Homeກອງປະຊຸມສະໄໝສາມັນຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

ຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

Published on

ຍທຂ ຊີ້ແຈງ ເສັ້ນທາງເປ່ເພ ຍ້ອນກໍ່ສ້າງມາດົນ ນຳໃຊ້ມາດົນ ງົບປະມານທີ່ນຳໃຊ້ໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການ.

ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ 2025 ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນລາຍງານຕໍ່ຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໂດຍສະເພາະບາງບັນຫາ ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງທ້ອງຖິ່ນ ແລະ ເສັ້ນທາງ ສາຍຫຼັກຕ່າງໆ ມີສະພາບເປ່ເພ ຢ່າງໜັກໜ່ວງ ຊຶ່ງສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການ ສັນຈອນ ໄປ-ມາ ແລະ ການຂົນສົ່ງສິນຄ້າ ຫຼາຍພໍສົມຄວນ ເຮັດໃຫ້ມີຫາງສຽງຈົ່ມວ່າ ຂອງສັງຄົມຫຼາຍ. ກະຊວງມີແຜນການປັບປຸງ ແລະ ຟື້ນຟູ ສ້ອມແປງ ບັນດາເສັ້ນທາງ ເຫຼົ່ານັ້ນ ໃຫ້ສາມາດກັບມານຳໃຊ້ ໄດ້ຢ່າງເປັນປົກກະຕິໂດຍໄວ ຄືແນວໃດ?

ທ່ານໄດ້ຊີ້ແຈງບາງຕອນວ່າ: ປະຈຸບັນສະພາບລວມ ຕາໜ່າງເສັ້ນທາງຫຼວງ ໃນທົ່ວປະເທດມາຮອດປີ 2024, ມີຄວາມຍາວທັງໝົດ 59,963 ກມ ໃນ ນັ້ນມີທາງຫຼວງແຫ່ງຊາດ 7,880 ກມ (13.14%); ທາງຫຼວງແຂວງ 8,653 ກມ (14.43%); ທາງ ຫຼວງເມືອງ 7,451 ກມ (12.43%); ທາງຕົວເມືອງ 4,265 ກມ (7.11%); ທາງຊົນນະບົດ 25,612 ກມ (42.71%) ແລະ ທາງສະເພາະ 6,101 ກມ (10.17%).

ປັດຈຸບັນສະພາບເສັ້ນທາງ ແລະ ຂົວສ່ວນຫຼາຍ ແມ່ນໄດ້ກໍ່ສ້າງ ແລະ ນໍາໃຊ້ມາຫລາຍສິບປີແລ້ວ ເຮັດໃຫ້ໂຄງສ້າງຂອງທາງມີການເປ່ເພ, ຊຸດໂຊມຕາມອາຍຸການນຳໃຊ້, ຂາດງົບປະມານໃນການຟື້ນຟູ ໃຫຍ່ ຫລື ບຳລຸງຮັກສາຕາມຮອບວຽນຂອງເຕັກນິກ, ງົບປະມານທີ່ນຳໃຊ້ເຂົ້າໃນການສ້ອມແປງ ໃນແຕ່ ລະປີບໍ່ພຽງພໍກັບຄວາມຕ້ອງການຕົວຈິງຂອງໜ້າວຽກ, ຈຳນວນພາຫະນະ ແລະ ການຂົນສົ່ງ ສິນຄ້າໃນ ແຕ່ລະປີເພີ່ມຂຶ້ນ, ການຄຸ້ມຄອງນໍ້າໜັກລົດບັນທຸກ ແລະ ພາຫະນະຂົນສົ່ງຂະໜາດໃຫ່ຍ ແມ່ນປະຕິບັດບໍ່ ໄດ້ດີ ລວມທັງຕາໜ່າງເສັ້ນທາງໃນປັດຈຸບັນສ່ວນຫຼາຍ ແມ່ນໄດ້ອອກແບບເພື່ອຮັບນ້ຳໜັກໄດ້ພຽງ 8.2 ກະຊວງ ໂຍທາທິການ ແລະ ຂົນສົ່ງ 1 ໂຕນ/ເພົາ ແລະ 9.1 ໂຕນ/ເພົາ ເປັນສ່ວນຫຼາຍ ແລະ ມີປະມານ 1000 ກມ ເທົ່ານັ້ນ ຮັບນໍ້າໜັກໄດ້ 11 ໂຕນ/ເພົາ (ມາດຕະຖານອາຊຽນ).

ປັດຈຸບັນທາງຫຼວງແຫ່ງຊາດ ຄວາມຍາວ 7880 ກມ ໂດຍສະເພາະເສັ້ນທາງທີ່ເປັນທາງຫຼວງ ອາຊຽນຄວາມຍາວ 2855 ກມ ເປັນຕົ້ນ NR13N, NR13S, NR2, NR8 ແລະ ເສັ້ນທາງອື່ນໆ ແມ່ນ ສືບຕໍ່ຍົກລະດັບໃຫ້ໄດ້ 11 ໂຕນ/ເພົາ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...