spot_img
Homeນານາສາລະສຽງແຫ່ງຄວາມພາກພູມໃຈສຳລັບຄວາມຫຼາກຫຼາຍທາງເພດ ແລະ ຄວາມເທົ່າທຽມໃນ ສປປ ລາວ

ສຽງແຫ່ງຄວາມພາກພູມໃຈສຳລັບຄວາມຫຼາກຫຼາຍທາງເພດ ແລະ ຄວາມເທົ່າທຽມໃນ ສປປ ລາວ

Published on

ທະວັດໄຊ ໄຊຍະກຸມມານ, ອາຍຸພຽງ 35 ປີ, ແຕ່ລາວໃສ່ໝວກຂອງການເຮັດຫຼາຍບົດບາດ. ລາວບໍ່ໄດ້ເປັນ ພຽງແຕ່ ພະນັກງານນຳທ່ຽວດີເດັ່ນທີ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວທີ່ມາຢ້ຽມຊົມຄວາມສວຍສົດງົດງາມຂອງ ສປປ ລາວ, ແຕ່ຍັງເປັນເຈົ້າຂອງທຸລະກິດນຳອີກ.

ແຕ່ບົດບາດທີ່ເຮັດໃຫ້ລາວພາກພູມໃຈຫຼາຍທີ່ສຸດຄື: ການເຮັດໜ້າທີເປັນກະບອກ ສຽງໃຫ້ແກ່ກຸ່ມຄົນທີ່ມີຄວາມ ຫຼາກຫຼາຍທາງເພດ (LGBTQIA+) ໃນ ສປປ ລາວ. ໃນຖານະເປັນຜູ້ປະສານງານຂອງອົງກອນ ພູມໃຈທີ່ເປັນເຮົາ ໃນ ສປປ ລາວ, ເຊິ່ງເປັນກຸ່ມ ໂຄສະນາສົ່ງເສີມຄວາມຫຼາກຫຼາຍທາງເພດ ກຸ່ມທຳອິດ ໃນ ສປປ ລາວ, ລາວ ເຮັດວຽກສົ່ງເສີມຄວາມສະເໝີພາບ ແລະ ຄວາມເທົ່າທຽມຂອງທຸກຄົນ.

“ພວກເຮົາເຮັດວຽກເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງຄວາມເທົ່າທຽມ, ບໍ່ພຽງແຕ່ທາງດ້ານກົດ ໝາຍເທົ່ານັ້ນ, ແຕ່ຍັງເຮັດວຽກຊ່ວຍສັງຄົມ ລວມທັງຢູ່ໃນໂຮງຮຽນ, ຊຸມຊົນ ແລະ ໃນຄອບຄົວ,” ທະວັດໄຊ ກ່າວເຖິງບົດບາດຂອງອົງກອນນີ້ທີ່ຖືກສ້າງຕັ້ງຂຶ້ນໃນປີ 2012 ດ້ວຍການສະໜັບ ສະໜູນຈາກລັດ ຖະບານສະຫະລັດ ອາເມລິກາ, ເຊິ່ງມີພາລະບົດບາດໂຄສະນາຕ້ານການຈຳແນກໃນໂຮງຮຽນ, ສົ່ງເສີມຄວາມເທົ່າທຽມ ໃນສະຖານທີ່ເຮັດວຽກ ແລະ ປັບປຸງການເຂົ້າເຖິງ ການບໍລິການດ້ານສາທາລະນະສຸກສຳລັບທຸກຄົນ ໂດຍສະເພາະສຳລັບ ກຸ່ມຄົນທີ່ມີ ຄວາມຫຼາກຫຼາຍທາງເພດ ແລະ ອັດຕະລັກທາງເພດ, ລວມທັງຊາວໜຸ່ມຊົນເຜົ່າທີ່ຮັກເພດດຽວກັນ.

ສຳລັບ ທະວັດໄຊ, ເພື່ອສະເຫຼີມສະຫຼອງຄວາມຄືບໜ້າໃນການບັນລຸສິດທິຂອງ ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ໃນປະເທດ ເນື່ອງໃນໂອກາດ ວັນສາກົນຕ້ານການລັງກຽດຄົນທີ່ມີຄວາມຫຼາກຫຼາຍທາງເພດ (International Day Against Homophobia, Biphobia, Interphobia and Transphobia) ໃນວັນທີ 17 ພຶດສະພາ ແມ່ນວັນທີ່ມີຄວາມໝາຍເລິກເຊິ່ງ. “ມັນ​ແມ່ນ​ການ​ຮັບ​ຮູ້​ທີ່​ຊົງ​ພະລັງ​ວ່າ​ພວກ​ເຮົາ​ເປັນ​ຄົນ​ທີ່ມີຄວາມ​ຮັກ ​ແລະ​ ດໍາລົງ​ຊີວິດ​ແຕກຕ່າງ​ກັນ,” ກ່າວໂດຍແມ່ຍິງຈາກນະຄອນຫຼວງວຽງຈັນ.

ເຖິງແນວໃດກໍ່ຕາມ ວັນສາກົນດັ່ງກ່າວ ບໍ່ແມ່ນແຕ່ວັນສະຫຼອງຜົນສຳເລັດທີ່ຍາດມາໄດ້ ແຕ່ຍັງເປັນໂອກາດໃຫ້ເຮົາ ຊອກເຫັນ ສິ່ງທ້າທາຍຕ່າງໆທີຈະຕ້ອງສືບຕໍ່ແກ້ໄຂໃນອະນາຄົດ, ໃນນັ້ນລວມເຖິງແນວຄວາມຄິດຂອງສັງຄົມຄົນຕໍ່ ຄວາມຫຼາກຫຼາຍທາງເພດ.

ລາວ ກ່າວວ່າ: “ບາງເທື່ອ, ສັງຄົມເບິ່ງພວກເຮົາເປັນພຽງຄົນໃຫ້ຄວາມບັນເທີງ ຫຼື ໂຕຕະຫຼົກ. ແຕ່ພວກເຮົາເປັນຫຼາຍກວ່ານັ້ນ. ພວກເຮົາມີຄວາມຮູ້, ມີຄວາມສາມາດ ແລະ ມີຄວາມເປັນຜູ້ນຳ.”

ເພື່ອຫັນສິ່ງທ້າທາຍໃຫ້ເປັນໂອກາດ, ລາວໄດ້ຮຽກຮ້ອງໃຫ້ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດລຸ້ນໃໝ່ໃຫ້ມີຄວາມໝັ້ນໃຈ, ແຕ່ກໍຕ້ອງມີສະຕິ. ລາວ ກ່າວວ່າ: “ສິ່ງສຳຄັນແມ່ນການກ້າສະແດງອອກເຖິງຄວາມເປັນຕົວຂອງຕົວເອງ, ແຕ່ກໍຕ້ອງຮູ້ຈັກກາລະ ແລະ ເທສະ. ຄວາມໝັ້ນໃຈຄວນມາພ້ອມກັບສະຕິ. ພວກເຮົາຄວນຖືກເບິ່ງເຫັນບໍ່ພຽງ ແຕ່ຍ້ອນບຸກຄະລິກພວກເຮົາ, ແຕ່ຍ້ອນຄຸນຄ່າຂອງພວກເຮົາໃນຖານະບຸກຄົນ. ພວກເຮົາສົມຄວນໄດ້ຮັບຄວາມເຄົາລົບ ບໍ່ແມ່ນຍ້ອນວ່າພວກເຮົາເປັນຄົນທີ່ສົ່ງສຽງດັງ ຫຼື ໂຈ່ງແຈ້ງ, ແຕ່ຍ້ອນວ່າພວກເຮົາເປັນມະນຸດ.”

ສຳລັບ ທະວັດໄຊ, ການພັດທະນາຄວາມເຂົ້າໃຈຂອງຕົນເອງໃຊ້ເວລາພໍສົມຄວນ. ເຖິງແມ່ນວ່າ ລາວ ຈະມີໄວເດັກທີ່ມີ ຄວາມສຸກກັບເອື້ອຍສອງຄົນ ແລະ ສາມາດສະແດງອອກເຊິ່ງຕົວຕົນຢ່າງເປັນທຳມະຊາດ ໂດຍບໍ່ຖືກຈຳກັດດ້ວຍບັນ ທັດຖານທາງສັງຄົມ, ແຕ່ກໍ່ໃຊ້ເວລາຫຼາຍປີກວ່າທີ່ລາວຈະຮຽນຮູ້ຄຳສັບ ແລະ ແນວຄວາມຄິດ ເພື່ອອະທິບາຍ ຕົວຕົນຂອງຕົນເອງ. ລາວໄດ້ກ່າວວ່າ:

“ຕອນທີ່ຂ້ອຍໄດ້ຍິນຄຳສັບຕ່າງໆເຊັ່ນ: ເກ ແລະ ກະເທີຍ ເປັນຄັ້ງທຳອິດ, ມັນບໍ່ໄດ້ມາຈາກໂຮງຮຽນ, ແຕ່ ແມ່ນມາຈາກການເຮັດວຽກອາສາສະໝັກຂອງຂ້ອຍກັບອົງການຈັດຕັ້ງບໍ່ຫວັງຜົນກຳໄລທີ່ກ່ຽວຂ້ອງກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ. ຕອນນັ້ນເປັນຕອນທີ່ຂ້ອຍເລີ່ມເຂົ້າໃຈວ່າ ຄວາມແຕກຕ່າງບໍ່ໄດ້ໝາຍຄວາມວ່າຜິດ.”

ຄວາມຮັບຮູ້ນີ້ເປັນສິ່ງກະຕຸ້ນໃຫ້ລາວ ມີບົດບາດເຄື່ອນໄຫວໃນຫ້ອງຮຽນ ແລະ ຊຸມຊົນ. ໃນຖານະເປັນອາສາສະ ໝັກຕັ້ງມາຕັ້ງແຕ່ຊັ້ນ ມ.5 ຕອນອາຍຸ 15 ປີ, ລາວ ໄດ້ມີສ່ວນຮ່ວມໃນການແລກປ່ຽນຄວາມຮູ້ກ່ຽວກັບ ສຸຂະພາບທາງເພດ ແລະ ຄວາມຮັບຮູ້ບົດບາດ ຍິງ-ຊາຍ ລາວ ຮູ້ສຶກພາກພູມໃຈທີ່ເຫັນ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ເຊື່ອມໂຍງແຜນງານຕ່າງໆ ເພຶ່ອພັດທະນາເພດສຶກສາຮອບດ້ານ ແລະ ທັກສະຊີວິດ, ໂດຍເນັ້ນໃສ່ສົງເສີມ ຄວາມເທົ່າທຽມ ແລະ ຄວາມຫຼາກຫຼາຍ ເຂົ້າໃນຫຼັກສູດການຮຽນການສອນໃນຊັ້ນຕ່າງໆ.

ການເດີນທາງຄັ້ງນີ້ໄດ້ເຕີບໂຕໄປພ້ອມກັບ ພູມໃຈທີ່ເປັນເຮົາ ເພື່ອຮັບປະກັນວ່າ ພົນລະເມືອງທຸກຄົນສາມາດບັນລຸສິດ ທິຂອງຕົນໄດ້, ບໍ່ວ່າຈະເປັນເພດໃດ ແລະ ມີອັດຕະລັກທາງເພດແບບໃດກໍ່ຕາມ. ການຮ່ວມມືລະຫວ່າງ ພູມໃຈທີ່ເປັນເຮົາ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ແມ່ນພື້ນຖານທີ່ສຳຄັນ ໃນການນຳເອົາສຽງຂອງ ກຸ່ມຄົນທີ່ມີຄວາມ ຫຼາກຫຼາຍທາງເພດເຂົ້າໃນກົນໄກຕ່າງໆທີ່ກ່ຽວຂ້ອງກັບຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ສິດທິຂອງຊາວໜຸ່ມ, ໂດຍສະເພາະໃນເວລາ ທີ່ກ່ຽວຂ້ອງກັບການພັດທະນາເຄື່ອງມື, ອຸປະກອນສື່ສານ, ການສຳຫຼວດ ແລະ ການສະໜັບສະໜູນ ການບໍລິການທີ່ເປັນມິດ ໂດຍປາສະຈາກການຕຳໜິ ແລະ ການຖືກຈຳແນກ.

ໃນຕົວຢ່າງໜຶ່ງຂອງການບອກເລົ່າ, ທະວັດໄຊໄດ້ເລົ່າເຖິງຜູ້ຊາຍເກຄົນໜຶ່ງທີ່ຖືກປະຕິເສດໂອກາດໃນການເຮັດວຽກຊ້ຳແລ້ວຊ້ຳອີກ ພຽງຍ້ອນອັດຕະລັກທາງເພດຂອງລາວ. ແຕ່ຍ້ອນການສະໜັບສະໜູນຈາກທີມງານຂອງ ທະວັດໄຊ, ຜູ້ຊາຍຄົນນັ້ນ ໄດ້ຖືກ ແນະນຳໃຫ້ຮູ້ຈັກອົງການຈັດຕັ້ງແຫ່ງໜຶ່ງທີ່ເຫັນຄວາມສາມາດ ແລະ ຄຸນຄ່າທັກສະຂອງລາວ ເຊິ່ງແຕກຕ່າງຈາກປ້າຍ ທີ່ສັງຄົມຕິດໃສ່ລາວ. ທະວັດໄຊ ໄດ້ກ່າວວ່າ: “ພວກເຮົາຢາກໃຫ້ຄົນຮູ້ວ່າ ທຸກຢ່າງມີທາງອອກສະເໝີ. ພວກເຮົາບໍ່ໄດ້ມາ ທີ່ນີ້ເພື່ອສ້າງຄວາມຂັດແຍ່ງ; ພວກເຮົາຢູ່ນີ້ ເພື່ອຊ່ວຍໃຫ້ຜູ້ຄົນດໍາລົງຊີວິດຢ່າງເປີດເຜີຍ ແລະ ມີກຽດສັກສີ.”

ເລື່ອງລາວຕ່າງໆ ທີ່ລາວປະສົບພົບພໍ້ແມ່ນສາມາດເກີດຂຶ້ນໄດ້ໂດຍ ຜ່ານການຮ່ວມມື, ການລົນນະລົງ ແລະ ການສ້າງຄວາມຮັບຮູ້ຢ່າງຕໍ່ເນື່ອງ. ປັດຈຸບັນ ພູມໃຈທີ່ເປັນເຮົາ ສາມາດຊ່ວຍກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ຮຽກຮ້ອງສິດທິຂອງເຂົາເຈົ້າໃນຖານະເປັນພົນລະເມືອງທີ່ມີສິດເທົ່າທຽມ. ສິ່ງເຫຼົ່ານີ້ເກີດຂຶ້ນຍ້ອນການເປີດປະຕູ ແລະ ການມີສ່ວນຮ່ວມຈາກບັນດາຄູ່ຮ່ວມງານເຊັ່ນ: ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ, ບັນດາຜູ້ໃຫ້ທຶນ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການສະຫະປະຊາຊາດອື່ນໆ. ທັງໝົດນີ້ແມ່ນເຮັດວຽກຮ່ວມກັນເພື່ອປູທາງໄປສູ່ ຄວາມສະເໝີພາບ ແລະ ຄວາມເປັນໜຶ່ງດຽວ.

ທະວັດໄຊ ຍັງ​ເປັນ​ຜູ້​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ​ຕໍ່​ວຽກ​ງານ​ ອົງການສະຫະປະຊາດ ກອງທຶນສຳລັບປະຊາກອນ.

“ອົງການສະຫະປະຊາດກອງທຶນສຳລັບປະຊາກອນໄດ້​ຊ່ວຍ​ສ້າງ​ພື້ນ​ທີ່​ໃຫ້​ປະ​ຊາ​ຊົນ​ໄດ້​ເວົ້າ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ ວຽກງານທາງເພດ, ອັດຕະລັກທາງເພດ ແລະ ຄວາມ​ປອດ​ໄພ. ອົງ​ການ​ດັ່ງກ່າວ ​ສະ​ໜັບ​ສະ​ໜູນ​ການ​ເຂົ້າ​ ເຖິງ​ບໍ​ລິ​ການ​ດ້ານ​ສຸ​ຂະ​ພາບ​ ໂດຍ​ປາ​ສະ​ຈາກ​ການ​ຈຳ​ແນກ ແລະ ປົກ​ປ້ອງ​ສິດ​ຂອງພວກ​ເຮົາ​ໃນ​ການ​ສະ​ແດງ​ຕົວ​ຕົນ.”

ໃນ​ຖາ​ນະ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ບໍ່​ປະ​ຖິ້ມ​ໃຜ​ໄວ້​ເບື້ອງ​ຫຼັງ, ອົງການສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ ໄດ້​ເຮັດ​ວຽກ​ຢູ່ ສ​ປ​ປ ລາວ ແລະ ປະ​ເທດ​ອື່ນໆ​ເພື່ອ​ເຮັດ​ໃຫ້​ ກຸ່ມ​ຄົນຫລາກຫລາຍທາງເພັດ ມີ​ສິດ​ທິ​ເທົ່າ​ທຽມ​ກັບ​ຄົນ​ອື່ນໆ​. ນີ້​ໝາຍ​ເຖິງ​ສຸ​ຂະ​ພາບ​ທາງ​ເພດ ແລະ ສິດ​ທິ​ຈະ​ເລີນ​ພັນ​ທີ່​ຄົບ​ວົງ​ຈອນ, ລວມ​ທັງ​ສິດ​ຂອງ ​ທຸກ​ຄົນ ​ທີ່​ຈະ​ມີ​ຊີ​ວິດ​ ທາງ​ເພດ​ທີ່​ພໍ​ໃຈ ແລະ ປອດ​ໄພ.

ໃນ​ຖາ​ນະຂອງການເປັນສ່ວນໜຶ່ງຂອງຄວາມຕັ້ງໃຈທີ່ຈະບໍ່ປ່ອຍປະໃຜໄວ້ຂ້າງຫຼັງ, UNFPA ເຮັດວຽກໃນ ສປປ ລາວ ແລະ ປະເທດອື່ນໆ ເພື່ອສ້າງໂລກທີ່ກຸ່ມ​ຄົນຫຼາກຫຼາຍທາງເພດໄດ້ຮັບສິດຕ່າງໆເທົ່າທຽມກັນ. ນີ້ໝາຍເຖິງ ການເຂົ້າເຖິງ ສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ສິດທິ, ລວມທັງສິດທິຂອງທຸກຄົນທີ່ຈະມີຊີວິດທີ່ໜ້າພໍໃຈ ແລະ ປອດໄພ. ໃນນາມກຸ່ມຄົນທີ່ຖືກລະເລີຍ, ຜູ້ທີ່ມີຄວາມຫຼາກຫຼາຍທາງເພດ ທີ່ອາດຈະ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃນ​ການ​ເຂົ້າ​ເຖິງ ​ການ​ບໍ​ລິ​ການ​ດ້ານ​ສຸ​ຂະ​ພາບ ແລະ ການ​ປົກ​ປ້ອງ​ທາງດ້ານ​ກົດ​ໝາຍ. ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ຄື: ຄວາມສຳພັນເພດດຽວກັນໂດຍສະໝັກໃຈຍັງຖືເປັນສິ່ງຜິດກົດໝາຍໃນເກືອບ 70 ປະ​ເທດ. ມີ​ພຽງ​ແຕ່ 1 ໃນ 3 ປະ​ເທດ​ເທົ່າ​ນັ້ນ​ທີ່​ມີ​ກົດ​ໝາຍ ​ປົກ​ປ້ອງ​ຄົນ​ຈາກ​ການຖືກ​ຈຳ​ແນກ​ໂດຍ​ອີງ​ໃສ່​ຄວາມ​ມັກ​ທາງ​ເພດ, ມີ​ພຽງ​ແຕ່ 1 ໃນ 10 ປະ​ເທດ​ເທົ່າ​ນັ້ນ​ທີ່​ປົກ​ປ້ອງ​ຜູ້ຄົນ ​ໂດຍ​ພິຈາລະນາຕາມ​ອັດ​ຕະ​ລັກ​ທາງ​ເພດ ແລະ ມີ​ພຽງ​ບໍ່​ເທົ່າ​ໃດ​ປະ​ເທດ​ເທົ່າ​ນັ້ນ​ທີ່​ປົກ​ປ້ອງ​ຄົນ​ໂດຍ​ອີງ​ໃສ່​ລັກ​ສະ​ນະ​ທາງ​ເພດ.

ສຳລັບ ທະວັດໄຊ, ລາວ ມີຄວາມຕັ້ງໃຈທີ່ຈະກ້າວໄປສູ່ປາຍທາງ ທີ່ຄວາມສະເໜີພາບເປັນເລື່ອງປົກກະຕິ ແລະ ບໍ່ຈຳເປັນຕ້ອງມີນັກຕໍ່ສູ້ທີ່ສົ່ງສຽງຄື ລາວ ອີກຕໍ່ໄປ. ລາວ ກ່າວວ່າ: “ຄວາມຫວັງຂອງຂ້ອຍ ແມ່ນການທີ່ພວກເຮົາບໍ່ພຽງແຕ່ຖືກຮັບຟັງເທົ່ານັ້ນ ແຕ່ຍັງຖືກເຂົ້າໃຈ, ຖືກເຄົາລົບ ແລະ ມີສ່ວນຮ່ວມ. ນັ້ນຄືສິ່ງທີ່ຄວາມເທົາທຽມທີ່ແທ້ຈິງ.”

ທ່ານ ດຣ. ບັກທີຢໍ ຄາດີໂຣບ, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ໄດ້ກ່າວຕື່ມວ່າ: “ເດືອນມິຖຸນາ: ເດືອນແຫ່ງຄວາມພາກພູມໃຈ ແມ່ນເປັນເວລາທີ່ດີ ເພື່ອສະຫຼອງຄວາມເຂັ້ມແຂງ, ຄວາມຫຼາກຫຼາຍ ແລະ ການປະກອບສ່ວນ ຂອງບຸກຄົນ ແລະ ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດທົ່ວໂລກ.  ພວກເຮົາຈະຢືນຄຽງຂ້າງກັບກຸ່ມຄົນທີ່ມີ ຄວາມຫຼາກຫຼາຍທາງເພດ ແລະ ຢືນຢັນນຄຳໜັ້ນໝາຍໝັ້ນ ຂອງພວກເຮົາ ເພື່ອຮັບປະກັນວ່າທຸກຄົນ, ບໍ່ວາຈະເປັນເພດໃດ ຫຼື ມີອັດຕະລັກທາງເພດແບບໃດກໍຕາມ, ສາມາດເຂົ້າເຖິງການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ບົນພື້ນຖານສິດທິ, ໂດຍປາສະຈາກການຖືກຕຳໜິ ແລະ ການຈຳແນກ ແລະ ຄວາມຮຸນແຮງ. ພວກເຮົາຈະສືບຕໍ່ມຸ່ງ ໝັ້ນເພື່ອສ້າງໂລກທີ່ທຸກຄົນສາມາດຳລົງຊິວິດດ້ວຍສັກສີ, ຄວາມເທົ່າທຽມ ແລະ ມີເສລີພາບທີ່ຈະເລືອກວ່າຈະເປັນຄົນແບບໃດ.”

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...