spot_img
Homeຂ່າວຕ່າງປະເທດປະຊາກອນ​ ຟິ​ລິບ​ປິນ ມີ​ຫຼາຍ​ກວ່າ 100 ລ້ານ​ຄົນ

ປະຊາກອນ​ ຟິ​ລິບ​ປິນ ມີ​ຫຼາຍ​ກວ່າ 100 ລ້ານ​ຄົນ

Published on

Philippines  Philippines-march1

ຕາມ​ຂ່າວ​ຕ່າງປະເທດ ຟິ​ລິບ​ປິນ ໄດ້​ກາຍເປັນ​ປະເທດ​ທີ 12 ໃນ​ຈຳນວນ​ປະເທດ ທີ່​ມີ​ຍອດ​ຈຳນວນ​ປະຊາກອນ​ຫຼາຍ​ກວ່າ 100 ລ້ານ​ຄົນ​ຂອງ​ໂລກ ຢ່າງ​ເປັນ​ທາງ​ການ.

ເພື່ອ​ລະນຶກ​ເຖິງ​ໂອກາດ​ທີ່​ສຳຄັນ​ນີ້ ທາງ​ການ​ຟິ​ລິບ​ປີນ ໄດ້​ຕົກລົງ​ວ່າ​ຈະ​ຄັດ​ເລືອກ​ເອົາ​ເດັກນ້ອຍ​ເກີດ​ໃໝ່​ໃນ​ເວລາ 0 ໂມງ 6 ນາທີ ຫຼື ຫຼັງ 6 ນາທີ ຂອງ​ວັນ​ທີ 27 ເດືອນ​ກໍລະກົດ 2014 ຈາກ​ແຫ່ງ​ຕ່າງໆ​ຂອງ​ປະເທດ​ນີ້​ທັງ​ໝົດ 100 ຄົນ ໃຫ້​ເປັນ​ພົນລະເມືອງ​ສັນຍະລັກ​ທີ່ 100 ລ້ານ​ຄົນ ເຊິ່ງ​ເດັກນ້ອຍ​ເກີດ​ໃໝ່​ແຕ່ລະຄົນ​ຈະ​ໄດ້​ຮັບ​ເຄື່ອງ​ທີ່​ລະນຶກ ທີ່​ມີ​ມູນ​ຄ່າ​ເຖິງ 5.000 ເປ​ໂຊ (ສະກຸນ​ເງິນ​ຟິ​ລິບ​ປິນ).

ເວົ້າ​ສຳລັບ ​ປະເທດ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ທີ່​ມີ​ເນື້ອທີ່ ​ທີ່​ດິນ​ບໍ່​ຫຼາຍ​ປານໃດ​ໃນ​ປະເທດ​ນີ້​ແລ້ວ ຈຳນວນ​ປະຊາກອນ 100 ລ້ານ​ຄົນ​ດັ່ງກ່າວ ອາດ​ຈະ​ນຳ​ເອົາ​ສິ່ງ​ທີ່​ດີ​ມາ​ໃຫ້​ແກ່​ປະເທດ​ຟິ​ລິບ​ປິນ ແຕ່​ພ້ອມ​ດຽວ​ກັນ​ນັ້ນ ກໍ່​ແມ່ນ​ສິ່ງ​ທີ່​ທ້າ​ທາຍ​ໃຫຍ່​ຫຼວງ​ເຊັ່ນ​ກັນ ສະນັ້ນ ອົງການ​ກອງ​ທຶນ​ປະຊາກອນ​ຂອງ​ສະຫະ​ປະຊາ​ຊາດ ໄດ້​ຂຽນ​ໃນ​ບົດ​ລາຍ​ງານ​ສະບັບ​ໜຶ່ງ ໂດຍ​ຊີ້​ອອກ​ວ່າ: ລັດຖະບານ​ຟີ​ລິບ​ປິນ ຄວນ​ສະໜອງ​ການ​ຊ່ວຍເຫຼືອ​ດ້ານ​ການ​ສຶກ​ສາ ການ​ປະກອບ​ອາຊີບ ລະດັບ​ຊີວິດ​ການ​ເປັນ​ຢູ່ ແລະ ອື່ນໆ ໃຫ້​ແກ່​ຊາວ​ໜຸ່ມ​ພາຍ​ໃນ​ປະເທດ ໃນ​ນັ້ນ ລວມ​ທັງ​ຄວາມ​ຮູ້​ດ້ານ​ການ​ຈະເລີນ​ພັນ​ທີ່​ຖືກຕ້ອງ.

phl-pop-x-time

ຂອບໃຈຂໍ້ມູນດີໆ ຈາກ: ໜັງສືພີມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...