spot_img
Homeຂ່າວການພັດທະນາເປີດການນໍາໃຊ້ຢ່າງເປັນທາງການ ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດ

ເປີດການນໍາໃຊ້ຢ່າງເປັນທາງການ ທ່າທຽບເຮືອເລກ 3 ທ່າເຮືອສາກົນ ລາວ-ຫວຽດ

Published on

ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແຫ່ງ ສປປ ລາວ ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຄື່ອນໄຫວຢູ່ ແຂວງຮ່າຕິ້ງ ສສ ຫວຽດນາມ ເພື່ອຮ່ວມກັບ ສະຫາຍ ເລືອງເກືອງ ກໍາມະການກົມການເມືອງສູນກາງພັກ ປະທານປະເທດ ແຫ່ງ ສສ ຫວຽດນາມ ເປັນສັກຂີພິຍານໃນພິທີເປີດການນໍາໃຊ້ຢ່າງເປັນທາງການ ທ່າທຽບເຮືອເລກ 3, ທ່າເຮືອສາກົນ ລາວ-ຫວຽດ ແຂວງຮ່າຕິ້ງ ໃນວັນທີ 28 ເມສານີ້.

ທ່າເຮືອສາກົນ ລາວ-ຫວຽດ, ລວມມີ ທ່າທຽບ ເຮືອ 1, 2 ແລະ 3, ຕັ້ງຢູ່ໃນເຂດເສດຖະກິດຫວຸ້ງອາງຕາແສງກີ່ແອງ ແຂວງຮ່າຕິ້ງ ສສ ຫວຽດນາມ ຊຶ່ງຄຸ້ມຄອງບໍລິຫານ ແລະ ພັດທະນາໂດຍ ບໍລິສັດຫຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດ; ໃນນັ້ນ, ລັດວິສາຫະກິດ ລາວເອເຊຍ ໂທລະຄົມ ໃນນາມຕາງໜ້າລັດຖະບານລາວ ຖືຫຸ້ນຮ່ວມກັບ ຝ່າຍຫວຽດນາມ (ຝ່າຍລາວຖືອັດຕາຮຸ້ນ 60% ແລະ ຝ່າຍຫວຽດນາມ ຖືອັດຕາຮຸ້ນ 40%). ພິທີດັ່ງກ່າວນີ້, ເປັນເຫດການທີ່ມີຄວາມໝາຍທາງປະຫວັດສາດອັນສໍາຄັນຍິ່ງສໍາລັບ ສປປ ລາວ, ເປັນສັນຍາລັກທາງປະຫວັດສາດທີ່ສຳຄັນໃຫ້ແກ່ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະໃໝ່ ແລະ ເປັນຂອງຂວັນອັນລ້ຳຄ່າ ທີ່ ພັກ, ລັດ ແລະ ປະຊາຊົນ ຫວຽດ ນາມ ອ້າຍນ້ອງ ມອບໃຫ້ ພັກ, ລັດ ແລະ ປະຊາຊົນລາວ ຊຶ່ງເປັນການຢືນຢັນໃຫ້ເຫັນເຖິງນໍ້າໃຈ ແລະ ໄມຕີຈິດແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ອັນສະເໝີຕົ້ນສະເໝີປາຍ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ບໍ່ມີຍາມເຊື່ອມຄາຍ, ນັບມື້ນັບໜັກແໜ້ນ, ເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ໂຄງການ ທ່າເຮືອສາກົນ ລາວ-ຫວຽດ ເປັນໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ແລະ ເປັນກຳລັງແຮງອັນສຳຄັນໃຫ້ ສປປ ລາວ ໃນການບັນລຸຍຸດທະສາດ: “ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ” ໃຫ້ປະກົດຜົນເປັນຈິງ, ຊຶ່ງຈະຊ່ວຍໃຫ້ ສປປ ລາວ ຍົກສູງຂີດຄວາມສາມາດໃນຂະແໜງ ຄົມມະນາຄົມ-ຂົນສົ່ງຂອງຕົນ ໃຫ້ມີຄຸນນະພາບໃໝ່, ໂດຍສະເພາະການຂົນສົ່ງສິນຄ້າຜ່ານທາງທະເລຂອງລາວ ໃຫ້ມີການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ເພື່ອແນໃສ່ຊຸກຍູ້ສົ່ງເສີມການຄ້າ-ການລົງທຶນ ກັບຕ່າງປະເທດໃຫ້ນັບມື້ຫຼາຍຂຶ້ນໃນຕໍ່ໜ້າ.

ຕາງໜ້າໃຫ້ ລັດຖະບານສອງປະເທດ, ສະຫາຍ ຫງວຽນ ຈີ່ ຢູງ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ສປປ ລາວ ໄດ້ຂຶ້ນກ່າວຄໍາເຫັນຕໍ່ພິທີຕາມລໍາດັບ; ໃນນັ້ນ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຈົດຈຳລໍາລຶກຢ່າງສຸດຊຶ້ງຕໍ່ ປະທານ ໂຮ່ຈິມິນ ຜູ້ນໍາທີີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກ ຊຶ່ງເປັນຜູ້ໃຫ້ກຳເນີດ ແລະ ໄດ້ເປັນແບບຢ່າງອັນໃສແຈ້ງ ແຫ່ງການຖະນຸຖະໜອມ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ກາຍເປັນສາຍພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກໃນການພົວພັນສາກົນ, ໃນເງື່ອນໄຂທີ່ສະພາບການຂອງພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກໃນປັດຈຸບັນນີ້ ສອງປະເທດຍິ່ງຕ້ອງໄດ້ສືບຕໍ່ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກ່ວາເກົ່າ, ຮັກສາໄວ້ໃຫ້ເປັນມໍລະດົກ ໃຫ້ຄົນຮຸ່ນໃໝ່ຂອງສອງປະເທດ ແລະ ຖືເອົາການປົກປັກຮັກສາສາຍພົວພັນດັ່ງກ່າວ ເປັນຄວາມຮັບຜິດຊອບ ແລະ ພັນທະອັນສູງສົ່ງຂອງຄົນຮຸ່ນໃໝ່ ເພື່ອໃຫ້ສົມກັບການເສຍສະຫຼະອັນໃຫຍ່ຫຼວງ ແລະ ຄວາມມຸ່ງມາດປາຖະໜາອັນແຮງກ້າຂອງບັນພະບູລຸດຂອງສອງປະເທດ ແລະ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ; ຕີລາຄາສູງຕໍ່ການພິທີເປີດນຳໃຊ້ທ່າທຽບທ່າເຮືອເລກ 3 ໃນຄັ້ງນີ້, ທັງເປັນຄວາມເອກອ້າງທະນົງໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ສາມາດເຮັດໃຫ້ຄວາມປາຖະໜາອັນແຮງກ້າ ແລະ ຄວາມຄອງຄອຍຂອງຕົນທີ່ຢາກມີທາງອອກສູ່ທະເລປະກົດຜົນເປັນຈິງ; ສະແດງຄວາມຂອບໃຈ ຕໍ່ພັກລັດຖະບານຫວຽດນາມ ກໍຄື ອໍານາດການປົກຄອງແຂວງຮ່າຕິ້ງ ທຸກຂັ້ນທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃຫ້ບູລິມະສິດ ແລະ ອໍານວຍຄວາມສະດວກແກ່ ໂຄງການທ່າເຮືອສາກົນ ລາວ-ຫວຽດ ອັນມີຄວາມໝາຍປະຫວັດສາດ, ທັງເປັນຂອງຂວັນອັນລໍ້າຄ່າທີ່ສຸດ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ; ຢືນຢັນວ່າ ຈະຮ່ວມກັບ ສະຫາຍຫວຽດນາມ ນໍາໃຊ້ທ່າເຮືອແຫ່ງນີ້ໃຫ້ມີປະສິດທິຜົນທີ່ສຸດ, ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ ລາວ-ຫວຽດນາມ, ພ້ອມກັນສືບຕໍ່ການເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດລາວ ຍັງໄດ້ເຄື່ອນໄຫວຢ້ຽມຢາມ ກອງບັນຊາການທະຫານເຂດ 4 ຢູ່ນະຄອນວິງ ແຂວງເຫງະອານ; ພົບປະກັບ ຄະນະພັກ, ອໍານາດການປົກຄອງແຂວງຮ່າຕິ້ງ ແລະ ສືບຕໍ່ນໍາພາຄະນະ ທີ່ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມ ເປັນເອກະພາບ ຄົບຮອບ 50 ປີ ຢູ່ ນະຄອນໂຮ່ຈິມິນ, ສສ ຫວຽດນາມ.

ຂ່າວ-ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ

ບົດຄວາມຫຼ້າສຸດ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025. ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025...

ຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

ຍທຂ ຊີ້ແຈງ ເສັ້ນທາງເປ່ເພ ຍ້ອນກໍ່ສ້າງມາດົນ ນຳໃຊ້ມາດົນ ງົບປະມານທີ່ນຳໃຊ້ໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ...