spot_img
Homeຂ່າວຕ່າງປະເທດໄທກຽມອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ

ໄທກຽມອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ

Published on

ກົມສະວັດດິການ ແລະ ຄຸ້ມຄອງແຮງງານ ອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ພຶດສະພາ 2025 ກົມສະວັດດິການ ແລະ ຄຸ້ມຄອງແຮງງານ ອອກໜັງສືເຊີນຊວນ ໃຫ້ນາຍຈ້າງ ມີມື້ພັກສຳລັບເປັນປະຈຳເດືອນໂດຍໄດ້ຮັບຄ່າຈ້າງ ພ້ອມລະບຸຄືບາດກ້າວທີ່ສຳຄັນອະນາຄົດປ່ຽນຈາກ ແນະນຳ ເປັນຂໍ້ບັງຄັບທາງກົດໝາຍ.

ທ່ານ ນາງ ການ ພັດສະລິນ ລາມວົງ ສະມາຊິກຜູ້ແທນຣາຊາດອນ ກຸງເທບມະຫານະຄອນ ພັກປະຊາຊົນ ໄດ້ໂພສເຟສບຸກ ກໍລະນີກົມສະວັດດິການ ແລະ ຄຸ້ມຂອງແຮງງານອກກໜັງສືໃຫ້ທຸກຈັງຫວັດ ຕອບຮັບຂໍ້ສະເໜີເລື່ອງ: ຜ້າອະນາໄມ ເປັນສະວັດດີການ ແລະ ໃຫ້ມີມື້ພັກປະຈຳເດືອນໂດຍໄດ້ຮັບຄ່າຈ້າງ ເຊິ່ງເປັນຂໍ້ຮຽກຮ້ອງທີ່ເຄືອຄ່າຍແຮງງານພາກເໜືອໄດ້ຍື່ນໄວ້ໃນວັນຜູ້ອົບພະຍບຍ້າຍຖິ່ນສາກົນທີ່ຜ່ານມາໂດຍລະບຸວ່າ: ຖືເປັນເລື່ອງໜ້າຍິນດີຫຼາຍ ທີ່ໜ່ວຍງານລັດເລີ່ມຍົກຂໍ້ສະເໜີຂອງພາກປະຊາຊົນໄປສື່ສານຕໍຈົນຮອດລະດັບຈັງຫວັດ ເຊິ່ງສະແດງໃຫ້ເຫັນວ່າເກີດການຕອບສະໜອງເຊີງນະໂຍບາຍໄດ້ແທ້.

ທ່ານ ນາງ ການ ຍັງກ່າວຕື່ມອີກວ່າ: ຕົນ ແລະ ພັກປະຊາຊົນ ໄດ້ປຸກລະດົມນະໂຍບາຍກ່ຽວກັບສິດທິອະນາໄມຈະເລີນພັນຂອງຜູ້ມີປະຈຳເດືອນມາໂດຍຕະຫຼອດ ນັບຕັ້ງແຕ່ຜ້າອະນາໄມຟຣີ ການໃຊ້ມື້ພັກຕອນເຈັບທ້ອງປະຈຳເດືອນ ໄປຈົນຮອດສະວັດດິການດູແລສິດທິອະນາໄມຈະເລີນພັນຄົບວົງຈອນ.

ບາງເນື້ອໃນໜັງສືເຊີນຊວນມີຫຼາຍຂໍ້ສຳ ໜຶ່ງໃນນັ້ນກໍຄວາມໝັ້ນຄົງໃນການຈ້າງງານ, ປ່ຽນລະບົບການຈ້າງງານລາຍມື້ລາຍເດືອນ, ເພີ່ມຄ່າແຮງຂັ້ນຕ່ຳໃຫ້ສອດຄ່ອງກັບຄ່າຄອງຊີບ, ເວລາພັກຜ່ອນ ຈຳກັດຊົ່ວໂມງໃນການເຮັດວຽກບໍໃຫ້ເກີນ 40 ຊົ່ວໂມງຕໍ່ອາທິດ, ເພີ່ມມື້ພັກຂັ້ນຕ່ຳ, ສັກສີຄວາມເປັນມະນຸດໃນບ່ອນຮັດວຽກ, ຫ້າມເລືອກປະຕິບັດດ້ວຍເຫດແຫ່ງເພດ ຫຼື ສະຖານະພາບ ແລະ ສະເໜີໃຫ້ມີສິດລາພັກເນື່ອງຈາກມີປະຈຳເດືອນ 3 ມື້/ເດືອນ ໂດຍບໍ່ນັບໃສ່ມື້ລາປ່ວຍ ລວມເຖິງຈັດໃຫ້ມີພຶ້ນທີ່ເກັບນ້ຳນົມແມ່ ແລະ ຜ້າອະນາໄມຟຣີຢູ່ບ່ອນເຮັດວຽກ.

ທ່ານ ນາງ ການ ຍັງໄດ້ກ່າວຕື່ມອີກວ່າ: ນີ້ແມ່ນບາດກ້າວທໍາອິດທີ່ສໍາຄັນ. ເຖິງແມ່ນວ່າໃນປັດຈຸບັນທາງກົມ ສະວັດດິການ ແລະ ຄຸ້ມຄອງແຮງງານ ຍັງໃຊ້ພາສາວ່າ “ເຊີນຊວນ” ນາຍຈ້າງ, ແຕ່ການທີ່ໜ່ວຍງານລັດສະແດງຈຸດຢືນໃນທາງນະໂຍບາຍ ຄືຊ່ອງທາງທີ່ໃຊ້ຕໍ່ຍອດ ເພື່ອປ່ຽນຈາກຄຳແນະນະເປັນຂໍ້ບັງຄັບທາງກົດໝາຍ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...