Homeຂ່າວຕ່າງປະເທດກະຊວງການຕ່າງປະເທດແຈ້ງ ສະຫະລັດ ອາເມຣິກາ ຢຸດຕິການອອກວີຊາສຳລັບເຂົ້າອາເມຣິກາ ໃຫ້ແກ່ປະຊາຊົນລາວ ຢ່າງເຕັມຮູບແບບ

ກະຊວງການຕ່າງປະເທດແຈ້ງ ສະຫະລັດ ອາເມຣິກາ ຢຸດຕິການອອກວີຊາສຳລັບເຂົ້າອາເມຣິກາ ໃຫ້ແກ່ປະຊາຊົນລາວ ຢ່າງເຕັມຮູບແບບ

Published on

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.

ການເພີ່ມມາດຕະການໃໝ່ຄັ້ງນີ້ ແມ່ນມີການສັ່ງໃຫ້ຈຳກັດ ແລະ ເຂັ້ມງວດການອອກວີຊາຢ່າງເຕັມຮູບແບບ (Full Restrictions) ສໍາລັບ 19 ປະເທດ, ລວມທັງ ສປປ ລາວ, ຊຶ່ງກ່ອນໜ້ານີ້ ສປປ ລາວ ຖືກຈັດຢູ່ໃນລາຍຊື່ປະເທດທີ່ຖືກຈຳກັດການອອກວີຊາບາງສ່ວນ. ມາດຕະການໃໝ່ດັ່ງກ່າວນີ້ ຈະມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 1 ມັງກອນ 2026 ເປັນຕົ້ນໄປ, ໝາຍຄວາມວ່າ ພົນລະເມືອງລາວທີ່ຖືໜັງສືຜ່ານແດນທົ່ວໄປ ຈະບໍ່ສາມາດໄດ້ຮັບວີຊາເພື່ອເດີນທາງເຂົ້າປະເທດ ສ.ອາເມຣິກາ ໄດ້ໃນທຸກກໍລະນີ, ເນື່ອງຈາກວ່າ ຝ່າຍ ສ.ອາເມຣິກາ ຈະບໍ່ອະນຸຍາດອອກວີຊາໃຫ້ແກ່ ປະຊາຊົນທີ່ມີຈຸດປະສົງຈະເດີນທາງໄປທ່ອງທ່ຽວ, ດຳເນີນທຸລະກິດ, ໄປເຮັດວຽກ, ໄປຝຶກອົບຮົມ ແລະ ສຶກສາ, ພະນັກງານຂອງພາກເອກະຊົນທີ່ຈະໄປຝຶກງານ, ສໍາມະນາ ຫຼື ເຂົ້າຮ່ວມໂຄງການແລກປ່ຽນຕ່າງໆ ຈະບໍ່ໄດ້ຮັບການພິຈາລະນາການອອກວີຊາ. ການຈຳກັດວີຊາຂໍອະນຸມັດເອົາຄົນໄປຢູ່ນຳ ເຊັ່ນ: ຄູ່ໝັ້ນ, ເອົາລູກລ້ຽງໄປຢູ່ນໍາ, ຄູ່ຜົວເມຍ, ຄອບຄົວຍາດພີ່ນ້ອງ ແລະ ອື່ນໆ. ສຳລັບພົນລະເມືອງລາວທີ່ ຖືໜັງສືຜ່ານແດນນັກການທູດ ແລະ ລັດຖະການ ແມ່ນໄດ້ຮັບການຍົກເວັ້ນ ແລະ ຍັງສາມາດເດີນທາງເຂົ້້າປະເທດ ສ.ອາເມຣິກາ ໄດ້ຢ່າງເປັນປົກກະຕິ ບົນພື້ນຖານການອະນຸມັດໃຫ້ວີຊາຂອງປະເທດເຈົ້້າພາບເປັນແຕ່ລະກໍລະນີ ເຊັ່ນ: ການເດີນທາງໄປປະຕິບັດໜ້າທີ່ການທູດ, ການເຂົ້າຮ່ວມກອງປະຊຸມສາກົນ ແລະ ວຽກງານອື່ນໆທີ່ເປັນທາງການ.

ດ້ວຍເຫດຜົນດັ່ງກ່າວ, ຈຶ່ງແຈ້ງໃຫ້ປະຊາຊົນລາວບັນດາເຜົ່າ ເພື່ອຊາບ ແລະ ພິຈາລະນາຫຼີກລ້ຽງການຍື່ນໃບສະໝັກ, ໄປລົງທະບຽນ ແລະ ເສຍຄ່າທໍານຽມ ເພື່ອຂໍອອກວີຊາເຂົ້າ ສະຫະລັດ ອາເມຣິກາ ໃນໄລຍະນີ້, ເນື່ອງຈາກວ່າ ບັນດາທ່ານ ຈະມີຄວາມສ່ຽງສູງ ທີ່ຈະບໍ່ໄດ້ຮັບການພິຈາລະນາອອກວີຊາ ແລະ ອາດຈະເສຍເງິນຄ່າທໍານຽມວີຊາ ໂດຍປາສະຈາກການໄດ້ຮັບວີຊາ.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...