spot_img
Homeຊີວິດແລະຄວາມຮັກຂໍ້ແນະນຳໃນການດຳເນີນຊີວິດ

ຂໍ້ແນະນຳໃນການດຳເນີນຊີວິດ

Published on

1. ລະນຶກສະເໝີວ່າການຈະໄດ້ພົບຄວາມຮັກ ແລະຄວາມສຳເລັດອັນຍິ່ງໃຫຍ່ ກໍຕ້ອງປະສົບກັບຄວາມສ່ຽງອັນມະຫາສານເຊັ່ນກັນ.

2. ເມື່ອທ່ານລົ້ມແຫຼວ ຢ່າລືມເກັບໄວ້ເປັນບົດຮຽນ

3. ຈົ່ງປະຕິບັດຕາມຫຼັກ 3Rs ຄື:

ກ. ເຄົາລົບຕົນເອງ (Respect for self) ຖ້າຫາກເຮົາບໍ່ເຄົາລົບຕົນເອງ ແລ້ວໃຜຈະເຄົາລົບເຮົາ ຈົ່ງລະນຶກເອົາໄວ້.

ຂ. ເຄົາລົບຜູ້ອື່ນ (Respect for others) ເມື່ອເຮົາເຄົາລົບຕົນເອງແລ້ວ ເຮົາຕ້ອງເຄົາລົບຄົນອື່ນນຳ.

ຄ. ຮັບຜິດຊອບຕໍ່ການກະທຳຂອງຕົນ (Responsibility for all your actions) ຖ້າເຮົາບໍ່ຮັບຜິດຊອບຕໍ່ການກະທຳຂອງເຮົາແລ້ວ ໃຜຈະມາຮັບຜິດແທນເຮົາ.

4. ຈົ່ງຈື່ໄວ້ວ່າ ການທີ່ບໍ່ເຮັດຕາມໃຈປາຖະໜາຂອງຕົນ ບາງເທື່ອກໍໃຫ້ໂຊກຢ່າງໜ້າມະຫັດສະຈັນ.

5. ຈົ່ງຮຽນຮູ້ກົດ ເພື່ອຈະຮູ້ວິທີການຝ່າຝືນຢ່າງເໝາະສົມ

6. ຈົ່ງຢ່າປ່ອຍໃຫ້ການຜິດຖຽງດ້ວຍເລື່່ອງ ພຽງເລັກໜ້ອຍ ມາທຳລາຍມິດຕະພາບ ອັນຍິ່ງໃຫຍ່ຂອງທ່ານ.

7. ເມື່ອທ່ານຮູ້ວ່າເຮັດຜິດ ຈົ່ງຢ່າລໍຊ້າທີ່ຈະແກ້ໄຂ

8. ຈົ່ງໃຊ້ເວລາໃນການຢູ່ລຳພັງພຽງຜູ້ດຽວ ໃນແຕ່ລະມື້.

9. ຈົ່ງອ້າແຂນຮັບການປ່ຽນແປງ ແຕ່ຢ່າປ່ອຍໃຫ້ຄຸນຄ່າຂອງທ່ານ ຫຼຸດລອຍຈາກໄປ.

10.​ຈົ່ງລະນຶກໄວ້ວ່າ ບາງເທື່ອຄວາມງຽບ ກໍເປັນຄຳຕອບທີ່ດີທີ່ສຸດ.

11. ຈົ່ງດຳເນີນຊີວິດດ້ວຍຄວາມຊື່ສັດ ບໍລິສຸດເພື່່ອທີ່ວ່າເມື່ອທ່ານອາຍຸຫຼາຍຂຶ້ນ ແລະຄິດຫວນກັບ ທ່ານຈະສາມາດມີຄວາມສຸກ ກັບສິ່ງທີ່ໄດ້ເຮັດລົງໄປໄດ້ອີກຄັ້ງໜຶ່ງ.

12. ບັນຍາກາດອັນອົບອຸ່ນໃນຄອບຄົວ ເປັນພື້ນຖານສຳຄັນຂອງຊີວິດ.

13. ເມື່ອເກີດຂັດໃຈກັບຄົນທີ່ທ່ານຮັກ ໃຫ້ຢຸດໄວ້ພຽງແຕ່ເລື່ອງປັດຈະບັນ ຢ່າຂຸດຄຸ້ຍເລື່ອງໃນອະດີດ.

14. ຈົ່ງແບ່ງປັນຄວາມຮູ້ເພື່ອເປັນ ຫົນທາງກ້າວສູ່ຄວາມເປັນອະມະຕະ.

15. ຈົ່ງສຸພາບກັບໂລກໜ່ວຍນີ້.

16. ຈົ່ງຫາໂອກາດທ່ອງທ່ຽວໄປ ຍັງສະຖານທີ່ຕ່າງໆ ທີ່ທ່ານບໍ່ເຄີຍໄປ ຢ່າງໜ້ອຍປີລະເທື່ອ ເພື່ອລຶບລ້າງຄວາມຄິດເກົ່າໆ ອອກແດ່.

17. ຈົ່ງຈື່ໄວ້ວ່າ ຄວາມສຳພັນ ທີ່ດີທີ່ສຸດ ຄືຄວາມຮັກ ບໍ່ແມ່ນຄວາມໄຄ່.

18. ຈົ່ງຕັດສິນຄວາມສຳເລັດຂອງຕົນເອງ ດ້ວຍສິ່ງທີ່ຕ້ອງເສຍສະຫຼະ.

19. ຈົ່ງເຂົ້າໃກ້ຄວາມຮັກດ້ວຍການປ່ອຍວາງ


ອ່ານບົດຄວາມດີໆ ອີກຢ່າງຫຼວງຫຼາຍລຸ່ມນີ້: 

ບໍ່ມີເວລາໃດທີ່ຄົນເຮົາຈະພ້ອມທຸກຢ່າງ

ສິ່ງທີ່ຕ້ອງເຮັດ ເມື່ອອາຍຸຫຼາຍຂຶ້ນ

ຂໍ້ແນະນຳໃນການດຳເນີນຊີວິດ

ແຈກຟຣີ ຢາອາຍຸຍືນ !!

10 ພຶດຕິກໍາທີ່ບໍ່ເປັນຕາຄົບ

ໃຜໄດ້ອ່ານບົດຄວາມນີ້ຈົບ ຜູ້ນັ້ນຈະເປັນຄົນໂຊກດີ 

ປະໂຫຍດ 10  ຢ່າງທີ່ເກີດຈາກການຢູ່ຄົນດຽວ 

ບັນທຶກຂອງພໍ່ 

5 ວິທີ​ງ່າຍໆ ຖ້າ​ບໍ່​ຢາກ​ຖືກ​ນິນ​ທາ 

5 ຂໍ້ທີ່ຄົນໃກ້ຕາຍຮູ້ສຶກເສຍດາຍທີ່ສຸດ

26 ຮູບນີ້ຈະເຮັດໃຫ້ເຮົາເບິ່ງ “ໂລກຂອງເຮົາ” ບໍ່ຄືເກົ່າອີກຕໍ່ໄປ 

20 ຂໍ້ ທີ່ຄວນໃຫ້ລູກຮູ້ ແລະປະຕິບັດກ່ອນ ອາຍຸ 45 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...