Homeການບິນລາວແຈ້ງໃຫ້ປະຊາຊົນລາວຮັບຮູ້ ກ່ອນເດີນທາງໄປຕ່າງປະເທດຜ່ານໄສະໜາມບິນໄທ ດ່ານສະໜາມບິນຂອງໄທ ໄດ້ປັບປຸງລະບົບກວດສອບຂໍ້ມູນ

ແຈ້ງໃຫ້ປະຊາຊົນລາວຮັບຮູ້ ກ່ອນເດີນທາງໄປຕ່າງປະເທດຜ່ານໄສະໜາມບິນໄທ ດ່ານສະໜາມບິນຂອງໄທ ໄດ້ປັບປຸງລະບົບກວດສອບຂໍ້ມູນ

Published on

ດ່ານສະໜາມບິນຂອງໄທ ໄດ້ປັບປຸງລະບົບກວດສອບຂໍ້ມູນ ສຳລັບຜູ້ທີ່ມີການປ່ຽນແປງຂໍ້ມູນໃນໜັງສືຜ່ານແດນ ຈະຖືກເຊີນເຂົ້າໃຫ້ຄໍາຊີ້ແຈງ ແລະ ບໍ່ອະນຸຍາດໃຫ້ເຂົ້າ-ອອກປະເທດໄທ.
ຫ້ອງວ່າການນະຄອນໄກສອນພົມວິຫານ ຂໍຖືເປັນກຽດແຈ້ງມາຍັງ 67 ບ້ານ ພາຍໃນ ນະຄອນຊາບວ່າ: ປະຈຸບັນເຈົ້າໜ້າທີ່ດ່ານສະໜາມບິນຂອງໄທ ໄດ້ປັບປຸງລະບົບກວດສອບຂໍ້ມູນ ຂອງໜ່ວຍງານຕໍາ ຫຼວດ ກວດຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ, ເພື່ອສະກັດກັ້ນກຸ່ມຄົນບໍ່ຫວັງດີ ໂດຍສະເພາະແມ່ນບຸກຄົນ ທີ່ມີການປ່ຽນແປງຂໍ້ມູນໃນໜັງສືຜ່ານແດນ ບໍ່ກົງກັບເຫຼັ້ມເກົ່າເຊັ່ນ: ຊື່ ນາມສະກຸນ ແລະ ວັນເດືອນປີເກີດ, ຖ້າເຈົ້າໜ້າ ທີ່ພົບເຫັນກໍລະນີດັ່ງກ່າວ ຈະຖືກເຊີນເຂົ້າໃຫ້ຄໍາຊີ້ແຈງ ແລະ ບໍ່ອະນຸຍາດໃຫ້ເດີນທາງຜ່ານເຂົ້າ-ອອກປະເທດໄທ, ໃນນັ້ນຈຶ່ງເຮັດໃຫ້ພົນລະເມືອງລາວ ທີ່ເດີນທາງໄປຣາຊະອານາຈັກໄທ ຫຼື ຜ່ານຣາຊະອານາຈັກໄທ ໄປປະເທດທີ 03 ໄດ້ຖືກເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຢູ່ສະໜາມບິນບາງກອກ ປະເທດໄທ ດໍາເນີນການກວດກາໜັງ ສືຜ່ານແດນ ຜ່ານລະບົບຂໍ້ມູນ ຖ້າພົບເຫັນວ່າໜັງສືຜ່ານແດນເຫຼັ້ມໃໝ່ ມີການປ່ຽນແປງວັນເດືອນປີເກີດ ຫຼື ບໍ່ກົງ ກັບເຫຼັ້ມເກົ່າ ທີ່ເຄີຍນໍາໃຊ້ຜ່ານມາ ເຈົ້າໜ້າທີ່ໄທ ຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າ ຫຼື ຜ່ານປະເທດໄທ ແລະ ແຈ້ງ ບຸກຄົນດັ່ງກ່າວ ເດີນທາງກັບ ສປປ ລາວ.
ສະນັ້ນ, ຫ້ອງວ່າການນະຄອນໄກສອນພົມວິຫານ ສະເຫນີໃຫ້ ນາຍບ້ານ 67 ບ້ານ ໃນຂອບເຂດນະຄອນ ແນະນໍາປະຊາຊົນ ຜູ້ທີ່ມີຈຸດປະສົງຈະເດີນທາງໄປປະເທດໄທ ໃຫ້ເຂົ້າໃຈຕື່ມກ່ຽວກັບການເພີ່ມຄວາມເຂັ້ມງວດ ໃນ ການກວດສອບຂໍ້ມູນຂອງຕໍາຫຼວດກວດຄົນເຂົ້າ-ອອກເມືອງຂອງໄທ; ຖ້າມີກໍລະນີປ່ຽນຊື່ ແລະ ນາມສະກຸນ ຈະຕ້ອງມີໜັງສືຢັ້ງຢືນການປ່ຽນຊື່ ແລະ ນາມສະກຸນ (ສະບັບແປເປັນ ພາສາອັງກິດ ທີ່ຢັ້ງຢືນຜ່ານທະບຽນສານພະແນກ ຍຸຕິທໍາແຂວງ ຫຼື ກົມທະບຽນສານຂອງກະຊວງຍຸຕິທໍາ ແລະ ກົມກົງສູນກະຊວງການຕ່າງປະເທດ) ເພື່ອນໍາໃຊ້ຢັ້ງ ຢືນຄວາມຖືກຕ້ອງ ໃນເວລາເດີນທາງ ໄປຕ່າງປະເທດ ແລະ ປ້ອງກັນບໍ່ໃຫ້ພົບບັນຫາ ກັບເຈົ້າໜ້າທີ່ຂອງປະເທດ ປາຍທາງ; ສໍາລັບກໍລະນີປ່ຽນວັນເດືອນປີເກີດ ຕ້ອງປະຕິບັດຢ່າງເຄັ່ງຄັດ ຕາມແຈ້ງການຂອງກະຊວງພາຍໃນ ສະບັບ ເລກທີ 09/ພນ, ລົງວັນທີ 29 ມັງກອນ 2018; ກ່ຽວກັບການຫ້າມອະນຸມັດ ແລະ ຢັ້ງຢືນການປ່ຽນແປງວັນເດືອນປີເກີດໃຫ້ພົນລະເມືອງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...