ນ, ໃນນັ້ນ ໄດ້ກໍານົດອອກ ເປັນ 06 ເປົ້າໝາຍໃຫຍ່ ເພື່ອສືບຕໍ່ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ໃຫ້ຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຄື:
1) ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດ ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍຍູ້ການເຕີບໂຕເສດຖະກິດແຫ່ງຊາດ ໃຫ້ບັນລຸ 6% ຕໍ່ປີ ຂຶ້ນໄປ.
2) ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ສາມາດຮູ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ.
3) ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດ ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດລົງເທື່ອລະກ້າວ.
4) ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ.
5) ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ.
6) ການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທໍາ ແລະ ສີວິໄລ.
- ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງ ກົດລະບຽບພັກ ສະໄໝທີ XII, ເພື່ອໃຫ້ສອດຄ່ອງ, ຮອງຮັບການຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ ສ້າງພັກ ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍໃນການນໍາພາພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ກ້າວຂຶ້ນສູ່ສັງ ຄົມນິຍົມ ຢ່າງໜັກແໜ້ນ.
- ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເຊິ່ງໄດ້ຕີລາຄາສູງ ຕໍ່ຄວາມບາກບັ່ນພະຍາຍາມອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດ ຮຽນອັນປະເສີດຂອງພັກ ໃນການເພີ່ມທະວີຄວາມສາມັກຄີ ເປັນເອກະພາບຢູ່ພາຍໃນພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ດໍາເນີນການປັບປຸງ-ດັດແປງກົນໄກນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ຄະນະພັກແຕ່ລະຂັ້ນ, ປຸກລະດົມທົ່ວພັກ ແລະ ທົ່ວປວງຊົນເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງການເມືອງຂອງພັກ ໃຫ້ມີຜົນສໍາເລັດ.
ກອງປະຊຸມໃຫຍ່ ຂອງພວກເຮົາໃນຄັ້ງນີ້ ຍັງໄດ້ເປັນເອກະສັນ ເລືອກຕັ້ງເອົາຄະນະບໍລິ ຫານງານສູນກາງພັກ ສະໄໝທີ XII ເຊິ່ງປະກອບດ້ວຍກໍາມະການສົມບູນ 73 ສະຫາຍ ແລະ ກໍາມະການ ສໍາຮອງ 15 ສະຫາຍ ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸ ໃນການສ້າງການຫັນປ່ຽນທີ່ແຂງແຮງ ໃນການພັດທະນາ ແລະ ພາປະເທດຊາດ ກ້າວຂຶ້ນ ຢ່າງໜັກແໜ້ນຕໍ່ໄປ.
ໃນກອງປະຊຸມຄົບຄະນະ ຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຍັງໄດ້ເປັນເອກະພາບເລືອກຕັ້ງກໍາມະການກົມການເມືອງສູນກາງພັກ, ຈໍານວນ 13 ສະຫາຍ, ເລືອກເອົາກໍາມະການຄະນະເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ, ກອງປະ ຊຸມ ໄດ້ເປັນເອກະພາບ ຢ່າງສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ, ພ້ອມກັນນັ້ນ ກໍ່ໄດ້ເລືອກເອົາ ສະຫາຍ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ. ກອງປະຊຸມ ຍັງໄດ້ເລືອກປະທານ, ບັນດາຮອງປະທານຄະນະກວດກາສູນກາງພັກປະກອບດ້ວຍ 06 ສະຫາຍ ໂດຍແມ່ນ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານ.
ກອງປະຊຸມໃຫຍ່ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການຜະລິດ-ບໍລິການ ແລະ ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ໃນຂອບເຂດທົ່ວປະເທດ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອສ້າງພື້ນຖານອັນໜັກແໜ້ນ ແລະ ທ່ວງທ່າໃໝ່ ໃຫ້ແກ່ການນໍາເອົາປະເທດເຮົາສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້.
ກອງປະຊຸມ ຍັງໄດ້ສະແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ມາຍັງບັນດາພັກອ້າຍນ້ອງ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາ ກົນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລ້ໍາຄ່າ ແກ່ພາລະກິດພັດທະນາ ແລະ ສ້າງສາປະ ເທດຊາດຂອງປະຊາຊົນເຮົາ ຕະຫຼອດໄລຍະເວລາທີ່ຜ່ານມາ.
ກອງປະຊຸມ ໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ນໍາພາມະຫາຊົນປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້ ກໍ່ຮຽກຮ້ອງມາຍັງພະນັກງານ, ນັກຮົບ, ປະຊາ ຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ຕ່າງປະເທດ ຈົ່ງເຊີດຊູນ້ໍາໃຈຮັກຊາດ, ເສີມຂະຫຍາຍມານະຈິດບາກບັ່ນບຸກບືນເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບປະຊາທິປະໄຕປະ ຊາຊົນ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ.

ກອງປະຊຸມ, ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຈໍານວນ 88 ສະຫາຍ ຍິງ 13 ສະຫາຍ ເຊິ່ງປະກອບດ້ວຍກຳມະການສົມບູນສູນກາງພັກ 73 ສະຫາຍ ຍິງ 12 ສະຫາຍ ແລະ ກຳມະການສຳຮອງສູນກາງພັກ 15 ສະຫາຍ ຍິງ 1 ສະຫາຍ.
ກອງປະຊຸມ ຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ດຳເນີນໃນຕອນເຊົ້າວັນທີ 8 ມັງກອນ 2026 ໄດ້ເລືອກຕັ້ງກົມການເມືອງສູນກາງພັກ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ຄະນະເລຂາທິການສູນ ກາງພັກ,ຜູ້ປະຈໍາການຄະນະບໍລິຫານງານສູນກາງພັກ; ພ້ອມນັ້ນ, ກໍເລືອກຕັ້ງເອົາປະທານ, ຮອງປະທານຄະນະກວດກາສູນກາງພັກ.
ກົມການເມືອງສູນກາງພັກປະກອບມີ 13 ສະຫາຍດັ່ງນີ້:
- ສະຫາຍ ທອງລຸນ ສີສຸລິດ
- ສະຫາຍ ໄຊສົມພອນ ພົມວິຫານ
- ສະຫາຍ ສອນໄຊ ສີພັນດອນ
- ສະຫາຍ ຄໍາພັນ ພົມມະທັດ
- ສະຫາຍ ກິແກ້ວ ໄຂຄໍາພິທູນ
- ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ
- ສະຫາຍ ນາງ ສີໃສ ລືເດດມູນສອນ
- ສະຫາຍ ສະເຫຼີມໄຊ ກົມມະສິດ
- ສະຫາຍ ຄໍາພັນ ເຜີຍຍະວົງ
- ສະຫາຍ ທອງສະລິດ ມັງໜໍ່ເມກ
- ສະຫາຍ ເພັດ ພົມພິພັກ
- ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ
- ສະຫາຍ ວັນໄຊ ພອງສະຫວັນ
ຄະນະເລຂາທິການສູນກາງພັກ ປະກອບມີ 11 ສະຫາຍດັ່ງນີ້:
- ສະຫາຍ ທອງລຸນ ສີສຸລິດ
- ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ
- ສະຫາຍ ນາງ ສີໃສ ລືເດດມູນສອນ
- ສະຫາຍ ເພັດ ພົມພິພັກ
- ສະຫາຍ ວັນໄຊ ພອງສະຫວັນ
- ສະຫາຍ ອະນຸພາບ ຕຸນາລົມ
- ສະຫາຍ ນາງ ສູນທອນ ໄຊຍະຈັກ
- ສະຫາຍ ນາງ ວຽງທອງ ສີພັນດອນ
- ສະຫາຍ ນາງ ບຸນຄໍາ ວໍລະຈິດ
- ສະຫາຍ ພົນໂທ ວັນທອງ ກອງມະນີ
- ສະຫາຍ ພົນໂທ ວົງສອນ ອິນປານພິມ
ກອງປະຊຸມ ຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ເປັນເອກະສັນຢ່າງສົມບູນເລືອກຕັ້ງ ສະຫາຍ ທອງລຸນ ສີສຸລິດ ຄະນະບໍລິຫານງານສູນກາງພັກສະໄໝທີ XII, ກົມການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກ ເປັນເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກສະໄໝທີ XII, ເລືອກຕັ້ງເອົາ ສະ ຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ກອງປະຊຸມ ໄດ້ເລືອກຕັ້ງເອົາປະທານ ແລະ ຮອງປະ ທານຄະນະກວດກາສູນກາງພັກ; ໃນນັ້ນເຫັນດີເປັນເອກະ ພາບເລືອກເອົາ ສະຫາຍ ວັນໄຊ ຟອງສະຫວັນ ເປັນປະ ທານຄະນະກວດກາສູນກາງພັກ ແລະ ເລືອກຮອງປະທານຄະນະກວດກາສູນກາງພັກ 6 ສະຫາຍ.
ຄະນະບໍລິຫານງານສູນກາງພັກສະໄໝທີ XII ມີ 88 ສະຫາຍ ຍິງ 13 ສະຫາຍ
ກໍາມະການສົມບູນສູນກາງພັກ 73 ສະຫາຍ ຍິງ 12 ສະຫາຍ ດັ່ງນີ້:
- ສະຫາຍ ທອງລຸນ ສີສຸລິດ
- ສະຫາຍ ໄຊສົມພອນ ພົມວິຫານ
- ສະຫາຍ ສອນໄຊ ສີພັນດອນ
- ສະຫາຍ ຄໍາພັນ ພົມມະທັດ
- ສະຫາຍ ກິແກ້ວ ໄຂຄໍາພິທູນ
- ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ
- ສະຫາຍ ນາງ ສີໃສ ລືເດດມູນສອນ
- ສະຫາຍ ສະເຫລີມໄຊ ກົມມະສິດ
- ສະຫາຍ ຄໍາພັນ ເຜີຍຍະວົງ
- ສະຫາຍ ອານຸພາບ ຕຸນາລົມ
- ສະຫາຍ ທອງສະລິດ ມັງໝໍ່ເມກ
- ສະຫາຍ ນາງ ສູນທອນ ໄຊຍະຈັກ
- ສະຫາຍ ນາງ ວຽງທອງ ສີພັນດອນ
- ສະຫາຍ ກອງແກ້ວ ໄຊສົງຄາມ
- ສະຫາຍ ສອນທະນູ ທໍາມະວົງ
- ສະຫາຍ ວິໄລວົງ ບຸດດາຄໍາ
- ສະຫາຍ ເພັດ ພົມພິພັກ
- ສະຫາຍ ສັນຕິພາບ ພົມວິຫານ
- ສະຫາຍ ນາງ ບຸນຄໍາ ວໍລະຈິດ
- ສະຫາຍ ບົວຄົງ ນາມມະວົງ
- ສະຫາຍ ນາງ ໃບຄໍາ ຂັດຕິຍະ
- ສະຫາຍ ອາລຸນໄຊ ສູນນະລາດ
- ສະຫາຍ ນາງ ສວນສະຫວັນ ວິຍະເກດ
- ສະຫາຍ ໂພໄຊ ໄຊຍະສອນ
- ສະຫາຍ ລາວປາວຊົງ ນະວົງໄຊ
- ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ
- ສະຫາຍ ບຸນໂຈມ ອຸບົນປະເສີດ
- ສະຫາຍ ຄໍາພອຍ ວັນນະສານ
- ສະຫາຍ ເຫລັກໄຫຼ ສີວິໄລ
- ສະຫາຍ ຄໍາໄຫຼ ສີປະເສີດ
- ສະຫາຍ ວັນໄຊ ພອງສະຫວັນ
- ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ
- ສະຫາຍ ໄພວີ ສີບົວລິພາ
- ສະຫາຍ ພູວົງ ອຸ່ນຄໍາແສນ
- ສະຫາຍ ບຸນຈັນ ສີວົງພັນ
- ສະຫາຍ ທອງສະຫວັນ ພົມວິຫານ
- ສະຫາຍ ໄຊຊະນະ ໂຄດພູທອນ
- ສະຫາຍ ອາດສະພັງທອງ ສີພັນດອນ
- ສະຫາຍ ລີເບີ ລີບົວປາວ
- ສະຫາຍ ນາງ ບຸດສະດີ ທະນະເມືອງ
- ສະຫາຍ ນາງ ປິ່ງຄໍາ ລາຊະສິມມາ
- ສະຫາຍ ພົນໂທ ວັນທອງ ກອງມະນີ
- ສະຫາຍ ດາວວົງ ພອນແກ້ວ
- ສະຫາຍ ມະໄລທອງ ກົມມະສິດ
- ສະຫາຍ ບຸນຄົງ ຫ້ຼາຈຽມພອນ
- ສະຫາຍ ວັນສີ ກົວມົວ
- ສະຫາຍ ວິໄລວັນ ບຸດດາຄໍາ
- ສະຫາຍ ລິນຄໍາ ດວງສະຫວັນ
- ສະຫາຍ ວຽງທະວີສອນ ເທບພະຈັນ
- ສະຫາຍ ມອນໄຊ ລາວມົວຊົງ
- ສະຫາຍ ນາງ ອໍາໄພວອນ ລ້ອມບຸນແພງ
- ສະຫາຍ ພົນຈັດຕະວາ ນາງ ລີວົງ ລາວລີ
- ສະຫາຍ ພອຍຄໍາ ຮຸ່ງບຸນຍວງ
- ສະຫາຍ ພົນຕີ ສົມພອນ ມິດຕະພອນ
- ສະຫາຍ ບຸນຫຼາຍ ບຸດທິ
- ສະຫາຍ ບຸນເລື່ອມ ມະນີວົງ
- ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ
- ສະຫາຍ ບຸນເຫືຼອ ພັນດານຸວົງ
- ສະຫາຍ ສັນຕິສຸກ ສິມມາລາວົງ
- ສະຫາຍ ທອງລີ ສີສຸລິດ
- ສະຫາຍ ພູທະນູເພັດ ໄຊສົມບັດ
- ສະຫາຍ ພຸດພັນ ແກ້ວວົງໄຊ
- ສະຫາຍ ເພັງນິລັນ ຄໍາພັນເພັງ
- ສະຫາຍ ບຸນເຖິງ ດວງສະຫວັນ
- ສະຫາຍ ພົນໂທ ຄໍາກີ່ງ ຜຸຍຫ້ຼາມະນີວົງ
- ສະຫາຍ ພົນໂທ ວົງສອນ ອິນປານພິມ
- ສະຫາຍ ພົນໂທ ສາຍໃຈ ກົມມະສີດ
- ສະຫາຍ ຜາຄໍາ ອິນແສງ
- ສະຫາຍ ຄໍາລາວັນ ຈັນທະລາວັນ
- ສະຫາຍ ນາງ ທຸມມາລີ ວົງພະຈັນ
- ສະຫາຍ ສຸກຄໍາເພັດ ເຮືອງບຸດສີ
- ສະຫາຍ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ
- ສະຫາຍ ໂພໄຊ ໄຂຄໍາພິທູນ
*ກໍາມະການສໍາຮອງສູນກາງພັກ 15 ສະຫາຍ ຍິງ 1 ສະຫາຍດັ່ງນີ້:
- ສະຫາຍ ວາລະໄຊ ເລັ່ງສະຫວັດ
- ສະຫາຍ ດາວສະຫວັນ ເຄືອມີໄຊ
- ສະຫາຍ ມີໄຊ ພົມເຂ
- ສະຫາຍ ຄໍາມອນ ຈັນທະຈິດ
- ສະຫາຍ ສຸລິວັດ ສຸວັນນະຈູມຄໍາ
- ສະຫາຍ ພົນຈັດຕະວາ ກອງສະຫວັດ ບຸນລ້ຽງ
- ສະຫາຍ ຈິນດາວົງ ໂພສີຄໍາ
- ສະຫາຍ ພິໄລທອງ ຈິດມະນີ
- ສະຫາຍ ວັນນະໄຊ ຊາດຕະກູນ
- ສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ
- ສະຫາຍ ທະນົງໄຊ ຄຸດໄພທູນ
- ສະຫາຍ ນາງ ມີນາ ສີວິໄລ
- ສະຫາຍ ບຸນທະວີ ສໍສຸກັນ
- ສະຫາຍ ພົນຈັດຕະວາ ສຸລິໄຊ ພິຈິດ
- ສະຫາຍ ອາຄົມເດດ ວົງໄຊ

