spot_img
Homeຂ່າວຕ່າງປະເທດຫວຽດນາມ ຄອງອັນດັບ 2 ຂອງໂລກ ໃນການສົ່ງອອກກາເຟປະຈຳປີນີ້

ຫວຽດນາມ ຄອງອັນດັບ 2 ຂອງໂລກ ໃນການສົ່ງອອກກາເຟປະຈຳປີນີ້

Published on

557000015078901

 

ການສົ່ງອອກກາເຟຂອງຫວຽດນາມ ຄາດວ່າຈະສ້າງລາຍຮັບເຖິງ 3,6 ຕື້ໂດລາ ໃນປີ 2014 ນີ້ ເພີ່ມຂຶ້ນ 32% ເມື່ອທຽບ

ກັບປີກາຍເຮັດໃຫ້ຫວຽດນາມກາຍເປັນຜູ້ສົ່ງອອກກາເຟ ລາຍໃຫຍ່ອັນດັບ 2 ຂອງໂລກ.

 

ແຫລ່ງຂ່າວຂອງຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ ຕະຫລອດປີນີ້ ຫວຽດນາມສົ່ງອອກກາເຟໄປແລ້ວຫລາຍກ່ວາ

1.7 ລ້ານ ໂຕນ ເຊິ່ງມີປະລິມານເພີ່ມຂຶ້ນ 33% ເມື່ອປຽບທຽບກັບປີ 2013 ຜ່ານມາ ໃນລາຄາສະເລ່ຍ 2,086 ໂດລາຕໍ່ໂຕນ

ເຊິ່ງລາຄາຫລຸດລົງ 2.46% ເມື່ອປຽບທຽບກັບປີທີ່ຜ່ານມາ.

 

ແຫລ່ງຂ່າວໄດ້ລະບຸວ່າ ສະຫະລັດອາເມຣິກາເປັນຜູ້ນຳເຂົ້າກາເຟລາຍໃຫຍ່ຂອງຫວຽດນາມ ໃນອັດຕາສ່ວນ 11.7% ຂອງ

ຈຳນວນທີ່ຫວຽດນາມສົ່ງອອກກາເຟທັງໝົດ ໂດຍສະມາຄົມກາເຟ ແລະ ໂກໂກ້ຫວຽດນາມໄດ້ລະບຸວ່າ ປະເທດຫວຽດ

ນາມສົ່ງອອກກາເຟດິບເປັນສ່ວນໃຫຍ່ ເຊິ່ງກາຍເປັນປະເທດສົ່ງອອກກາເຟອັນດັບທີ 2 ຂອງໂລກ ຮອງຈາກປະເທດ

ບຣາຊິນເທົ່ານັ້ນ.

 

ບົດຄວາມຫຼ້າສຸດ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...

ຝົນມໍລະສຸມ! ປາກີສະຖານປະເຊີນ ນ້ຳປ່າໄຫຼຊຸ ແລະ ດິນເຈື່ອນຖະຫຼົ່ມ ຫຼ້າສຸດມີປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ.

ປາກີສະຖານປະເຊີນນ້ຳປ່າຖ້ວມຊຸ ແລະ ດິນຖະຫຼົ່ມ ເນື່ອງຈາກຝົນຕົກໜັກ ເຮັດໃຫ້ປະຊາຊົນເສຍຊີວິດຢ່າງນ້ອຍ 344 ຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ສິງຫາ 2025 ຜ່ານມານີ້ວ່າ: ປາກີສະຖານປະເຊີນກັບສະພາບຝົນຕົກໜັກຕໍ່ເນື່ອງເຮັດໃຫ້ເກີດນ້ຳປ່າໄຫຼຊຸ  ແລະ ດິນຖະຫຼົ່ມ...

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...