Homeຂ່າວຕ່າງປະເທດເສຍໃຈນຳເດີ ກໍລະນີເຈົ້າຂອງສັດລ້ຽງສູນເສຍໝາ ອາຍຸ 7 ປີ ຈາກສຽງຈູດພຸໃນມື້ປີໃໝ່

ເສຍໃຈນຳເດີ ກໍລະນີເຈົ້າຂອງສັດລ້ຽງສູນເສຍໝາ ອາຍຸ 7 ປີ ຈາກສຽງຈູດພຸໃນມື້ປີໃໝ່

Published on

ສຳນັກຂ່າວຂອງປະເທດໄທລາຍງານວ່າ ໃນວັນທີ 01 ມັງກອນ 2026 ທີ່ຜ່ານມາ, ມີເຫດສະຫຼົດໃຈ ຈາກເຈົ້າຂອງໝາຄົນໜຶ່ງໄດ້ອອກມາເປີດເຜີຍວ່າ ຫຼັງຈາກທີ່ມີສຽງພຸສະເຫຼີມສະຫຼອງປີໃໝ່ດັງຂຶ້ນ ເຮັດໃຫ້ໝາທີ່ຕົນເອງລ້ຽງມາ 7 ປີ ຕົກໃຈຢ່າງແຮງ ແລະ ໄດ້ເສຍຊີວິດຄາອ້ອມກອດຂອງຕົນ.

ເຈົ້າຂອງຍັງອອກມາເລົ່າອີກວ່າ,ຕະຫຼອດ 7 ປີ ທີ່ລ້ຽງໝາໂຕນີ້ແມ່ນຕົນເອງຮັກ ແລະ ເບິ່ງແຍງໝາໂຕນີ້ຄືກັບລູກແທ້ໆ ບໍ່ເຄີຍທີ່ຈະປະໄວ້ໃຫ້ຢູ່ໂຕດຽວ. ເຊິ່ງໃນຄືນເກີດເຫດ ຕົນເອງແມ່ນກຳລັງເຮັດວຽກ ສຽງພຸກໍດັງຂຶ້ນຢ່າງຮຸນແຮງ ເຊິ່ງລາກຍາວເປັນເວລາດົນ ຈົນເຮັດໃຫ້ໝາຊ໊ອກ ແລະ ເສຍຊີວິດໃນເວລາຕໍ່ມາ.

ໃນມື້ດຽວກັນ, ກໍຍັງມີອີກໜຶ່ງກໍລະນີ ທີ່ເຈົ້າຂອງໝາໄດ້ສູນເສຍໝາທີ່ຕົນຮັກທີ່ສຸດໄປເຊັ່ນດຽວກັນ.ໃນມື້ນັ້ນ ເຈົ້າຂອງໝາ ກໍໄດ້ສະເຫຼີມສະຫຼອງຢູ່ເຮືອນຕາມປົກກະຕິກັບຄອບຄົວ ລວມທັງສັດລ້ຽງແມ່ນຢູ່ນຳກັນ., ແຕ່ພໍສຽງພຸດັງຂຶ້ນ ກໍເຮັດໃຫ້ໝາຕົກໃຈ ແລະ ມີອາການຊ໊ອກ. ພາຍຫຼັງທີ່ຕົນໄດ້ເຫັນສັດລ້ຽງໝົດສະຕິ ຈຶ່ງໄດ້ຟ້າວເຂົ້າມາຊ່ວຍປໍ້າຫົວໃຈ ແຕ່ມັນກໍບໍ່ທັນແລ້ວ ເພາະໝາຂອງຕົນໄດ້ເສຍຊີວິດໄປແລ້ວ.

ຈາກເຫດການທີ່ເກີດຂຶ້ນ ເຮົາອາດຈະເຄີຍເຫັນກໍລະນີຕົວຢ່າງ ກ່ຽວກັບຜົນກະທົບຂອງການຈູດພຸທີ່ມີຕໍ່ສັດລ້ຽງ ເພາະບາງໂຕແມ່ນຢ້ານແທ້ໆ ສ່ວນບາງໂຕແມ່ນບໍ່ຢ້ານ ແລະ ເຫົ່າໃສ່ສຽງພຸນຳອີກ. ເຊິ່ງເຫດການແບບນີ້ ເຈົ້າຂອງສັດລ້ຽງເອງກໍອາດຈະຫາວິທີຫຼີກລ່ຽງໄດ້ຍາກ. ດັ່ງນັ້ນເຮົາຄວນຫາວິທີຮັບມື ແລະ ປ້ອງກັນດີກວ່າ.

– ໃນມື້ເທດສະການ ຫຼື ມື້ທີ່ຈະມີການຈູດພຸ ເຈົ້າຂອງສັດລ້ຽງ ຄວນຈະຢູ່ນຳສັດລ້ຽງຂອງຕົນ ຫຼື ປ່ອຍໄວ້ໃນບ່ອນທີ່ສັດບໍ່ສາມາດຫຼົບໜີ ແລະ ອອກໄປບ່ອນອື່ນໄດ້ (ປ້ອງກັນການແລ່ນໜີອອກຈາກເຮືອນ)

– ໃຊ້ຜ້າພັນໂຕໃຫ້ສັດລ້ຽງ (Half Wrap) ແມ່ນການໃຊ້ຜ້າທີ່ມີລັກສະນະຄ້າຍຄືຜ້າພັນຄໍ ມາພັນອອ້ອມໂຕສັດລ້ຽງ ຄ້າຍຄືກັບການກອດ ວິທີ່ນີ້ຈະຊ່ວຍໃຫ້ສັດລ້ຽງຮູ້ສຶກຜ່ອນຄາຍ ແລະ ຮູ້ສຶກປອດໄພ

– ຖ້າກໍລະນີສັດລ້ຽງມີອາການຊ໊ອກ ຫຼື ໝົດສະຕິ ເຮົາສາມາດເຮັດການປໍ້າຫົວໃຈ (CPR) ເພື່ອທີ່ຈະສາມາດເປັນການຊ່ວຍເຫຼືອເບື້ອງຕົ້ນໄດ້ດັ່ງນີ້:

  1.   ຈັບສັດລ້ຽງນອນຫັນຂ້າງ ເພື່ອທີ່ຈະປໍ້າຫົວໃຈ ໂດຍການວາງມືທັງ 2 ຂ້າງ ລົງບ່ອນເອິກ ຫຼື ບໍລິເວນຫຼັງຂໍ້ສອກຂອງສັດລ້ຽງ
  2.   ພະຍາຍາມກົດມືໃຫ້ໄດ້ຄວາມເລິກປະມານ 1/3 ຫຼື 1/2 ຂອງຊ່ວງເອິກ ຫຼັງຈາກນັ້ນໃຫ້ປໍ້າຕິດຕໍ່ກັນ 30 ຄັ້ງ ເຊິ່ງແຕ່ລະຄັ້ງ ແມ່ນໃຫ້ມີເວລາຫ່າງກັນປະມານ 1 ວິນາທີ
  3.   ຈາກນັ້ນໃຫ້ເລີ່ມຜາຍປອດ ເຊິ່ງສະຫຼັບຈາກປາກເປັນດັງ ເທື່ອລະ 2 ຄັ້ງ, ສະຫຼັບກັນໄປມາຈົນກວ່າຫົວໃຈຈະເຕັ້ນ ແລະ ຈຶ່ງປ່ຽນເປັນການຜາຍປອດຢ່າງດຽວ ຈົນກວ່າຈະຮອດມືຂອງສັດຕະວະເພດ.

ແຫຼ່ງຂໍ້ມູນ: ໂຫນກະແສ, hospital

ບົດຄວາມຫຼ້າສຸດ

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ...

ຍທຂ ຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບບັບເລກທີ 19229/ຫກ, ລົງວັນທີ 13 ສິງຫາ 2026 ກ່ຽວກັບການຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ...

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ໃນຕອນເຊົ້າວັນທີ 12 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳ ຕໍ່ກອງປະຊຸມວຽກງານສົ່ງເສີມ ແລະ...

ອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

ເພື່ອສຶກສາຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ກ່ອນການເດີນທາງໄປອະວະກາດຈິງ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື NASA ໄດ້ປະກາດເປີດຮັບສະໝັກອາສາສະໝັກເພື່ອເຂົ້າຮ່ວມໂຄງການວິໄຈ "Moon and Mars Exploration...