spot_img
Homeຂ່າວການຢ້ຽມຢາມນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

Published on

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ໃນວັນທີ 25 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ອົບອຸ່ນ ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໂດຍການເຂົ້າຮ່ວມຂອງ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ຫຼັງຈາກນັ້ນ, ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ແລະ ຄະນະ ກໍ່ໄດ້ສືບຕໍ່ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ພ້ອມທັງຕີລາຄາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ ແລະ ສະແດງຄວາມປິຕິຍິນດີ ທີ່ເຫັນວ່າສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຕະຫຼອດໄລຍະ 6 ທົດສະວັດທີ່ຜ່ານມາ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ, ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ການຮ່ວມມືໃນຄອບຄົວອາຊຽນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ສອງຝ່າຍມີແຜນຈະຈັດຫຼາຍກິດຈະກໍາຮ່ວມກັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ ຄົບຮອບ 60 ປີ ໃນປີໜ້ານີ້ ໃຫ້ມີບັນຍາກາດອັນຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ. ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທາງດ້ານການຄ້າ ທີ່ມີທ່ວງທ່າຂະຫຍາຍຕົວ, ເຊິ່ງໃນປີ 2024 ຜ່ານມາ ການຄ້າສອງຝ່າຍມີມູນຄ່າຫຼາຍກວ່າ 43 ລ້ານໂດລາ ສະຫະລັດ ເມື່ອທຽບໃສ່ປີ 2023 ມີພຽງ 30 ລ້ານໂດລາ ສະຫະລັດ, ພ້ອມທັງສະແດງຄວາມຊົມເຊີຍ ທີ່ຂະແໜງການຄ້າຂອງສອງປະເທດ ຈະຮ່ວມກັນຈັດກອງປະຊຸມສໍາມະນານັກທຸລະກິດລະດັບສູງ ລາວ-ມາເລເຊຍ ໃນໂອກາດຢ້ຽມຢາມໃນຄັ້ງນີ້ ເພື່ອແນໃສ່ຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນດີຍິ່ງໆຂຶ້ນ. ພ້ອມນີ້, ສອງນາຍົກລັດຖະມົນຕີ ໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຈະສືບຕໍ່ສົ່ງເສີມການຮ່ວມມືສອງຝ່າຍໃນຂະແໜງການຕ່າງໆໃຫ້ແໜ້ນແຟ້ນ ແລະ ເປັນຮູບປະທໍາຂຶ້ນຕື່ມ ເຊັ່ນ: ການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ດ້ານພະລັງງານ, ດ້ານການເງິນ ແລະ ທະນາຄານ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານກະສິກໍາ, ດ້ານວັດທະນະທໍາ ແລະ ການທ່ອງທ່ຽວ, ດ້ານສາທາລະນະສຸກ, ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ດ້ານເຕັກໂນໂລຊີ ແລະ ການສື່ສານ, ແລະ ດ້ານແຮງງານ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ມີໂອກາດຢ້ຽມຢາມມາເລເຊຍ ຢ່າງເປັນທາງການ, ເຊິ່ງເປັນຄັ້ງທໍາອິດ ນັບແຕ່ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງ ມາເລເຊຍ ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະທາງດ້ານການພັດທະນາຊັບພະຍາກອນມະນຸດ, ການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ຜ່ານມາ. ພ້ອມດຽວກັນນີ້ ພະນະທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ, ເຊິ່ງປັດຈຸບັນ ການລົງທຶນຂອງມາເລເຊຍ ມີມູນຄ່າທັງໝົດ 946 ລ້ານໂດລາ ສະຫະລັດ, ກວມເອົາ 88 ໂຄງການ ແລະ ຖືກຈັດຢູ່ໃນອັນດັບທີ 4 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ, ພ້ອມທັງໄດ້ສະເໜີໃຫ້ລັດຖະບານມາເລເຊຍ ສືບຕໍ່ຊຸກຍູ້ ແລະ ລະດົມນັກທຸລະກິດມາເລເຊຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ໂດຍສະເພາະ ຂະແຫນງການທີ່ເປັນບູລິມະສິດຂອງລັດຖະບານລາວ.

ພາຍຫຼັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ມາເລເຊຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີແລກປ່ຽນເອກະສານຮ່ວມມືສອງຝ່າຍ ຈໍານວນ 1 ສະບັບ ຄື: ບົດບັນທຶກການຮ່ວມມື (MoC) ລະຫວ່າງ ບໍລິສັດ ທ່າບົກທ່ານາແລ້ງ ຂອງ ສປປ ລາວ ແລະ ບໍລິສັດ ທ່າເຮືອປີນັງ ຂອງ ມາເລເຊຍ. ຫຼັງຈາກນັ້ນ, ກໍໄດ້ຮ່ວມກັນຖະແຫຼງຂ່າວ ຕໍ່ສື່ມວນຊົນຂອງສອງປະເທດ ກ່ຽວກັບ ຜົນສໍາເລັດຂອງການພົບປະສອງຝ່າຍຢ່າງເປັນທາງການໃນຄັ້ງນີ້.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...