spot_img
Homeກອງປະຊຸມສະໄໝສາມັນເຫດຜົນ ແລະ ຄວາມຈໍາເປັນ ຂອງການຂຶ້ນລາຄາໄຟຟ້າ

ເຫດຜົນ ແລະ ຄວາມຈໍາເປັນ ຂອງການຂຶ້ນລາຄາໄຟຟ້າ

Published on

ເຫດຜົນ-ຄວາມຈໍາເປັນ ຂອງການຂຶ້ນລາຄາໄຟຟ້າ ເນື່ອງຈາກໄລຍະຜ່ານມາ ລາຄາໄຟຟ້າແມ່ນຂາຍຕໍ່າກວ່າຕົ້ນທຶນຜະລິດ ແລະ ຈໍາໜ່າຍ ພາໃຫ້ເກີດໜີ້ສະສົມ ນັບມື້ນັບຫຼາຍຂຶ້ນ.

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ມິຖຸນາ 2025 ນີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການປັບປຸງ ແລະ ຂຶ້ນລາຄາໄຟຟ້າ ທີ່ນໍາໃຊ້ໃນປັດຈຸບັນ ທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ ເມື່ອທຽບໃສ່ລາຍຮັບຕົວຈິງ, ທັງສົ່ງຜົນກະທົບຕໍ່ການຜະລິດກະສິກຳ ແລະ ການດໍາເນີນທຸລະກິດ ຂອງຜູ້ປະກອບການ ລວມເຖິງການສະໜອງໄຟຟ້າ ບໍ່ມີຄວາມສະຖຽນ, ມີເຫດການໄຟຕົກ, ໄຟມອດ, ໄຟຟ້າລັດວົງຈອນ ສົ່ງຜົນກະທົບຕໍ່ອຸປະກອນໄຟຟ້າໃນຄົວເຮືອນ ແລະ ການຜະລິດ ທີ່ ສສຊ ໃຫ້ຄວາມສົນໃຈ ແລະ ຊັກຖາມ ເປັນສ່ວນຫລາຍ ເຊິ່ງເຫດຜົນ ແລະ ຄວາມຈໍາເປັນ ຂອງການຂຶ້ນລາຄາໄຟຟ້າ ແມ່ນເກີດຈາກຫລາຍປັດໄຈ ເຊິ່ງລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງ ພວມເລັ່ງສຸມໃສ່ປັບປຸງແກ້ໄຂ.

ຕໍ່ກັບບັນຫາດັ່ງກ່າວ, ທ່ານ ມະໄລທອງ ກົມມະສິດ ໄດ້ຊີ້ແຈງວ່າ: ເຫດຜົນຕົ້ນຕໍ ໃນການສະເໜີຂຶ້ນລາຄາໄຟຟ້າ ແມ່ນເກີດຈາກຫລາຍປັດໄຈ ເນື່ອງຈາກວ່າ ລາຄາໄຟຟ້າໃນໄລຍະຜ່ານມາ ແລະ ປັດຈຸບັນ ແມ່ນຂາຍຕໍ່າກວ່າຕົ້ນທຶນຜະລິດ ແລະ ຈໍາໜ່າຍ ພາໃຫ້ເກີດໜີ້ສະສົມ ນັບມື້ນັບຫລາຍຂຶ້ນ; ບໍລິສັດໄຟຟ້າລາວ ມີໜີ້ສະສົມທັງຕົ້ນ ແລະ ດອກ ທີ່ເກີດຈາກຄວາມຈຳເປັນໃນການພັດທະນາພື້ນຖານໂຄງລ່າງ ແລະ ໂຄງການປິ່ນອ້ອມ ເພື່ອການຜະລິດ, ການສະໜອງ, ການບໍລຸງຮັກສາ ແລະ ການດໍາເນີນການ. ສ່ວນບັນຫາ ໄຟຕົກ, ໄຟມອດ, ໄຟຟ້າລັດວົງຈອນ, ໝໍ້ແປງລະເບີດ ແລະ ອື່ນໆ ລັດຖະບານ ກໍລະນີທີຂະແໜງການທີ່ກ່ຽວຂ້ອງ ຈະເລັ່ງປັບປຸງແກ້ໄຂ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າ ຢ່າງພຽງພໍ.

ສຳລັບ ມາດຕະການແກ້ໄຂ ກະຊວງອຸດສາຫະກຳ ແລະ ການຄ້າ ຈະເລັ່ງຄົ້ນຄວ້າ ແລະ ປະເມີນຜົນກະທົບຂອງການຂຶ້ນລາຄາໄຟຟ້າ ແລ້ວສະເໜີລັດຖະບານ ພິຈາລະນາມາດຕະການເພີ່ມເຕີມ ໃນການແກ້ໄຂບັນຫາຜົນກະທົບຕໍ່ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ຜູ້ທີ່ມີລາຍໄດ້ຕໍ່າ, ລວມທັງນະໂຍບາຍຊ່ວຍໜູນການຜະລິດສະບຽງອາຫານ ແລະ ສິນຄ້າທີ່ຈຳເປັນຕໍ່ຊີ ວິດການເປັນຢູ່ຂອງປະຊາຊົນ. ພ້ອມນີ້, ຍັງຈະເຈລະຈາສັນຍາຊື້-ຂາຍໄຟຟ້າ ກັບຜູ້ຜະລິດ ແລະ ຜູ້ຊື້ໄຟຟ້າ ນຳບໍລິສັດໄຟຟ້າລາວ ເພື່ອທາງອອກທີ່ຍືນຍົງຮ່ວມກັນ, ປັບປຸງປະສິດທິພາບ ແລະ ຄວາມໂປ່ງໃສ ຂອງການບໍລິຫານ, ຫລຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນ ແລະ ຫລຸດການສູນເສຍທາງດ້ານເຕັກນິກ (ພະລັງງານຕົກເຮ່ຍ) ໃຫ້ດີກວ່າເກົ່າ; ຂຸດຄົ້ນແຫລ່ງລາຍຮັບເພີ່ມຂອງບໍລິສັດໄຟຟ້າລາວ ໃຫ້ໄວຂຶ້ນ ໂດຍເລັ່ງຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນ ແລະ ໂຄງການຮ່ວມມື ທີ່ມີປະສິດທິຜົນສູງໃຫ້ສຳ ເລັດໄວຂຶ້ນ; ສືບຕໍ່ຄົ້ນຄວ້າ ແລະ ສະເໜີລັດຖະບານ ປັບປຸງນະໂຍບາຍ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ເພື່ອເລັ່ງສົ່ງເສີມການຜະລິດພະລັງງານທາງເລືອກ ສະໜອງໃຫ້ແກ່ການຊົມໃຊ້ພາຍໃນ; ບໍລິຫານ-ຈັດການ ການຜະລິດ, ການຊື້ ແລະ ການສະໜອງໄຟຟ້າໃຫ້ມີປະສິດທິພາບ ປະສິດທິຜົນ ກວ່າເກົ່າ, ແກ້ໄຂບັນຫາຊື້ແພງ-ຂາຍຖືກ, ຊື້ແຕ່ບໍ່ໄດ້ໃຊ້, ມີໄຟແຕ່ບໍ່ສ້າງລາຍຮັບໄດ້ ແລະ ອື່ນໆ.

ພ້ອມທັງຈະຄົ້ນຄວ້າ ແລະ ສະເໜີລັດຖະບານ ຊ່ວຍເຫລືອບາງນະໂຍບາຍ ທີ່ມີຄວາມຈຳເປັນເຊັ່ນ: ການມອບສິດໃຫ້ບໍລິສັດໄຟຟ້າລາວ ຫລື ບໍລິສັດຖືຮຸ້ນລາວ ພັດທະນາໂຄງການພະລັງງານຈາກຖ່ານຫີນ ເພື່ອສະໜອງໃຫ້ແກ່ການຜະລິດ ແລະ ຊົມໃຊ້ພາຍໃນ; ຄົ້ນຄວ້າ, ສຶກສາຄວາມເປັນໄປໄດ້ ແລະ ເຈລະ ຈາຂໍການສະໜັບສະໜູນ ຈາກສາກົນເປັນຕົ້ນ ເຈົ້າໜີ້ ຫລື ສະຖາບັນການເງິນໃໝ່ ເພື່ອບໍລິຫານໜີ້ສິນ, ປັບໂຄງສ້າງຂຶ້ນ ແລະ ຫລຸດຜ່ອນພາລະໜັກໜ່ວງຈາກການຊອກຫາແຫລ່ງທຶນມາຊຳລະໜີ້ ແລະ ທົບທວນ, ຄົ້ນຄວ້າ, ປັບປຸງ ຍຸດທະສາດການພັດທະນາພະລັງານໄຟຟ້າ ຂອງ ສປປ ລາວ ຮອດປີ 2030 ທີ່ ສະພາໄດ້ຮັບຮອງໃນປີ 2021 ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ທ່າອ່ຽງການພັດທະນາທີ່ມີການປ່ຽນແປງ ໃນໄລຍະ 4 ປີຜ່ານມາ.

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...