spot_img
Homeຂ່າວພາຍ​ໃນເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເປັນທາງການ

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເປັນທາງການ

Published on

ເປີດກອງປະຊຸມຄົບຄະນະ ຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19 ພຶດສະພາ ນີ້ ທີ່ສຳນັກງານສູນກາງພັກໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດ ທີ່ພັກເຮົາຫາກໍຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ຢ່າງເປັນຂະບວນຟົດຟື້ນ; ພ້ອມກັນນັ້ນ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໃນໄລຍະທ້າຍສະໄໝ,ບັນດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ພວມຂຸ້ນຂ້ຽວສຸມໃສ່ກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກຕົນ ໃຫ້ສໍາເລັດຕາມແຜນທີ່ວາງອອກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ໃນທ່າມກາງສະພາບການຂອງສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ, ໂດຍສະເພາະຢູ່ພາຍໃນປະເທດເຮົາເຖິງວ່າສະພາບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນຄ່ອຍຜ່ອນຄາຍລົງ ແລະ ມີທ່ວງທ່າຂະຫຍາຍຕົວດີຂຶ້ນແຕ່ກໍຍັງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການທີ່ຕ້ອງໄດ້ເອົາໃຈໃສ່.

ກອງປະຊຸມສູນກາງຄັ້ງນີ້ຈະໄດ້ພ້ອມກັນພິຈາລະນາ, ຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງວຽກງານສຳຄັນດັ່ງນີ້:

ໜຶ່ງ, ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;

ສອງ, ຄົ້ນຄວ້າມີຄໍາເຫັນຊີ້ນໍາຕໍ່ຮ່າງເອກະສານ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຊຶ່ງປະກອບມີ 5 ເອກະສານຄື: ຮ່າງໂຄງການການເມືອງຂອງພັກ; ຮ່າງລາຍງານການເມືອງ; ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ; ກົດລະບຽບຂອງພັກ ສະບັບປັບປຸງ; ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ສະໄໝທີ XI.

ສາມ, ຕີລາຄາກ່ຽວກັບ ຜົນດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກ ອ້ອມຂ້າງແຂວງ-ນະຄອນຫຼວງ ແລະ ຮາກຖານພັກອ້ອມຂ້າງກະຊວງ-ອົງການ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ການດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ, ນະຄອນຫຼວງວຽງຈັນ, ກະຊວງ, ອົງການ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກໃຫ້ບັນດາສະຫາຍກໍາມະການສູນກາງພັກ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃສ່ຕໍ່ການຄົ້ນຄວ້າເອກະສານຕ່າງໆ ໃຫ້ລະອຽດຖີ່ຖ້ວນ, ມີການສັງເກດຕີລາຄາ, ໄຈ້ແຍກບັນຫາໃຫ້ເລິກເຊິ່ງ, ຮອບຄອບ, ພາວະວິໄສ ແລະ ຢືນຢູ່ບົນຈິດໃຈປະຕິວັດບຸກ, ສ້າງການຫັນປ່ຽນ ທີ່ແຂງແຮງ, ກ້າຄິດ, ກ້າສະເໜີ, ໃຫ້ທິດຊີ້ນໍາຕໍ່ບັນຫາສຳຄັນຕ່າງໆ, ເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງອອກ ຕອບສະໜອງໄດ້ຕາມຄວາມຄອງຄອຍຂອງສັງຄົມ, ສ້າງຄວາມສັດທາ, ເຊື່ອໝັ້ນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງປະຊາຊົນ ຕໍ່ບົດບາດການນຳພາຂອງພັກເຮົາ.
ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 5 ວັນ ຈົນເຖິງວັນທີ 23 ພຶດສະພາ 2025 ຈຶ່ງຈະປິດລົງ.
(ຂ່າວ: ຫສພ, ພາບ: ສຸກສະຫວັນ)

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...