Homeຂ່າວເຫດການປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

Published on

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona Gray, ນາງງາມຈັກກະວານ (Miss Universe 2018) ທີ່ໄດ້ອອກມາເຄື່ອນໄຫວຊ່ວຍເປັນກະບອກສຽງໃນການປະທ້ວງຄັ້ງນີ້. ເຊິ່ງເຫດການປະທ້ວງ ເກີດຂຶ້ນຍ້ອນລັດຖະບານ ແລະ ບໍລິສັດຮັບເໝົາກໍ່ສ້າງ ໄດ້ມີການສໍ້ໂກງເງິນສຳລັບໂຄງການປ້ອງກັນໄພນໍ້າຖ້ວມ.

ພາຍຫຼັງທີ່ບໍລິສັດຮັບເໝົາກໍ່ສ້າງໄດ້ຊະນະການປະມູນໂຄງການປ້ອງກັນນໍ້າຖ້ວມທີ່ມີມູນຄ່າມະຫາສານ ກໍໄດ້ອອກມາສຳພາດພ້ອມກັບຈັດວາງສະແດງລົດຫຼູຫຼາຍ 10 ຄັນ, ໂດຍແຕ່ລະຄັນມີມູນຄ່າ 754.000 ໂດລາ (ປະມານ 16ກວ່າຕື້ກີບ), ດັ່ງນັ້ນ, ເຮັດໃຫ້ປະຊາຊົນເກີດຄວາມບໍ່ພໍໃຈ ແລະ ລວມໂຕກັນກໍ່ຕັ້ງການປະທ້ວງນີ້ຂຶ້ນມາ.

ຈາກການປະທ້ວງທຳມະດາ ແຕ່ມີກຸ່ມຄົນຈໍານວນໜຶ່ງ ເລີ່ມໃຊ້ໄມ້ ແລະ ອາວຸດ ເຂົ້າປະທະກັບເຈົ້າໜ້າທີ່ ດັ່ງນັ້ນ, ຈຶ່ງຖືກສະກັດກັ້ນດ້ວຍກາສນໍ້າຕາ ແຕ່ເຫດການຍັງສືບຕໍ່ເພີ່ມທະວີຄວາມຮຸນແຮງຂຶ້ນ ເຮັດໃຫ້ທາງເຈົ້າໜ້າທີ່ໄດ້ຮັບບາດເຈັບຈຳນວນ 70 ຄົນ ແລະ ກຸ່ມປະທ້ວງກໍໄດ້ແຍກໂຕກັນໄປໃນຕອນກາງຄືນ.

ພາຍຫຼັງເກີດເຫດ, ທາງເຈົ້າໜ້າທີ່ໄດ້ເຂົ້າກັກໂຕຜູ້ກໍ່ເຫດຈໍານວນ 49 ຄົນ ທີ່ໃຊ້ຄວາມຮຸນແຮງ ແຕ່ກໍບໍ່ໄດ້ລະບຸ ຫຼື ເປີດເຜີຍກ່ຽວກັບຜູ້ປະທ້ວງມື້ນີ້, ວັນທີ 22/09/2025, ຍັງບໍ່ມີລາຍງານເພີ່ມມເຕີມຈາກເຫດການປະທ້ວງທີ່ເກີດຂຶ້ນ.

ອ້າງອີງ: Thairath, thansettakij

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...