Homeຂ່າວທ້ອງຖິ່ນພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ

ພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ

Published on

ເຈົ້າໜ້າທີ່ກອງກວດກາປ່າໄມ້ ພົບເຫັນການລັກລອບຕັດໄມ້-ເລື່ອຍໄມ້ ຢູ່ເຂດເມືອງກາສີ

ຈົ້າໜ້າທີ່ກອງກວດກາປ່າໄມ້ ແຂວງວຽງຈັນ ໄດ້ລົງກວດກາພົບເຫັນການລັກລອບຕັດໄມ້, ເລື່ອຍໄມ້ຢູ່ເຂດປ່າປ້ອງກັນແຫ່ງຊາດແຫຼ່ງນ້ຳເຟືອງ ແລະ ປ່າຜະລິດແຫ່ງຊາດຫ້ວຍສຽດແຕ່ບໍ່ພົບເຫັນຜູ້ກະທຳຜິດ ຈຶ່ງໄດ້ຢຶດ, ອາຍັດໄມ້ໄວ້, ປັດຈຸບັນເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງວຽງຈັນຍັງສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ສືບສວນ-ສອບສວນ ຊອກຫາເປົ້າໝາຍຜູ້ກະທຳຜິດມາດຳເນີນຄະດີຕາມຂະບວນການຂອງກົດໝາຍ.

ອີງຕາມຂໍ້ມູນຈາກກອງກວດກາປ່າໄມ້ແຂວງວຽງຈັນໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄໍາສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາພັດທະນາ ແລະ ນຳໃຊ້ຊັບພະຍາກອນປ່າໄມ້, ທີ່ດິນປ່າໄມ້ ພ້ອມທັງຕ້ານ, ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ກໍຄື ການເພີ່ມທະວີຄວາມເຂັ້ມງວດ ໃນການບັງຄັບໃຊ້ກົດໝາຍ ວ່າດ້ວຍປ່າໄມ້ໃຫ້ນັບມື້ມີຜົນສັກສິດຂຶ້ນເລື້ອຍໆ.

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງວຽງຈັນ ແລະ ເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງປະສານສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງກາສີ ເພື່ອລົງກວດກາລາດຕະເວນສະກັດກັ້ນການລັກລອບບຸກລຸກທຳລາຍຊັບພະຍາກອນປ່າໄມ້, ການຕັດໄມ້, ເລື່ອຍໄມ້ ຢູ່ເຂດບ້ານຫ້ວຍພັນຫຼາ ເມືອງກາສີ ແຂວງວຽງຈັນ ຕາມຂໍ້ມູນແຫຼ່ງຂ່າວເປົ້າໝາຍລາຍງານຈາກຜູ້ຫວັງດີ ຈຶ່ງໄດ້ພ້ອມກັນລົງກວດກາຕາມຈຸດພິກັດ ຂໍ້ມູນເປົ້າໝາຍເຫັນວ່າການລັກລອບຕັດໄມ້, ເລື່ອຍໄມ້ດັ່ງກ່າວ ແມ່ນຢູ່ໃນເຂດຫວງຫ້າມ ປ່າປ້ອງກັນແຫ່ງຊາດແຫຼ່ງນ້ຳເຟືອງ ແລະ ປ່າຜະລິດແຫ່ງຊາດຫ້ວຍສຽດ ບ້ານຫ້ວຍພັນຫຼາ (ເຂດຫ້ວຍໄຄ້).
ເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງວຽງຈັນໃຫ້ຮູ້ອີກວ່າ: ຜ່ານການລົງກວດກາໄດ້ພົບເຫັນການຕັດໄມ້ໜ້າຂຽງທ່ອນສັ້ນທ້ອນໂຮມໄວ້ຢູ່ປ່າມີ ຈຳນວນ 260 ທ່ອນສັ້ນ (ບ່ອມ) = 11.440 ແມັດກ້ອນ (ຊະນິດໄມ້ເຫຼັກ) ແລະ ໄມ້ທີ່ເລື່ອຍເປັນຕັບ/ແປຮູບ ຈຳນວນ 62 ຕັບ/ໂຕ = 4.990 ແມັດກ້ອນ (ຊະນິດໄມ້ຍົມຜາ ແລະ ໄມ້ກວາງແດງ) ແຕ່ບໍ່ພົບເຫັນຜູ້ກະທຳຜິດ ຈຶ່ງໄດ້ຢຶດ, ອາຍັດໄມ້ຈຳນວນດັ່ງກ່າວໄວ້ເພື່ອເປັນຫຼັກຖານ ປັດຈຸບັນທາງເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງວຽງຈັນຍັງສືບຕໍ່ພົວພັນປະສານສົມທົບກັບອຳນາດການປົກເມືອງກາສີ ແລະ ພາກສ່ວນກ່ຽວຂ້ອງ ເພື່ອດຳເນີນການສືບສວນ-ສອບສວນ ຊອກຫາເປົ້າໝາຍຜູ້ກະທຳຜິດມາດຳເນີນຄະດີຕາມຂະບວນການຂອງກົດໝາຍ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...