spot_img
Homeຂ່າວຕ່າງປະເທດອາຄານຜູ້ໂດຍສານໃຫຍ່ທີ່ສຸດໃນຫວຽດນາມ ຈະເປີດບໍລິການ 25 ທັນວານີ້

ອາຄານຜູ້ໂດຍສານໃຫຍ່ທີ່ສຸດໃນຫວຽດນາມ ຈະເປີດບໍລິການ 25 ທັນວານີ້

Published on

557000015017501

 

ອາຄານຜູ້ໂດຍສານແຫ່ງໃໝ່ຂອງສະໜາມບິນສາກົນໂນຍບ່າຍ ນະຄອນຫລວງຮ່າໂນ້ຍ ມູນຄ່າ 645.3 ລ້ານໂດລາ

ຈະເປີດໃຊ້ງານໃນວັນທີ 25 ທັນວານີ້ ຫລັງກໍ່ສ້າງມາດົນກ່ວາ 3 ປີ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ອາຄານຜູ້ໂດຍສານຫລັງທີ 2 ທີ່ມີຄວາມສູງ 4 ຊັ້ນ ນັບເປັນອາຄານຜູ້ໂດຍສານທີ່ໃຫຍ່

ທີ່ສຸດໃນຫວຽດນາມ ໂດຍເລີ່ມຕົ້ນສ້າງມາຕັ້ງແຕ່ເດືອນທັນວາ ປີ 2011 ດ້ວຍມູນຄ່າການລົງທຶນ 645.35 ລ້ານໂດລາ ເຊິ່ງ

ເປັນທຶນຊ່ວຍເຫລືອເພື່ອການພັດທະນາຢ່າງເປັນທາງການຂອງປະເທດຍີ່ປຸ່ນ ຈຳນວນ 504.27 ລ້ານໂດລາ ແລະ ສ່ວນທີ່

ເຫລືອ ແມ່ນເປັນທຶນສົບທົບຂອງລັດຖະບານຫວຽດນາມ.

 

ອາຄານຜູ້ໂດຍສານດັ່ງກ່າວນີ້ ມີຄວາມຍາວ 996 ແມັດ ແລະ ມີພື້ນທີ່ໃຊ້ສອຍລວມຫລາຍກ່ວາ 139,000 ຕາແມັດ ເຊິ່ງສາ

ມາດຮອງຮັບຜູ້ໂດຍສານໄດ້ 10-15 ລ້ານຄົນຕໍ່ປີ ໂດຍໃນວັນທີ 25 ທັນວານີ້ ສາຍການບິນຫວຽດນາມ ເຊິງເປັນສາຍການບິນ

ແຫ່ງຊາດ ຈະເປັນບໍລິສັດທຳອິດທີ່ຈະເຂົ້າເຮັດວຽກໃນອາຄານດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...