Homeຂ່າວພາຍ​ໃນຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

Published on

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025 ກ່ຽວກັບ ໃຫ້ຢຸດຕິການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງບຸກຄົນ, ນິຕິບຸກຄົນເຄື່ອນໃຫວຕາມລະບຽບ-ກົດຫມາຍ ຂອງການທ່ອງທ່ຽວຢ່າງຖືກຕ້ອງ.

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຄໍາມ່ວນ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງບຸກຄົນ, ນິຕິບຸກຄົນເຄື່ອນໃຫວຕາມລະບຽບ-ກົດຫມາຍ ຂອງການ ທ່ອງທ່ຽວຢ່າງຖືກຕ້ອງ, ສະນັ້ນ ໃຫ້ບັນດາທ່ານຫົວຫນ້າຫ້ອງການ ຖວທ ແລະ ຜູ້ປະກອບການທຸລະກິດບໍລິການດ້ານ ການທ່ອງທ່ຽວໃນທົ່ວແຂວງຄໍາມ່ວນ ຮັບຊາບກ່ຽວກັບການອານຸຍາດດໍາເນີນທຸລະກິດດ້ານ ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທິງ-ຄາລາໂອເກະ ດັ່ງນີ້:

1. ຖ້າບຸກຄົນ, ນິຕິບຸກຄົນ ມີຈຸດປະສົງດໍາເນີນທຸລະກິດດ້ານການບັນເທິງ ແມ່ນຕ້ອງປະຕິບັດຕາມດໍາລັດ 315/ລບ ວ່າ ດ້ວຍການບັນເທິງ ແລະ ຄໍາສັ່ງເລກທີ 02/ຈຂ ຂອງທ່ານເຈົ້າແຂວງຄໍາມ່ວນ ໂດຍບໍ່ໃຫ້ມີການກໍ່ສ້າງ ແລະ ເປີດ ບໍລິການກ່ອນອານຸຍາດຢ່າງເດັດຂາດ.

2. ກ່ອນອອກໃບອານຸຍາດໃຫ້ ຜູ້ປະກອບການທຸລະກິດບໍລິການ ດ້ານການທ່ອງທ່ຽວເຊັ່ນ: ເຮືອນພັກ, ຮ້ານອາຫານ, ສະຖານທີ່ບັນເທິງ ພາກສ່ວນກ່ຽວຂ້ອງຕ້ອງລົງກວດກາສະຖານທີ່, ກວດກາຊື່ຂອງກິດຈະການ, ກວດກາຕີລາຄາມູນ ຄ່າການລົງທຶນໃຫ້ຄັກແນ່ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການແບ່ງຂັ້ນຄຸ້ມຄອງ.

3. ໃຫ້ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ສົມທົບກັບເຈົ້າຫນ້ທີ່ກ່ຽວຂ້ອງລົງຕິດຕາມ, ກວດກາ ບັນດາຜູ້ປະກອບການວາມີຫົວຫນ່ວຍທຸລະກິດໃດ, ບຸກຄົນໃດ, ຮ້ານໃດທີ່ມີການກໍ່ສ້າງ ແລະ ເປີດກິດຈະ ການກ່ອນອານຸຍາດ, ຖ້າກວດກາພົບເຫັນ ການເຄື່ອນໃຫວດໍາເນີນທຸລະກິດກ່ອນການອານຸຍາດແມ່ນໃຫ້ສັ່ງໂຈະ ກິດຈະການໄວ້ກ່ອນ.

4. ການດໍາເນີນທຸລະກິດທີ່ບໍ່ປະຕິບັດຕາມລະບຽບ, ກົດຫມາຍເຊັ່ນ: ດໍາເນີນກິດຈະການບໍ່ໄປຕາມທະບຽນວິສາຫະກິດ ແລະ ໃບອານຸຍາດດໍາເນີນທຸລະກິດແມ່ນມອບໃຫ້ຫ້ອງການ ຖວທ ເມືອງຖອນໃບອານຸຍາດ ແລະ ສັ່ງປິດກິດຈະການພ້ອມທັງປະຕິບັດລະບຽບຕາມຄໍາສັ່ງ 02/ຈຂ ຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...