Homeຂ່າວພາຍ​ໃນສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

Published on

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕໍ່ສື່ມວນຊົນໃນ ວັນທີ 16 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ຊຶ່ງ ທ່ານ ສົມມາດ ພົນເສນາ ກ່າວວ່າ: ເພື່ອເຮັດໃຫ້ແກ່ການຈັດຕັ້ງປະຕິບັດວຽກງານພະລັງງານໄຟຟ້າ ຢູ່ປະເທດເຮົາໃນຕໍ່ໜ້າໃຫ້ມີປະສິດທິພາບ, ປະສິດທິຜົນດີ ແລະ ມີຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ກອງປະຊຸມໄດ້ສະເໜີມອບໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາດັ່ງນີ້:

1.ການພັດທະນາພະລັງງານໄຟຟ້າ ຕ້ອງປະຕິບັດຈິດໃຈການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ,ສຸມໃສ່ຮັບປະກັນການສະໜອງໄຟຟ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ,ຫຼຸດຜ່ອນການນຳເຂົ້າໄຟຟ້າ ໂດຍການປັບປຸງລະບົບພະລັງງານໄຟຟ້າໃຫ້ມີຄວາມໝັ້ນຄົງ, ພິຈາລະນາການຜະລິດພະລັງງານໄຟຟ້າປະເພດອື່ນເຊັ່ນ: ພະລັງງານຄວາມຮ້ອນ, ພະລັງງານໄຟຟ້າແສງຕາເວັນ ແລະ ການຜະລິດໄຟຟ້າພະລັງງານລົມ ແລະ ພະລັງານປະເພດອື່ນ, ຮັບປະກັນໃຫ້ຜູ້ຊົມໃຊ້ສາມາດນຳໃຊ້ໄຟຟ້າ ທີ່ລາຄາເໝາະສົມ ແລະ ເປັນທຳ.

2.ລົງທຶນເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ແຕ່ເໜືອຮອດໃຕ້ ໃຫ້ສາມາດຮອງຮັບເອົາກະແສໄຟຟ້າຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ ແລະ ໃຫ້ພິຈາລະນາລວມເອົາສາຍສົ່ງໄຟຟ້າໄປຕ່າງປະເທດເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດໃຫ້ບັນດາໂຄງການລົງທຶນກໍ່ສ້າງສາຍສົ່ງໄຟຟ້າເປັນຂອງຕົນເອງ ພ້ອມທັງຄົ້ນຄວ້າສ້າງນິຕິກຳຄຸ້ມຄອງວຽກງານດັ່ງກ່າວໃຫ້ສຳເລັດ.

3.ປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໂດຍສະເພາະກົດໝາຍວ່າດ້ວຍໄຟຟ້າໃຫ້ຊັດເຈນ, ຮັດກຸມ ພ້ອມກັບການປະເມີນຄືນ, ສ້າງ ແລະ ປັບປຸງກົດໝາຍດັ່ງກ່າວໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໂດຍກຳນົດບັນຈຸເອົາພະລັງງານຄວາມຮ້ອນ, ພະລັງງານທົດແທນເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນເຂົ້າໃນກົດໝາຍດັ່ງກ່າວ.

4.ຄຸ້ມຄອງຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາສໍາປະທານ ແລະ ເອກະສານຊ້ອນທ້າຍ ໂຄງການທີ່ພົວພັນກັບການປະຕິບັດພັນທະດ້ານການເງິນ, ການຊົດເຊີຍຄ່າເສຍຫາຍ, ການປູກປ່າທົດແທນ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກ່ວາເກົ່າ.

5.ແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງຕາມທິດສາມສ້າງຄື: ກະຊວງອົງການຂັ້ນສູນກາງ ດໍາເນີນໜ້າທີ່ມະຫາພາກ ມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ຕິດຕາມກວດກາ ໃຫ້ອົງການປົກຄອງທ້ອງຖິ່ນປັບປຸງກົນໄກ ແລະ ສ້າງເງື່ອນໄຂໃຫ້ຂະແໜງການອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນກໍຄືປະຊາຊົນໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມແຕ່ຫົວທີ ໃນການສຶກສາຄົ້ນຄ້ວາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ, ການເກັບກຳຂໍ້ມູນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງການເຂົ້າຮ່ວມການເຈລະຈາຮ່າງສັນຍາສຳປະທານໂຄງການ.

6.ພິຈາລະນາຄົ້ນຄ້ວາປັບປຸງໂຄງສ້າງລາຄາໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການດໍາລົງຊີວິດຂອງປະຊາຊົນກໍຄືການດຳເນີນທຸລະກິດຂອງບັນດາວິສາຫະກິດຄຽງຄູ່ກັບການປັບປຸງລາຄາໄຟຟ້າ ກໍຕ້ອງປັບປຸງການຄຸ້ມຄອງລັດວິສາຫະກິດໄຟຟ້າລາວໃຫ້ເຂັ້ມງວດໂປ່ງໃສເປັນມືອາຊີບ

7.ມີແຜນການພັດທະນາຊັບພະຍາກອນມະນຸດ ໃນຂະແໜງການໄຟຟ້າໃຫ້ມີສິນທໍາປະຕິວັດ, ມີຈັນຍາບັນ, ເປັນມືອາຊີບ ເພື່ອກຽມພ້ອມຮອງຮັບໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນຫາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະໄດ້ຮັບຫຼັງຈາກສິ້ນສຸດສັນຍາສຳປະທານ.

ທີ່ມາ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...