Homeຂ່າວທ້ອງຖິ່ນຢ່າງເປັນທາງການ ແຂວງຈໍາປາສັກ ໄດ້ປະກາດສ້າງຕັ້ງຕາແສງ 46 ຕາແສງ ໃນ 1 ນະຄອນ ແລະ 9 ເມືອງ

ຢ່າງເປັນທາງການ ແຂວງຈໍາປາສັກ ໄດ້ປະກາດສ້າງຕັ້ງຕາແສງ 46 ຕາແສງ ໃນ 1 ນະຄອນ ແລະ 9 ເມືອງ

Published on

ພາຍຫຼັງທີ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ IV ໃນກາງເດືອນທັນວາ 2025​ ໄດ້ລົງຄະແນນສຽງເປັນເອກະພາບ ແລະ​ ພິຈາລະນາຮັບຮອງເອົາການສ້າງຕັ້ງຕາແສງຂອງແຂວງຈໍາປາສັກ ຈໍານວນ 46 ຕາແສງ​ ໃນ​ 1 ນະຄອນ​ ແລະ​ 9​ ເມືອງ.

ໃນວັນທີ​ 2 ມັງກອນ​ 2026, ແຂວງຈໍາປາສັກ ກໍໄດ້ປະກາດສ້າງຕັ້ງຕາແສງ​ 46 ຕາແສງ​ຂຶ້ນ​ ຢູ່ສະໂມສອນແຂວງ ໂດຍການເປັນປະທານຂອງ ທ່ານ ປອ.ອາລຸນໄຊ​ ສູນນະລາດ​ ກຳມະການສູນກາງພັກ ເລຂາຄະນະ​ບໍລິຫານ​ງານ​ພັກ​ແຂວງຈໍາປາສັກ.​ ມີບັນດາທ່ານຮອງເລຂາຄະນະບໍລິຫານງານພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ການນຳແຂວງ, ການນໍານະຄອນ, ເມືອງ, ການນໍາພະແນກການກົມກອງອ້ອມຂ້າງແຂວງ, ພະນັກງານ​ຫັນລົງກໍ່ສ້າງຮາກຖານຂັ້ນແຂວງ ປະຈຳແຕ່ລະເມືອງ,​ ພັນລະຍາການນໍາ,​ ພະນັກງານ​ອາວຸໂສ​ບໍານານ,​ ນັກທຸລະກິດ,​ ຜູ້ປະກອບການ ແລະ ພະນັກງານວິຊາການ​ທີ່​ກ່ຽວຂ້ອງ​ ເຂົ້າຮ່ວມ.

ໃນພິທີ,​ ທ່ານ​ ແສງອາທິດ​ ຂັນດາລາ​ ຮອງຫົວໜ້າ​ຄະນະຈັດຕັ້ງແຂວງ​ ໄດ້ຜ່ານຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງ​ ເລກທີ​ 1479 -​ 1488/ຄປຂ.​ຈສ,​ ລົງ​ວັນທີ​ 30​ ທັນວາ​ 2025​ ວ່າດ້ວຍການສ້າງຕາແສງ​ ໃນ 1​ ນະຄອນ​ ແລະ​ 9​ ເມືອງ​ ຂອງແຂວງຈໍາປາສັກ​ ລວມມີ​ 46​ ຕາແສງ, ໃນນັ້ນ, ນະຄອນປາກເຊ ມີ 42 ບ້ານ,​ ມີ​ 4 ຕາແສງ ຄື: ຕາແສງປາກເຊ,​ ຕາແສງ​ຄັນເກີງ,​ ຕາແສງໂຊກອໍານວຍ​ ແລະ​ ຕາແສງສະໜາມໄຊ. ເມືອງຊະນະສົມບູນ ມີ 47 ບ້ານ,​ ມີ​ 4 ຕາແສງ ຄື: ຕາແສງວັງເວີນ,​ ຕາແສງໜອງດູ່,​ ຕາແສງບຸ່ງຄ້າ​ ແລະ​ ຕາແສງສະຜ່າຍ. ເມືອງບາຈຽງຈະເລີນສຸກ ມີ 47 ບ້ານ,​ ມີ​ 4 ຕາແສງ ຄື: ຕາແສງແກ້ງເກ່ຍ,​ ຕາແສງໜອງໃສ,​ ຕາແສງຫ້ວຍແ​ຮ່ ແລະ​ ຕາແສງຫົວແຊ. ເມືອງປາກຊ່ອງ​ ມີ 88 ບ້ານ,​ ມີ 5 ຕາແສງ ຄື: ຕາແສງປາກຊ່ອງ,​ ຕາແສງອີ່ຕູ້,​ ຕາແສງກອງຕູ່ນ,​ ຕາແສງອຸດົມສິນ​ ແລະ​ ຕາແສງເຊນໍ້ານ້ອຍ. ເມືອງປະທຸມພອນ ມີ 68 ບ້ານ,​ ມີ 5 ຕາແສງ ຄື: ຕາແສງມ່ວງ,​ ຕາແສງປະທຸມພອນ,​ ຕາແສງບຸ່ນ,​ ຕາແສງພະໂພ​ ແລະ​ ຕາແສງນໍ້າອ້ອມ.​ເມືອງໂພນທອງ ມີ 71 ບ້ານ,​ ມີ 5 ຕາແສງ ຄື: ຕາແສງເກົ່າເກິ່ງ,​ ຕາແສງກຸດຈິກ,​ ຕາແສງໂພນທອງ, ຕາແສງດົງຍ່າງ ແລະ​ ຕາແສງສັກເມືອງ.​ ເມືອງຈໍາປາສັກ ມີ 73 ບ້ານ,​ ມີ​ 5 ຕາແສງ ຄື: ຕາແສງຈໍາປາສັກ,​ ຕາແສງໜອງວຽນ,​ ຕາແສງດອນຕະລາດ, ຕາແສງໜອງແຕ້ມ​ ແລະ​ ຕາແສງໜອງຜໍາ.​ ເມືອງສຸຂຸມາ ມີ 56 ບ້ານ,​ ມີ 5 ຕາແສງ ຄື: ຕາແສງສຸຂຸມາ,​ ຕາແສງອຸທຸມ​ພອນ, ຕາແສງທາດສາມປາງ,​ ຕາແສງຫຽງສໍາພັນ ແລະ​ ຕາແສງສໍາຫຼຽງ. ເມືອງມຸນລະປາໂມກ ມີ 36 ບ້ານ,​ ມີ 4 ຕາແສງ ຄື: ຕາແສງເວີນ,​ ຕາແສງນາດີ,​ ຕາແສງກະດັນ,​ ຕາແສງໜອງງາ. ເມືອງໂຂງ ມີ 114 ບ້ານ,​ ມີ​ 5 ຕາແສງ ຄື: ຕາແສງໂຂງ,​ ຕາແສງຫາດຊາຍຄູນ,​ ຕາແສງກະດັນ,​ ຕາແສງຄອນ​ ແລະ​ ຕາແສງຂະເໝົາ.​

ໃນພິທີຍັງໄດ້ມອບຫຼຽນທີ່ລະນຶກວັນສະຖາປະນາ ສປປ​ ລາວ ຄົບຮອບ 50 ປີ​ ຊຸດທີ​ III ໃຫ້ແກ່ການ​ນໍາ​ແຂວງ, ພະເຖລານຸເຖຣະ, ພັນລະຍາ​ການນໍາ, ພະນັກງານ​ອາວຸໂສ​ບໍາ​ນານ, ແລະ​ ມອບຫຼຽນໄຊພັດທະນາ​ ໃຫ້ແກ່ນັກທຸລະກິດ, ຜູ້​ປະກອບ​ການທີ່ມີຜົນງານດີເດັ່ນໃນການປົກປັກຮັກສາ​ ແລະ​ ສ້າງສາພັດທະນາປະເທດຊາດ​ ກໍຄື ແຂວງຈໍາປາສັກ​ ໃນໄລຍະຜ່ານມາ.​ ໃຫ້ກຽດມອບໂດຍທ່ານ ປອ.ອາລຸນໄຊ​ ສູນນະລາດ​ ເລຂາຄະນະ​ບໍລິຫານ​ງານ​ພັກ​ແຂວງຈໍາປາສັກ. ພ້ອມນີ້ ຍັງໄດ້ປະກາດຖອນ ແລະ ມອບໃບຍ້ອງຍໍໃຫ້ແກ່ພະນັກງານທີ່ຫັນລົງກໍ່ສ້າງຮາກຖານການເມືອງ​ ຕາມມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ເລກທີ​ 706/ຄຈພຂ.ຈສ ແລະ ມະຕິຕົກລົງ 500/ຄຈພຂ.ຈສ,​ ໃຫ້ກຽດມອບໂດຍ​ ທ່ານ ປອ.ສຸກສະຫວັນ​ ວິໄລວົງ​ ຮອງເລຂາຄະນະ​ບໍລິຫານ​ງານ​ພັກ​ແຂວງ ປະທານ​ຄະນະກໍາມະການປົກຄອງແຂວງ.​ ນອກນີ້,​ ໃນພິທີຍັງໄດ້ມອບງົບປະມານອຸດໜູນວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ກັບນະຄອນປາກເຊ ແລະ 9 ເມືອງ​.​ ຕອນທ້າຍ​ພິທີ, ທ່ານ​ ປອ.ອາລຸນໄຊ​ ສູນນະລາດ​ເລຂາຄະນະ​ບໍລິຫານ​ງານ​ພັກ​ແຂວງ ກໍ​ມີຄໍາເຫັນ​ໂອ້ລົມ​ຊີ້ທິດ​ເຍືອງ​ທາງ​ ຕື່ມອີກ.​

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...