spot_img
Homeຂ່າວພາຍ​ໃນໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ.

ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ.

Published on

ພິທີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ.

ໃນວັນທີ 20 ພຶດສະພາ 2025 ທີ່ຫໍວັດທະນະທຳໄກສອນພົມວິຫານ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາທ່ານຫົວໜ້າພະແນກການ, ຄະນະສະຫະພັນແມ່ຍິງແຂວງ, ຄະນະບໍລິຫານງານຊາວໜຸ່ມແຂວງ, ຕະຫຼອດຄູ-ອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນແຫ່ງຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີທ່ານ ພັຕ ພູໄຟ ທັນສະໄໝ ວິຊາການພະແນກຕຳຫຼວດກວດກາ ແລະ ຄວບຄຸມຢາເສບຕິດ ແລະ ທ່ານ ພັຕ ນວນຈັນ ໂພວິເສນ ວິຊາການພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດກອງບັນຊາການ ປກສ ແຂວງ ກໍ່ໄດ້ຜັດປ່ຽນກັນນຳສະເໜີຜົນຮ້າຍຂອງຢາເສບຕິດ ແລະ ປະມວນກົດໝາຍອາຍາສະບັບປັບປຸງ ປີ 2017 ວ່າດ້ວຍການກະທຳຜິດກ່ຽວກັບຢາເສບຕິດ ເພື່ອໃຫ້ນ້ອງນັກຮຽນຜູ້ທີ່ເປັນໜໍ່ແໜງຂອງປະເທດຊາດ ໄດ້ຮັບຮູ້ເຊື່ອມຊຶມຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທີ່ເປັນພິດຕໍ່ຮ່າງກາຍ, ຊີວິດ, ຊັບສິນຂອງບຸກຄົນ, ຜົນຮ້າຍຕໍ່ຄອບຄົວ, ສັງຄົມ ແລະ ປະເທດຊາດ ພ້ອມທັງໄດ້ນຳເອົາຕົວຢ່າງຢາເສບຕິດປະເພດຕ່າງໆມາວາງສະແດງໃຫ້ນ້ອງນັກຮຽນໄດ້ເຫັນຄຸນລັກສະນະຂອງແຕ່ລະປະເພດຂອງຢາເສບຕິດ ພ້ອມແນະນຳວິທີປ້ອງກັນຕົນເອງໃຫ້ຫ່າງໄກຢາເສບຕິດປະເພດຕ່າງໆ.

ທ່ານ ພົຈວ ສົມໝາຍ ພົມມະຈັນ ໄດ້ຂຶ້ນອະທິບາຍຕື່ມຢ່າງລະອຽດຕໍ່ຄວາມອັນຕະລາຍຮ້າຍແຮງຂອງຢາເສບຕິດ ໂດຍສະເພາະແມ່ນ: ໃບກະທ້ອມ, ຢາສູບໄຟຟ້າ, ເຮໂລອິນ, ກາເຟຢາເສບຕິດ, ໝາກປຸ້ງເປົ້າ, ຄໍລາເຈນ ແລະ ຢາເສບຕິດປະເພດອື່ນໆ ເຊິ່ງແຕ່ລະຢ່າງມີລິດຮ້າຍແຮງໃນການທຳລາຍສະພາບຈິດຂອງມະນຸດ, ເຮັດໃຫ້ເກີດພາບຫຼອນ, ຫຼົງລືມ, ບໍ່ມີສະຕິໃນການຄວບຄຸມຕົນເອງ, ກາຍເປັນໄບ້ບ້າເສຍຈິດ(ຂ້າ ຫຼືທຳຮ້າຍຜູ້ອື່່ນ ໂດຍຂາດສະຕິ).

ສຳລັບໃນໄລຍະແກ້ໄຂບັນຫາຢາເສບຕິດຕະຫຼອດ 4 ປີທີ່ຜ່ານມາ ໂດຍສະເພາະພາຍໃນແຂວງສະຫວັນນະເຂດ ສາມາດຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດແຕ່ລະລາຍ ໄດ້ຢ່າງຈະແຈ້ງ ພ້ອມທັງໄດ້ຈັບກຸມຄຸມຂັງຈຳນວນຫຼາຍ ເຊິ່ງໃນ 1 ປີຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 323 ລາຍ, ມີຜູ້ຕ້ອງຫາ 495 ຄົນ, ຍິງ 46 ຄົນ, ຢຶດຂອງກາງຢາບ້າໄດ້ 801,814 ເມັດ ແລະ ຢຶດຊັບສິນຂອງກາງປະເພດອື່ນໆໄດ້ຈຳນວນຫຼາຍລາຍການ.

ເຖິງຢ່າງໃດກໍ່ດີ, ແຕ່ກໍ່ຍັງເຫັນວ່າບັນຫາຢາເສບຕິດດັ່ງກ່າວຍັງບໍ່ທັນຫຼຸດນ້ອຍຖອຍລົງເທົ່າທີ່ຄວນ, ຍັງມີຂະບວນການຄ້າຂາຍຢາເສບຕິດ ທີ່ມີການວາງແຜນເລ້ລ່ຽມຂົນສົ່ງ ແລະຄ້າຂາຍທີ່ເລິກແລບແນບນຽນ, ມີການຜະລິດຢາເສບຕິດແບບໃໝ່ ແລະມີລິດອັນຕະລາຍຮ້າຍແຮງກວ່າເກົ່າ, ມີການຫຸ້ມຫໍ່ແບບໃໝ່ປະສົມປະສານປົນເປກັບເຄື່ອງດື່ມ, ເພື່ອຫຼົບຫຼີກສາຍຕາເຈົ້າໜ້າທີ່ກໍ່ຄືຕົວະຍົວະຫຼອກລວງຊາວໜຸ່ມໃຫ້ຫຼົງໄຫຼເຂົ້າໄປມົ້ວສຸມກັບຢາເສບຕິດຫຼາຍຂຶ້ນ. ນອກນັ້ນຍັງໄດ້ມ້າງກຸ່ມແກ້ງມົ້ວສຸມໄດ້ທັງໝົດ 36 ຄັ້ງ, ກັກຕົວຜູ້ມົ້ວສຸມໄດ້185 ຄົນ, ຍິງ 68 ຄົນ ແລະໄດ້ໂຄສະນາສຶກສາອົບຮົມ ແລະເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຢູ່ຕາມສະຖາບັນການສຶກສາ, ໂຮງຈັກ-ໂຮງງານ ແລະຊຸມຊົນໄດ້ທັງໝົດ 49 ຄັ້ງ, ມີຜູ້ເຂົ້າຮ່ວມຈຳນວນ 12,694 ຄົນ, ຍິງ 6,925 ຄົນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...