Homeແຈ້ງການແຈ້ງການໃຫ້ລະວັງຕົວ ຂອງກຸ່ມຄົນບໍ່ດີ ທີ່ຕົວະຍົວະຫຼອກລວງຜ່ານທາງສື່ສັງຄົມອອນລາຍ

ແຈ້ງການໃຫ້ລະວັງຕົວ ຂອງກຸ່ມຄົນບໍ່ດີ ທີ່ຕົວະຍົວະຫຼອກລວງຜ່ານທາງສື່ສັງຄົມອອນລາຍ

Published on

ແຈ້ງການໃຫ້ລະວັງຕົວ ຂອງກຸ່ມຄົນບໍ່ດີ ທີ່ຕົວະຍົວະຫຼອກລວງຜ່ານທາງສື່ສັງຄົມອອນລາຍ ໃຫ້ສະຫນອງຂໍ້ມູນສ່ວນຕົວ ເພື່ອສໍ້ໂກງເອົາເງິນໃນບັນຊີ

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເຖິງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ ລັດຖະກອນ, ທະຫານ, ຕໍາຫຼວດ, ຕະຫຼອດຮອດຜູ້ ທີ່ຢູ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ກ່ຽວກັບໃຫ້ມີສະຕິລະວັງຕົວ ຕໍ່ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ທີ່ຕົວະຍົວະຫຼອກລວງຜ່ານທາງສື່ສັງ ຄົມອອນລາຍໃຫ້ສະຫນອງຂໍ້ມູນສ່ວນຕົວ ເພື່ອສໍ້ໂກງເອົາເງິນໃນບັນຊີທະນາຄານຂອງລູກຄ້າ.

ຫ້ອງການ ທະນາຄານແຫ່ງ ສປປ ລາວ (ທຫລ) ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ໃນໄລຍະຜ່ານມາກໍ່ຄືປັດຈຸ ບັນໄດ້ມີກຸ່ມຄົນບໍ່ດີ (ມິດສາຊີບ) ເຄື່ອນໄຫວຕົວະຍົວະຫຼອກລວງຜ່ານທາງສື່ສັງຄົມອອນລາຍຕ່າງໆ ດ້ວຍວິທີຊັກຊວນ ໃຫ້ເຂົ້າຮ່ວມກິດຈະກໍາຫຼິ້ນເກມເພື່ອຊິງໂຊກ, ແຈກເງິນ, ປ່ອຍສິນເຊື່ອອອນລາຍ ເຮັດໃຫ້ຜູ້ທີ່ຮູ້ເທົ່າບໍ່ເຖິງການເປັນເຫຍື່ອ ກົດລິ້ງ ແລະ ສະຫນອງຂໍ້ມູນສ່ວນຕົວທີ່ເປັນຄວາມລັບ ເຊັ່ນ: ຂໍ້ມູນຜູ້ໃຊ້ແອັບທະນາຄານ, ລະຫັດຜ່ານເຂົ້າລະບົບ, ລະຫັດ ຢັ້ງຢືນທຸລະກໍາ OTT (One Time Password ເປັນລະຫັດຕົວເລກທີ່ໃຊ້ເຂົ້າໃນການເຮັດທຸລະກໍາຄັ້ງດຽວສົ່ງເຂົ້າຜ່ານ SMI, ມືຖື ຫຼື ຜ່ານອີເມວ ເພື່ອຢັ້ງຢືນຄວາມເປັນເຈົ້າຂອງບັນຊີປ້ອງກັນຄວາມສ່ຽງດ້ານການເຮັດທຸລະກໍາທາງການເງິນ) ເພື່ອສໍ້ໂກງເອົາເງິນໃນບັນຊີທະນາຄານ ຊຶ່ງການເຄື່ອນໄຫວດັ່ງກ່າວອາດນໍາໄປສູ່ການສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະ ຊາຊົນໃນສັງຄົມ. ອີກຮູບການຫນຶ່ງແມ່ນການຂາຍສິນຄ້າໃນລາຄາທີ່ຖືກ ເພື່ອດຶງດູດຄົນເຂົ້າໄປຊື້, ຫຼັງຈາກໄດ້ຮັບເງິນແລ້ວ ກໍ່ຈະບລັອກ (block) ຫຼື ປິດການຕິດຕໍ່ ແລະ ບໍ່ສົ່ງສິນຄ້າມາໃຫ້ຜູ້ຊື້.

ສະນັ້ນ, ຫ້ອງການ ທຫລ ຈຶ່ງແຈ້ງມາຍັງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ-ລັດຖະກອນ, ທະຫານ, ຕໍາ ຫຼວດ, ຕະຫຼອດຮອດຜູ້ທີ່ອາໄສຢູ່ ສປປ ລາວ ໃນຂອບເຂດທົ່ວປະເທດ ຈົ່ງເພີ່ມທະວີຄວາມມີສະຕິລະວັງຕົວ, ບໍ່ຫຼົງເຊື່ອ ຕາມການເຄື່ອນໄຫວໂຄສະນາໃນລັກສະນະດັ່ງກ່າວ ແລະ ພິຈາລະນາຢ່າງຮອບຄອບໃນການກົດລິ້ງຕ່າງໆທີ່ບໍ່ຮູ້ແຫຼ່ງທີ່ມາ ຈະແຈ້ງ ລວມໄປເຖິງການສະຫນອງຂໍ້ມູນທີ່ສໍາຄັນ ແລະ ເປັນຄວາມລັບໃນການດໍາເນີນທຸລະກໍາທາງການເງິນ ເພື່ອຫຼີກ ລ້ຽງຄວາມເສຍຫາຍທີ່ຈະເກີດຂຶ້ນຕໍ່ຊັບສິນຂອງທ່ານ. ຖ້າຫາກພົບເຫັນຂໍ້ມູນ ຫຼື ການໂຄສະນາຊວນເຊື່ອໃດທີ່ຕ້ອງການ ສອບຖາມ, ສາມາດປະສານ ແລະ ຕິດຕໍ່ໄປຍັງທະນາຄານທຸລະກິດທີ່ທ່ານໃຊ້ບໍລິການໂດຍກົງ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ເປັນຂໍ້ມູນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...