Homeຂ່າວພາຍ​ໃນຂົວມິດຕະພາບ ລາວ-ໄທ ແຫ່ງທີ V ກໍ່ສ້າງໂດຍລວມສໍາເລັດແລ້ວ 98,4%

ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ກໍ່ສ້າງໂດຍລວມສໍາເລັດແລ້ວ 98,4%

Published on

ຂົວມິດຕະພາບ ລາວ-ໄທ ເປັນສັນຍາລັກ ຮ່ວມສົ່ງເສີມການຄ້າ-ການລົງທຶນ-ການທ່ອງທ່ຽວ

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄຳໄຊ-ບຶງການ ແມ່ນໜຶ່ງໃນໂຄງ ການທີ່ເປັນສັນຍາລັກແຫ່ງການຮ່ວມມື ລະຫວ່າງ ສອງປະເທດ ລາວ-ໄທ ໃນການນໍາໃຊ້ທ່າແຮງ ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດຮ່ວມກັນ ພາຍໃຕ້ອະນຸພາກພື້ນລຸ່ມແມ່ນໍ້າຂອງ ຫລື ອາຊີຕາ ເວັນອອກສ່ຽງໃຕ້ ເພື່ອໃຫ້ເກີດການເຊື່ອມໂຍງ-ເຊື່ອມຈອດ ທັງລະດັບພາກພື້ນ ແລະ ສາກົນ. ທັງຈະສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການສົ່ງເສີມທາງດ້ານການຄ້າ-ການລົງທຶນ ແລະ ການ ທ່ອງທ່ຽວ ກໍຄືການຂົນສົ່ງສິນຄ້າ, ການໄປ-ມາຫາສູ່ເຊິ່ງກັນ ແລະ ກັນ ຂອງປະຊາຊົນສອງຊາດ ລາວ-ໄທ, ໄທ-ລາວ.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ V ບໍລິຄໍາໄຊ-ບຶງການ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ມາຮອດປັດຈຸບັນ, ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ການກໍ່ສ້າງໂດຍລວມສໍາເລັດແລ້ວ 98,4%, ຄາດວ່າຈະເປີດນໍາໃຊ້ຂົວດັ່ງກ່າວ ຢ່າງເປັນທາງການ ໃນທ້າຍປີ 2025 ນີ້, ພ້ອມກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 75 ປີ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ມີຄວາມຍາວທັງໝົດ 1.350 ແມັດ, ເບື້ອງລາວ ມີລວງຍາວ 535 ແມັດ, ເບື້ອງໄທ 815 ແມັດ, ກວ້າງ 17,40 ແມັດ, ປະກອບມີ 4 ເລນ, ມີ 2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນຍ່າງສອງເບື້ອງ. ພ້ອມນີ້, ຂົວແຫ່ງນີ້ ຍັງເປັນຂົວເຊື່ອມຕໍ່ລະຫວ່າງ ໄທ-ລາວ-ສສ ຫວຽດນາມ ຕື່ມອີກ. ພາຍຫຼັງ ເປີດໃຊ້ຢ່າງເປັນທາງການ ຈະເຮັດໃຫ້ການໄປ-ມາຫາສູ່ ຂອງປະຊາຊົນ ສອງປະເທດ ລາວ-ໄທ-ຫວຽດນາມ ສະດວກສະບາຍຂຶ້ນກວ່າເກົ່າ ທັງຈະເຮັດໃຫ້ປະຊາຊົນເຂດດັ່ງກ່າວ ມີວຽກເຮັດງານທຳ ແລະ ອື່ນໆ.

ແຫຼ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...