Home​ຂ່າວບັນເທິງຮັກອິຫຼີ ກຳລັງຈະຖ່າຍທຳພາກສອງ

ຮັກອິຫຼີ ກຳລັງຈະຖ່າຍທຳພາກສອງ

Published on

1526459_737700246308786_1511508305329278889_n

ໜັງຮັກອິຫຼີເປັນໜັງຕະຫຼົກ ທີ່ເອົາເລື່ອງຕະຫຼົກໆ ຂອງຄູ່ຮັກມານຳສະເໜີ ປະສົມປະສານກັບຄວາມເຊື່ອແບບຕະຫຼົກໆ ແລ້ວຈັບເອົາໂຕລະຄອນທີ່ຕະຫຼົກໆ ມາສະແດງແບບຕະຫຼົກໆ ກໍເລີຍໄດ້ຮັບຄວາມນິຍົມຊົມຊອບ ຈາກຜູ້ມັກຮັກໃນການເບິ່ງໜັງ ຈົນສາມາດກວາດລາຍໄດ້ຈາກການ ເຂົ້າໂຮງສາຍຮູບເງົາພາຍໃນປະເທດ ຫຼາຍກວ່າຕື້ກີບ ຖືວ່າເປັນໜັງຂອງລາວເລື່ອງທຳອິດ ທີ່ມີລາຍຮັບຈາກການສາຍ ຫຼາຍຂະໜາດນີ້.

10307200_651714261574052_6598992873847826915_n

ແລະມາຮອດປັດຈຸບັນນີ້ຮູບເງົາ ເລື່ອງດັ່ງກ່າວນັ້ນໄດ້ຖືກປ້ຳໃສ່ແຜ່ນ ດີວີດີວາງຂາຍຕາມຮ້ານຂາຍແຜ່ນ ຊີດີທົ່ວປະເທດແລ້ວ ດ້ວຍລາຄາທີ່ຖືກແລະທຸກຄົນສາມາດຊື້ມາເບິ່ງໄດ້. ໃນຂະນະທີ່ຄະນະຜູ້ສ້າງໄດ້ບອກກັບ ນັກຂ່າວເຮົາວ່າ ຍ້ອນເຫັນວ່າປະຊາຊົນລາວ ມັກໜັງເລື່ອງນີ້ຫຼາຍ ກໍເລີຍອັດໃສ່ແຜ່ນຈຳໜ່າຍເພື່ອຫຼາຍຄົນທີ່ ບໍ່ທັນມີໂອກາດໄດ້ເບິ່ງ ໄດ້ຊອກຊື້ໄປເບິ່ງ.

10418145_664326760312802_5607178843015508515_n

ພ້ອມກັນນັ້ນ, ເຈ້ຍ ປາຊີຟິກ ພະເອກໜັງຮັກອິຫຼີຍັງແຍ້ມບອກ ນັກຂ່າວເຮົາວ່າກຳລັງຊິຖ່າຍທຳ ໜັງຮັກອິຫຼີພາກສອງ ເຊິ່ງຈະເລິ່ມລົງມືຖ່າຍຫຼັງຈາກສະຫຼອງ ປີໃໝ່ແລ້ວ ແລະຄາດວ່າຈະໄດ້ເຂົ້າໂຮງ ໃນໄລຍະເດືອນ ກໍລະກົດ 2015. ສ່ວນນັກສະແດງຍັງແມ່ນທີມເກົ່າ ແຕ່ຈະເພິ່ມໂຕລະຄອນເຂົ້າມາ, ເນື້ອໃນຈະເຂັ້ມຂຸ້ນກວ່າເກົ່າ, ມີຄວາມຕະຫຼົກເຮຮາຫຼາຍກວ່າເກົ່າ, ເປັນຕາຢ້ານຫຼາຍກວ່າເກົ່າ ແລະຊຶ້ງຫຼາຍກວ່າເກົ່າ ເພາະຫຼັງຈາກພາກໜຶ່ງອອກໄປ ເຮົາກໍໄດ້ປະສົບການ ຮູ້ວ່າສັງຄົມມັກແບບໃດ ໄດ້ບົດຮຽນຫຼາຍຂຶ້ນ ຈຶ່ງຝາກເຖິງແຟນໆ ວ່າ ຢ່າລືມຕິດຕາມ ຮັກອິຫຼີພາກສອງເດີ້ !!

10407115_737700272975450_4481816089282397049_n

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...