spot_img
Homeຂ່າວຢາເສບຕິດແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

Published on

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ.

ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ ປ້າຍທະບຽນສີຟ້າ ກກ 0399 ບໍ່ເເກ້ວ ຂັບຂີ່ມາແຕ່ທາງເມືອງຕົ້ນເຜິ້ງ ໄດ້ຜ່ານຈຸດກວດການໍ້າເກິ່ງ ຈະມຸ້ງໜ້າໄປເມືອງຫ້ວຍຊາຍ ແຕ່ເຈົ້າໜ້າທີ່ແມ່ນບໍ່ໄດ້ລັດ, ພໍລົດຄັນດັ່ງກ່າວຜ່ານຈຸດກວດກາໄປ ທາງເຈົ້າໜ້າທີ່ຈຶ່ງສັງເກດເຫັນປ້າຍທາງຫຼັງລົດແມ່ນຜິດປົກກະຕິຄື: ທາງດ້ານໜ້າແມ່ນຕິດປ້າຍລັດ ທະບຽນສີຟ້າ ກກ 0399 ບໍ່ເເກ້ວ ແຕ່ທາງດ້ານຫຼັງແມ່ນຕິດປ້າຍເຫຼືອງ ທະບຽນ ກກ 8220 ໄຊຍະບູລີ ເມື່ອເຫັນແນວນັ້ນ ທາງເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດຕິດຕາມໄປ ຈົນຮອດເຂດປ່າຊ້າບ້ານ ນໍ້າຍອນ ເມືອງຫ້ວຍຊາຍ ຈຶ່ງເຫັນລົດຟໍຈຸນເນີຄັນດັ່ງກ່າວ ແລະ ລົດກະບະລີໂວ ສີຂາວ ບໍ່ຈື່ປ້າຍທະບຽນ ຈອດຢູ່ແຄມທາງ ພ້ອມທັງມີຄົນ ປະມານ 2-3 ຄົນ ລົງຈາກລົດມາປ່ຽນປ້າຍທະບຽນລົດຟໍຈູນເນີ, ທາງເຈົ້າໜ້າທີຈຶ່ງໄດ້ຈອດລົດເພື່ອຈະລົງໄປກວດກາ ແຕ່ກຸ່ມຄົນດັ່ງກ່າວແມ່ນໄດ້ແລ່ນຂຶ້ນລົດແລ້ວຂັບລົບໜີ.

ທາງເຈົ້າໜ້າທີ່ຈຶ່ງໄດ້ຍິງປືນໃສ່ ຈໍານວນ 02 ນັດ ແຕ່ພວກກ່ຽວບໍ່ຈອດ, ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດໄລ່ຕາມ ຈົນຮອດສົ້ນຂົວບ້ານປາກງາວ ລົດຟໍຈຸນເນີ ແມ່ນໄດ້ລ້ຽວເຂົ້າໄປທາງບ້ານ ນໍ້າແລ, ສ່ວນລົດກະບະລີໂວ ແມ່ນໄດ້ແລ່ນໄປທາງເມືອງຫ້ວຍຊາຍ, ເຈົ້າໜ້າທີ່ແມ່ນໄດ້ຂີ່ລົດໄລ່ຕາມລົດຟໍຈູນເນີ ເຂົ້າໄປທາງບ້ານ ນໍ້າແລ ພ້ອມທັງຍິງປືນໃສ່ຈຳນວນ 08 ນັດ ແຕ່ກໍຍັງບໍ່ຍອມຈອດ ແລະທາງເຈົ້າໜ້າທີ່ກໍໄດ້ຂັບລົດໄລ່ຕາມໄປໄດ້ປະມານ 02 ກິໂລແມັດ ຈຶ່ງໄດ້ເຫັນລົດຄັນດັ່ງກ່າວຈອດຢູ່ແຄມທາງ ສ່ວນຄົນຂັບແມ່ນໄດ້ແລ່ນໜີເຂົ້າໄປໃນປ່າ ທາງເຈົ້າໜ້າທີ່ກໍ່ໄດ້ໄລ່ຈັບ ແຕ່ຜູ້ກ່ຽວເອົາຕົວລົບໜີໄດ້. ຈາກນັ້ນ, ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງ ຈຶ່ງໄດ້ປະສານຫາກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອໃຫ້ໄປສົມທົບກວດກາລົດຄັນດັ່ງກ່າວ.

ເຫັນວ່າລົດຟໍຈູນເນີ ສີປອນ ປ້າຍທະບຽນແມ່ນ ກກ 8220 ໄຊຍະບູລີ, ສ່ວນປ້າຍທະບຽນສີຟ້າ ກກ 03999 ບໍ່ແກ້ວ ແມ່ນພຽງແຕ່ເອົາກາວສອງໜ້າມາຕິດທັບໃສ ເພື່ອອໍາພາງເຈົ້າໜ້າທີ່.

ຕໍ່ກັບຄະດີດັ່ງກ່າວ ທາງເຈົ້າໜ້າທີ່ວິຊາສະເພາະ ພວມດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ໃນການຄ້າ-ຂາຍຢາເສບຕິດໃນຄັ້ງນີ້ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ປກສ ແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...