Homeຂ່າວເຫດການສະພາຮັບຮອງ ກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫຼົ້າ

ສະພາຮັບຮອງ ກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫຼົ້າ

Published on

20141219154720

 

ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ດຳເນີນ​ມາ​ເຖິງ​ວັນ​ທີ 19 ທັນວາ 2014 ເປັນ​

ມື້​ທີ9 ໂດຍ​ເປັນ​ປະທານ​ຂອງ​ທ່ານ ​ດຣ. ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ພ້ອມດ້ວຍ​ຮອງ

​ປະທານ​ສະພາ ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ເຂດ​ເລືອກ​ຕັ້ງ​ຕ່າງໆ​ເຂົ້າ​ຮ່ວມ.

 

ສຳລັບ​ມື້​ທີ 9 ນີ້ ໃນ​ຕອນ​ເຊົ້າ ໄດ້​ມີ​ການ​ຄົ້ນຄວ້າ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ຄວບ​ຄຸມ​ເຄື່ອງ​ດື່ມທີ່​ມີ​ ທາດ​ເຫຼົ້າ

ເຊິ່ງ​ນຳ​ສະເໜີ​ໂດຍທ່ານ ​ສຈ.​ດຣ.ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກ ເຊິ່ງ​ປະ

ກອບ​ມີ 11 ພາກຄື: 1. ບົດ​ບັນຍັດທົ່ວ​ໄປ 2. ປະເພດ ແລະ ຜົນຮ້າຍ​ຂອງ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ 3. ການ​ຄວບ​

ຄຸມ​ເຄື່ອງ​ດື່ມ​ທີ່ມີທາດ​ເຫຼົ້າ 4. ການ​ປົກ​ປ້ອງ​ສຸ​ຂະພາບ​ຈາກ​ຜົນ​ຮ້າຍ​ຂອງ​ເຄື່ອງ​ດື່ມທີ່​ມີ​ທາດ​ເຫຼົ້າ 5. ການ​ແກ້​

ໄຂຜົນ​ກະທົບ 6. ຂໍ້​ຫ້າມ 7. ການແກ້​ໄຂ​ຂໍ້​ຂັດ​ແຍ່ງ 8. ການ​ຄຸ້ມຄອງ ແລະ ການ​ກວດກາ​ວຽກງານ​ຄວບ​ຄຸມ

ເຄື່ອງ​ດື່ມ​ທີ່​ມີ​ທາດເຫຼົ້າ 9. ງົບປະມານ ແລະ ວັນງົດ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ 10. ນະໂຍບາຍ​ຕໍ່​ຜູ້​ທີ່​ມີ​ຜົນງານ

ແລະ ມາດ​ຕະການ​ຕໍ່​ຜູ້​ລະເມີດ ແລະ 11. ບົດ​ບັນຍັດ​ສຸດ​ທ້າຍ ລວມ​ມີ 9 ໝວດ ແລະ 80 ມາດຕາ ກ່ຽວ​ກັບ​ຮ່າງ

​ກົດໝາຍ​ສະບັບ​ນີ້ ໄດ້​ສ້າງ​ຄວາມ​ສົນໃຈ​ໃຫ້ແກ່ ​ສສຊ ມີ​ຫຼາຍ​ທ່ານ ຕ່າງ​ກໍ່ຂຶ້ນ​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງກົງ​ໄປ

​ກົງ​ມາ​ໃນ​ຫຼາຍ​ແງ່​ມຸມ ໄດ້ຍົກ​ເຫດ​ຍົກ​ຜົນ​ຫຼາຍ​ບັນຫາ​ຂຶ້ນມາ​ສົນທະນາ​ປຶກສາ​ຫາລື​ກັນ.

 

ສຳລັບ​ພາກ​ບ່າຍ ບັນດາ ​ສສຊ ພ້ອມ​ກັນ ​ສືບຕໍ່​ປະກອບ​ຄຳ​ຄິດ​ຄຳເຫັນ​ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍການ​ຄວບ

​ຄຸມ​ເຄື່ອງ​ດື່ມ​ທີ່​ມີ​ທາດເຫຼົ້າ ບັນຍາກາດ​ຍິ່ງ​ເຂັ້ມ​ຂຸ້ນ​ກວ່າເກົ່າ ພາຍຫຼັງ​ທີ່​ລັດຖະມົນຕີ​ວ່າການ​ກະຊວງ​ສາທາ

ລະນະ​ສຸກ ໄດ້​ຂຶ້ນ​ຕອບ​ຄຳ​ຖາມ​ເຈາະ​ຈິ້ມ ຈາກ​ທ່ານ​ປະທານ​ກອງ​ປະຊຸມ ແລະ ບັນດາ​ທ່ານ​ສະມາຊິກ​ສະພາ​ແຫ່ງ

​ຊາດ​ຫຼາຍ​ເຂດ ທີ່​ຜັດປ່ຽນ​ກັນ​ຂຶ້ນ​ມາ​ປະກອບ​ຄຳ​ຄິດເຫັນ ເຈາະ​ຈິ້ມ​ບັນດາ​ມາດຕາຕ່າງໆ ເຫັນ​ວ່າ​ຍັງ​ມີ​ອີກ

​ຫຼາຍ​ບັນຫາ​ທີ່​ຈະ​ຕ້ອງ​ປັບປຸງ​ແກ້​ໄຂ​ຄືນໃໝ່ ໃຫ້​ສອດຄ່ອງ​ກັບ​ເງື່ອນໄຂ ສະພາບ​ຄວາມ​ເປັນ​ຈິງ​ຂອງ​ປະເທດ.

 

ຜ່ານ​ການ​ຄົ້ນຄວ້າປຶກສາຫາລື ປະກອບ​ຄຳ​ຄິດ​ຄຳ​ເຫັນຂອງ​ບັນດາ ​ສສຊ ເປັນ​ເວລາ​ອັນສົມຄວນ ທີ່​ປະຊຸມ​

ເຫັນ​ດີ​ເປັນເອກະ​ພາບ​ດ້ວຍ​ຄະແນນ​ສຽງສ່ວນ​ຫຼາຍ ຮັບຮອງ​ເອົາ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ຄວບ​ຄຸມເຄື່ອງ

​ດື່ມ​ທີ່​ມີ​ທາດ​ເຫຼົ້າ ເພື່ອ​ບັນຢັດ​ເຂົ້າ​ໃນ​ກົດໝາຍ​ນຳ​ໃຊ້​ໃນ​ໂອກາດ​ຕໍ່​ໄປ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...