Homeຂ່າວພາຍ​ໃນຄ້າງຊໍາລະ 2,996.85 ຕື້ກີບ ຮອງຫົວໜ້າພະແນກການເງິນ ນວ ຊີ້ແຈງການແກ້ໄຂໜີ້ສິນ ມີໜີ້ 278 ໂຄງການ ແລະ ປີ 2026...

ຄ້າງຊໍາລະ 2,996.85 ຕື້ກີບ ຮອງຫົວໜ້າພະແນກການເງິນ ນວ ຊີ້ແຈງການແກ້ໄຂໜີ້ສິນ ມີໜີ້ 278 ໂຄງການ ແລະ ປີ 2026 ນວ ແມ່ນຈະໄດ້ສືບຕໍ່ສຸມໃສ່ແກ້ໄຂໜີ້ສິນ

Published on

ທ່ານ ວຽງສາລີ ອິນທະພົມ ຮອງຫົວໜ້າພະແນກການເງິນ ນວ ຊີ້ແຈງການແກ້ໄຂໜີ້ສິນ ມີໜີ້ 278 ໂຄງການ ລວມມູນຄ່າຄ້າງຊໍາລະ 2,996.85 ຕື້ກີບ.

ວັນທີ 16 ທັນວາ 2025 ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IV ທ່ານ ວຽງສາລີ ອິນທະພົມ ຮອງຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງຕໍ່ກັບຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນ ນະຄອນຫຼວງວຽງຈັນ ວ່າ: ສໍາລັບການແກ້ໄຂໜີ້ສິນ ນະຄອນຫຼວງວຽງຈັນ ກໍ່ເອົາໃຈໃສ່ໃນການແກ້ໄຂໜີ້ສິນ ບັນດາໂຄງການລົງທຶນຂອງລັດ ເຊິງສະແດງອອກໃຫ້ເຫັນ ໃນໄລຍະ 5 ປີຜ່ານມາ ນັບແຕ່ປີ 2021 ເປັນຕົ້ນມາ ນະຄອນຫຼວງວຽຈັນ ມີໂຄງການໜີ້ສິນທັງໝົດ 278 ໂຄງການ ລວມມູນຄ່າຄ້າງຊໍາລະທັງໝົດ 2,996.85 ຕື້ກີບ, ໃນນັ້ນ ເປັນໂຄງການໜີ້ສິນແຕ່ປີ 2015 ຄືນຫຼັງ 78 ໂຄງການ, ລວມມູນຄ່າຄ້າງຊໍາລະ 382.07 ຕື້ກີບ. ໄດ້ນໍາໃຊ້ເງິນເກີນແຜນເຂົ້າໃນການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ທັງໝົດ 312.19 ຕື້ກີບ (ໃນນັ້ນ, ປີ 2021 ຈໍານວນ 35.27 ຕື້ກີບ, ປີ 2022 ຈໍານວນ 68 ຕື້ກີບ, ປີ 2023 ຈໍານວນ 76.74 ຕື້ກີບ, ປີ 2024 ຈໍານວນ 35.23 ຕື້ກີບ ແລະ ປີ 2025 ໄດ້ນໍາໃຊ້ເງິນເກີນແຜນ ຈໍານວນ 96.95 ຕື້ກີບ). ສາມາດປົດໜີ້ໂຄງການ ແຕ່ປີ 2015 ຄືນຫຼັງ ໄດ້ 49 ໂຄງການ, ເທົ່າກັບ 62.82% (ສະເພາະປີ 2025 ແມ່ນສາມາດປົດໜິ້ສິນ 2015ຄືນຫຼັງ ໄດ້ 15 ໂຄງການ) ປັດຈຸບັນຍັງເຫຼືອ 29 ໂຄງການ, ລວມມູນຄ່າຄ້າງຊໍາລະ 282.17 ຕື້ກີບ.

ສໍາລັບ ໂຄງການໜີ້ສິນ ແຕ່ປີ 2016 ຮອດປັດຈຸບັນ ແມ່ນຍັງເຫຼືອ 160 ໂຄງການ (ລວມທັງໂຄງການສິນເກີດຂຶ້ນໃໝ່ ໃນແຕ່ລະປີ), ລວມມູນຄ່າຄ້າງຊໍາລະ 1,674.44 ຕື້ກີບ.ສໍາລັບແຜນສືບຕໍ່ໃນການແກ້ໄຂໜີ້ສິນ ໃນປີ 2026 ນະຄອນຫຼວງວຽງຈັນ ແມ່ນຈະໄດ້ສືບຕໍ່ສຸມໃສ່ແກ້ໄຂໜີ້ສິນໂຄງການລົງທືນຂອງລັດ ດ້ວຍງົບປະມານປະຈໍາປີ (ບ້ວງປົກກະຕິ) ຊຶ່ງໃນປີ 2026 ໄດ້ຮັບເພດານງົບປະມານທັງໝົດ 46.5 ຕື້ກີບ. ໃນນີ້: ໄດ້ຈັດສັນທຶນໃສ່ໂຄງການໜີ້ສິນ 23.25 ຕື້ກີບ ກວມເອົາ 50% ຂອງທຶນທັງໝົດ. ພ້ອມກັນນີ້, ກໍຈະໄດ້ສືບຕໍ່ຄົ້ນຄວ້າຊອກຫາແຫຼ່ງທຶນ ແລະ ທ່າແຮງອື່ນໆທີ່ມີ ເປັນຕົ້ນ: ເງິນເກີນແຜນ ປີ 2025 ຂອງນະຄອນຫຼວງ ແລະ ນະໂຍບາຍອື່ນໆ ທີ່ລັດຖະບານວາງອອກ ໂດຍເລັງຊໍາລະໃຫ້ໂຄງການແຕ່ປີ 2015 ຄືນຫຼັງ ເປັນບູລິມະສິດໃນການແກ້ໄຂ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...